ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າຢ່າງເປັນທາງການ

238

ວັນທີ 5 ພະຈິກ 2019 ຄະນະກຳມະການຈັດງານບຸນນະມັດສະການທາດຫຼວງໄດ້ຈັດພິທີເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2019 ຂຶ້ນທີ່ເດີ່ນພະທາດຫຼວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາລັດຖະມົນຕີກະຊວງກ່ຽວຂ້ອງ, ຕາງໜ້າບັນດາທູດ, ທູຕານຸທູດ ແລະ ມວນຊົນເຂົ້າຮ່ວມ.


ໂອກາດດັ່ງກ່າວ ທ່ານ ສິນລະວົງ ຄຸດໄພທູນ ກ່າວວ່າ: ງານບຸນໃນຄັ້ງນີ້ຖືເປັນການຈາລຶກ ແລະ ສັນລະເສີນສັດທາຄຸນງາມຄວາມດີຂອງຜູ້ທີ່ໂມທະນາທານປະກອບສ່ວນບູລະນະອົງພະທາດ ແລະ ຫໍພະແກ້ວ, ເປັນການສົ່ງເສີມຄວາມສີວິໄລອະລິຍະທຳໄປພ້ອມໆກັນ ແລະ ເປັນງານບຸນສົ່ງເສີມການສ້າງເສດຖະກິດສີຂຽວ ປະກອບສ່ວນແກ້ໄຂການປ່ຽນແປງດິນຟ້າອາກາດ. ຄຽງຄູ່ກັນນັ້ນ, ຍັງມີຫຼາກຫຼາຍກິດຈະກຳປິ່ນອ້ອມຕ່າງໆທີ່ບໍ່ເຄີຍມີມາ ເປັນຕົ້ນ: ວາງສະແດງສິນຄ້າ, ວາງສະແດງທ່ອງທ່ຽວ, ຮູບພາບ, ສົ່ງເສີມເຮືອນຈໍາລອງຊົນເຜົ່າ ແລະ ອື່ນໆ ເພື່ອດຶງດູດຄວາມສົນໃຈ ແລະ ສ້າງສະເໜ່ໃຫ້ງານອີກດ້ວຍ.


ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ງານບຸນນະມັດສະການພະທາດຫຼວງ ປະຈຳປີ 2019 ຖືເປັນການສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ, ສົ່ງເສີມການຄ້າ “ ໜຶ່ງເມືອງໜຶ່ງຜະລິດຕະພັນ” ທັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆໄດ້ແລກປ່ຽນບົດຮຽນ ແລະ ປະສົບການ, ທັງຍົກສູງຄຸນຄ່າມໍລະດົກມິ່ງບ້ານຂວັນເມືອງ ອັນເປັນສັນຍະລັກຂອງຄວາມສາມັກຄີປອງດອງ, ຄວາມບຸກບືນຫ້າວຫັນໃນການສ້າງບ້ານແປງເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.


ສະເພາະງານວາງສະແດງສິນຄ້າ ຈະຈັດຢູ່ 2 ສະຖານທີ່ຫຼັກ ຄື: ສະໜາມຫຼວງ ເລີ່ມແຕ່ວັນທີ 5 – 11 ພະຈິກ 2019 ແລະ ສູນການຄ້າ ລາວ – ໄອເຕັກ ເລີ່ມແຕ່ວັນທີ 6 – 17 ພະຈິກ 2019 ໂດຍປະກອບມີບັນດາຫົວໜ່ວຍທຸລະກິດ, ສິນຄ້າໂອດ໊ອບ, ສິນຄ້າຄອບຄົວຕົວແບບ, ສິນຄ້າຜະລິດຕະພັນພາຍໃນ ແລະ ວາງສະແດງສິນຄ້າການທ່ອງທ່ຽວ ລວມທັງອາຫານ ແລະ ເຄື່ອງດື່ມທີ່ເປັນວັດທະນະທຳພື້ນບ້ານຂອງລາວ. ພິເສດແມ່ນຈະເນັ້ນໃສ່ການສ້າງນະຄອນຫຼວງວຽງຈັນ ໃຫ້ເປັນນະຄອນສີຂຽວ ແລະ ຍືນຍົງ.


ນອກນັ້ນ, ຍັງມີຫຼາຍກິດຈະກຳ ເຊັ່ນ: ຈັດສວນຈຳລອງທີ່ປະກອບມີຕົ້ນໄມ້, ດອກໄມ້ ແລະ ການວາງສະແດງນະວັດຕະກຳໃໝ່ທີ່ຈະເກີດຂຶ້ນໃນ ສປປ ລາວ ເປັນຕົ້ນແມ່ນ ຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ທີ່ຈະສຳເລັດໃນປີ 2021 ພ້ອມທັງມີການສະແດງສິລະປະວັນນະຄະດີທັງອາຊີບ ແລະ ສະໝັກຫຼິ້ນຈາກຫຼາຍທ້ອງຖິ່ນ, ແຂ່ງຂັນຊົກມວຍ ແລະ ອີກຫຼາຍກິດຈະກຳເພື່ອສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາທ່ຽວຊົມ.


ສ່ວນກິດຈະກຳທາງສາສະໜາໃນ 3 ມື້ສຳຄັນ ເຊັ່ນ: ວັນທີ 9 ພະຈິກ 2019 ເວລາ 16:00 ໂມງ ພິທີສູດປະລິຕະມຸງຄຸນ ທີ່ພະທາດຫຼວງ; ວັນທີ 10 ພະຈິກ 2019 ເວລາ 13:00 ໂມງ ພິທີແຫ່ຜາສາດເຜິ້ງ ແລະ ວັນທີ 11 ພະຈິກ 2019 ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງຄະທານ, ເວລາ 13:00 ໂມງ ພິທີແຫ່ລູກຄີ ແລະ ແຂ່ງຂັນກີລາພື້ນບ້ານຕີຄີ ແລະ ເວລາ 19:00 ໂມງ ຈະມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟສັກກາລະບູຊາອົງພະທາດ.


ທ່ານຮອງເຈົ້າຄອງ ຍັງໄດ້ລາຍງານສະພາບການປະຕິສັງຂອນພິພິທະພັນພະທາດຫຼວງ ຄັ້ງທີ 4 ວ່າ: ການປະຕິສັງຂອນຄັ້ງຫຼ້າສຸດໄດ້ມີການໂອບຄໍາຈອມພະທາດ 9 ກິໂລ 9 ບາດ 9 ສະລຶງ 9 ຫຸນ, ໂບກຮອຍແຕກອົງພະທາດ ແລະ ຫໍໄຫວ້ ທັງ 4 ເບື້ອງ, ທາສີຄຳອົງພະທາດ ໃຫຍ່ – ທາດນ້ອຍ, ພະທາດທຳມະສິຫາຍໂສກ ແລະ ຫໍກວມ, ບູລະນະຫຼັງຄາກົມມະລຽນຄືນໃໝ່, ສ້ອມແປງຊຸ້ມປະຕູໃຫຍ່ ທັງ 4 ເບື້ອງ, ປັບປຸງພື້ນ, ລະບຽງ, ຮ່ອງລະບາຍນໍ້າອ້ອມຂ້າງ ແລະ ປັບປຸງລະບົບໄຟຟ້າໃນກົມມະລຽນ ແລະ ອ້ອມຂ້າງສະໜາມ. ພ້ອມນັ້ນ, ຍັງໄດ້ສຳເລັດການຫຼໍ່ພະພຸດທະຮູບອົງຄໍາ, ແຕ້ມສີນໍ້າມັນ ແລະ ອື່ນໆ ລວມເປັນຄໍາ 23 ກິໂລ ແລະ ໄດ້ຮັບເງິນ 8 ຕື້ກີບ ມາຈັດຕັ້ງປະຕິບັດ 8 ໜ້າວຽກ ທີ່ມີມູນຄ່າ 12 ຕື້ກີບ.

( ຂ່າວ: ກາວຊົ່ງ, ຮູບ: ສຸກສະຫວັນ )