ນັກທຸລະກິດຈາກໄທນຳ 28 ແບຣນດັງມາວາງສະແດງທີ່ສູນການຄ້າວຽງຈັນເຊັນເຕີ້

115

 

ທ້າຍອາທິດຜ່ານມາ ລະຫວ່າງວັນທີ 2-3 ພະຈິກ 2019 ບັນດາເຫຼົ່າຄົນດັງ ໂດຍສະເພາະດາລາໄທໄດ້ນຳເອົາສິນຄ້າປະເພດເຄື່ອງສຳອາງ, ເຄືື່ອງດື່ມສຸຂະພາບ ທີ່ເປັນແບຣນຂອງຕົນມາວາງສະແດງຢູ່ສູນການຄ້າວຽງຈັນເຊັນເຕີ້ ອາໄສໂອກາດນີ້ສານຕໍ່ຊອກຫາຕົວແທນຈຳໜ່າຍໃນລາວ ແລະພົບປະແຟນຄັບຊາວລາວໄປພ້ອມໆກັນ ເຮັດໃຫ້ບັນຍາກາດຕະຫຼອດສອງວັນຄືກຄື້ນສົມຄວນ ເພາະງານນີ້ນອກຈາກຈະໄດ້ພົບກັບບ່າວຫຼໍ່ສາວງາມຈາກເມືອງໄທແລ້ວ ຍັງມີຫຼຸດແລກແຈກແຖມຫຼວງຫຼາຍ.

ງານດັ່ງກ່າວຈັດຂຶ້ນພາຍໃຕ້ຊື່ ເຮີຣີເຕັດ ແຟຊັນບີວຕີ (Heritage Fashion Beauty) ເຂົ້າຮ່ວມງານຄັ້ງນີ້ ມີທ່ານນາງ ສະຫວັນທອງ ອຸ່ນມີໄຊ ຮອງຜູ້ອຳນວຍການ ສູນພັດທະນາ ເສດຖະກິດຫນອງຈັນຕອນເຫນືອຈຳກັດ, ທ່ານນາງ ພອນພັນ ຈຽມກັນຊານ ຜູ້ບໍລິຫານບໍລິສັດປັ້ນແບຣນ ຈຳກັດ ແລະ ເປັນປະທານ ຈັດງານ Heritage Fashion Beauty.

 

ພາຍໃນງານມື້ທຳອິດແມ່ນມີບັນດານາງສາວງາມ 20 ຄົນຈາກກອງປະກວດນາງສາວນະຄອນຫຼວງວຽງຈັນ ປີ 2019 ເຂົ້າຮ່ວມສ້າງສີສັນ, ສ້າງຄວາມບັນເທິງແກ່ແຂກພາຍໃນງານ.

ນອກຈາກເຫຼົ່າຄົນບັນເທິງແລ້ວຍັງມີກິດຈະກຳແຕ່ງໜ້າ, ທາເລັບ, ເຮັດຜົມ, ເຮັດສະປາ ແຈກເຄື່ອງສຳອາງແບບຟຣີໆ ກັບບັນດາແບຣນສິນຄ້າດັງທີ່ເຂົ້າຮ່ວມທັງໝົດ 28 ແບຣນ ໃນນັ້ນເກືອບທັງໝົດແມ່ນຜະລິດຕະພັນເຄື່ອງສຳອາງ ເພື່ອສຸຂະພາບຄວາມສວຍຄວາມງາມ.

.

.

 

ສ່ວນມື້ທີສອງ ເປັນກິດຈະກຳຖາມຕອບແຈກຜະລິດຕະພັນໃຫ້ປະຊາຊົນລາວທີ່ເຂົ້າໄປຈັບຈ່າຍຊື້ສິນຄ້າໃນວຽງຈັນເຊັນເຕີ ພ້ອມນີ້ຍັງມີການແຕ່ງໜ້າເຮັດຜົມ, ທາເລັບ ແລະໜວດໜ້າ ທີ່ສາວໆມັກ ເຊິ່ງເພິ່ນເອົາຜູ້ຊ່ຽວຊານຈາກເມືອງໄທມາບໍລິການເອງ ຖືວ່າໄດ້ຮັບຄວາມສົນໃຈຫຼາຍສົມຄວນ ແຕ່ໄວລຸ້ນຮອດຜູ້ເຖົ້າຕ່າງກໍ່ຍີ້ມແຍ້ມທີ່ໄດ້ມາເຫັນ ແລະຮ່ວມເຮັດກິດຈະກຳຄັ້ງນີ້!

.

.

 

.

.