ສົນໃຈ! ສະໝັກເລີຍຝຶກອົບຮົມໃຫ້ຟຣີໆ ຜະລິດວິກຜົມຈົບມາມີວຽກໃຫ້ເຮັດພ້ອມ

139

ເປັນຂ່າວດີສຳລັບຜູ້ທີ່ຊອກວຽກເຮັດງານທຳ ໂດຍສະເພາະເອື້ອຍນ້ອງແມ່ຍິງທີ່ຕ້ອງການຢາກມີວຽກເຮັດງານທຳ ຫາລາຍໄດ້ລ້ຽງຕົນເອງ ແລະ ຄອບຄົວ. ປັດຈຸບັນນີ້ ທາງບໍລິສັດປະກາດຮັບສະໝັກຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມຝຶກອົບຮົມຜະລິດວິກຜົມ ຢູ່ສະຖາບັນສີມືແຮງງານລາວ-ເກົາຫຼີ, ຫຼັງຈົບມາມີວຽກໃຫ້ເຮັດພ້ອມ.

ໂດຍອີງໃສ່ ແຈ້ງການ ຂອງສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ສະບັບເລກທີ 1049/ສພລກ, ລົງວັນທີ 30/ 10/ 2019 ວ່າດ້ວຍການປະກາດຮັບສະໝັກຜູ້ເຂົ້າຝຶກຜະລິດວິກຜົມຢູ່ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ; ອີງໃສ່ ບົດບັນທຶກການຮ່ວມມືລະຫວ່າງສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ແລະ ບໍລິສັດ ລາວຄວາລີຕີ ຈໍາກັດ ສະບັບລົງວັນທີ 08 ພຶດສະພາ 2019 ແລະ ອີງໃສ່ ການຊີ້ນໍາຂອງຫົວຫນ້າພະແນກ ຮສສ ແຂວງ ລົງວັນທີ 01 ພະຈິກ 2019.

ດັ່ງນັ້ນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ບໍ່ແກ້ວ ແຈ້ງການສະບັບເລກທີ 814/ຮສສຂ. ບກ ລົງວັນທີ 4 ພະຈິກ 2019 ເຖິງ: ທ່ານຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມບັນດາເມືອງ. ເລື່ອງ: ປະກາດຮັບສະໝັກຜູ້ຮ່ວມເຂົ້າຝຶກຜະລິດວິກຜົມຢູ່ທີ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ນະຄອນຫຼວງວຽງຈັນ.


ຝຶກອົບຮົມຜະລິດວິກຜົມ ຫຼັກສູດນີ້ຈະໃຊ້ເວລາໃນການຝຶກອົບຮົມ 2 ເດືອນ, ເຊິ່ງມີລາຍລະອຽດ ດັ່ງລຸ່ມນີ້:
ດ້ານສະຫວັດດີການ ບໍ່ໄດ້ເສຍຄ່າລົງທະບຽນເຂົ້າຝຶກ ( ໃນໄລຍະການຝຶກສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ມີຫໍພັກ, ເຄື່ອງບ່ອນນອນ, ມີເຂົ້າໃຫ້ກິນ 3 ຄາບ ແລະ ນໍ້າດື່ມ ແຕ່ສ່ວນອາຫານກຸ້ມຕົນເອງ ). ພາຍຫຼັງຝຶກຈົບຫຼັກສູດແລ້ວ ທາງສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ນໍາເຂົ້າເຮັດວຽກນໍາບໍລິສັດ ລາວຄວາລີຕີ ຈໍາກັດ ບ້ານ ໂພນປາເປົ້າ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ( ມີເງິນເດືອນເລີ່ມຕົ້ນ 1,100,000ກີບ ແລະ ມີຄ່າສະຫວັດດີການອື່ນໆບວກເພີ່ມຂື້ນ, ລ້ຽງເຂົ້າ 3 ຄາບ, ມີຫໍພັກໃຫ້ນອນ ແລະ ສະຫວັດດີການອື່ນໆ ).

ເປີດຮັບສະໝັກບໍ່ຈໍາກັດ ແລະ ຮັບສະໝັກໄດ້ທຸກໆມື້ ນັບແຕ່ມື້ອອກແຈ້ງການຈົນເຖິງວັນທີ 31 ທັນວາ 2019.
ສຳລັບເອກະສານ ແລະ ເງື່ອນໄຂຜູ່ທີ່ຈະເຂົ້າຝຶກມີດັ່ງນີ້: ໃບຄໍາຮ້ອງຂໍເຂົ້າຝຶກ; ໃບຢັ້ງຢືນທີ່ຢູ່; ຊີວະປະຫວັດ; ໃບຄໍ້າປະກັນຂອງຜູ້ປົກຄອງ; ກ໋ອບປີ້ສໍາມະໂນຄົວ ຫຼື ບັດປະຈໍາຕົວ ແລະ ບໍ່ມີໂຣກ ຫຼື ບໍ່ມີພະຍາດປະຈໍາຕົວ.
ໝາຍເຫດ: ຮັບສະຫມັກຜູ້ເຂົ້າຮຽນ ບໍ່ຈໍາກັດລະດັບການສຶກສາ ຮັບສະເພາະເພດຍິງ, ອາຍຸ 17-30 ປີ