ການທີ່ມີເລືອດອອກຈາກຊ່ອງຄອດໃນໄລຍະ 3 ເດືອນທຳອິດຂອງການຖືພາ ສິ່ງທີ່ຕ້ອງລະວັງ ຄື: ມີໂອກາດສ່ຽງທີ່ຈະຫຼຸລູກໄດ້ງ່າຍ ແລະ ໃນບາງກໍລະນີອາດມີອາການເຈັບທ້ອງນຳ ຫຼື ອາດຈະພົບກັບສາເຫດທີ່ເກີດຈາກການບີບຮັດຕົວຂອງມົດລູກ. ຖ້າເລືອດອອກມາເປັນສີສົດໆຄືເປັນເລືອດໃໝ່ທີ່ກຳລັງເກີດຂຶ້ນ ແຕ່ຖ້າເລືອດເປັນສີນ້ຳຕານໂດຍສະເລ່ຍແລ້ວກໍຄືເລືອດເກົ່າ ອາດຈະເປັນເລືອດທີ່ອອກມາແລ້ວຄ້າງຢູ່ໃນຊ່ອງຄອດແລ້ວຄ່ອຍໆໄຫຼອອກມາ ພ້ອມກັບສານຂັບລັ່ງໃນຊ່ອງຄອດ.
ເມື່ອຖາມວ່າເປັນເລື່ອງປົກກະຕິບໍ່ກໍບໍ່ຄ່ອຍປົກກະຕິເທົ່າໃດ ເພາະໃນທຳມະຊາດແລ້ວໃນໄລຍະຖືພາ 3 ເດືອນທຳອິດ ແມ່ນຈະບໍ່ມີເລືອດອອກ ເພາະກໍລະນີທີ່ມີເລືອດອອກແມ່ນອາດຈະບົ່ງບອກວ່າມີຄວາມຜິດປົກກະຕິເກີດຂຶ້ນ ເຊັ່ນ:
ມີໂອກາດສ່ຽງຕໍ່ການຫຼຸລູກກໍລະນີທີ່ທ້ອງອ່ອນໆປະມານເດືອນປາຍ ແມ່ນໂອກາດທີ່ເດັກຈະຫຼຸດ ຫຼື ຈະຫຼຸກໍມີຫຼາຍກວ່າ ແລະ ເມື່ອມີຄວາມສ່ຽງຢູ່ແລ້ວ ຖ້າລົ້ມກົ້ນທັ່ງກໍຈະຍິ່ງມີໂອກາດຫຼຸລູກຫຼາຍກວ່າເກົ່າອີກ. ດັ່ງນັ້ນ, ສະຫຼຸບແລ້ວພາວະທີ່ມີເລືອດອອກຂະນະຖືພາ ຈຶ່ງບໍ່ແມ່ນພາວະປົກກະຕິແຕ່ຢ່າງໃດ.
ສ່ວນອັນຕະລາຍຫຼາຍໜ້ອຍເທົ່າໃດຕ້ອງເບິ່ງສີ ແລະ ປະລິມານຂອງເລືອດທີ່ອອກກໍລະນີທີ່ມີເລືອດອອກເປັນສີນ້ຳຕານ ສະແດງວ່າເປັນເລືອດເກົ່າທີ່ຄ້າງຢູ່ໃນຊ່ອງຄອດແລ້ວຄ່ອຍໆໄຫຼອອກມາ ແຕ່ບອກບໍ່ໄດ້ວ່າຄ້າງຢູ່ເປັນເວລາດົນສໍ່າໃດແລ້ວ ຫຼື ອາດຈະຫຼາຍກວ່າໜຶ່ງມື້ ແລະ ຜົນກະທົບກໍຕ້ອງເບິ່ງວ່າບັນຫາຂອງເລືອດທີ່ອອກຄືຫຍັງ ຫຼື ອາດຈະເປັນໄປໄດ້ວ່າເກີດຈາກການທີ່ມົດລູກບີບຮັດຕົວ ຈຶ່ງເຮັດໃຫ້ມີພາວະຫຼຸລູກ ແລະ ອີກກໍລະນີໜຶ່ງແມ່ນເລືອດໄປເກາະຢູ່ບໍລິເວນປາກມົດລູກ ຫຼື ຫຼັງຈາກທີ່ມີເພດສຳພັນກໍເປັນສາເຫດທີ່ເຮັດໃຫ້ມີເລືອດອອກໄດ້ເຊັ່ນກັນ.
ຢ່າງໃດກໍຕາມ, ໃນໄລຍະ 3 ເດືອນທຳອິດຈະຕ້ອງໄດ້ພົບໝໍເພື່ອກວດກາເບິ່ງສຸຂະພາບທັງແມ່ ແລະ ເດັກ ຖ້າມີເລືອດອອກ ໝໍກໍຈະປະເມີນເບິ່ງວ່າພາວະເລືອດອອກແມ່ນເກີດມາຈາກຫຍັງ ເພາະບາງກໍລະນີອາດຈະບໍ່ໄດ້ເກີດຈາກການບີບຮັດຕົວຂອງມົດລູກ ແລະ ຕ້ອງກວດເບິ່ງວ່າມີເນື້ອເຍື່ອຢູ່ປາກມົດລູກ ຫຼື ບໍ່, ມີບາດແຜຢູ່ຊ່ອງຄອດ ຫຼື ບໍ່. ລວມທັງປະເມີນວ່າລູກໃນທ້ອງສົມບູນບໍ່ ເພາະບັນຫາອາດຈະເກີດຈາກການຖືພາທີ່ຜິດປົກກະຕິ ເຊັ່ນ: ທ້ອງລົມຄືເດັກໃນທ້ອງມີການປະຕິສົນທິແຕ່ບໍ່ສົມບູນ ຮ່າງກາຍຂອງແມ່ຈຶ່ງພະຍາຍາມຂັບອອກມາເຮັດໃຫ້ມີອາການເຈັບທ້ອງ ແລະ ມີເລືອດອອກ ຫຼື ອາດຈະເກີດຈາກການຖືພາໄຂ່ປາ ເຊິ່ງມີລັກສະນະຄືສາຄູ ໝໍກໍຈະແກ້ໄຂບັນຫາໃຫ້ຕາມລັກສະນະຂອງສາເຫດ.
[ ຮຽບຮຽງ: ນຸ້ມນິ້ມ ]