ທັດສະນະການພັດທະນາສິນຄ້າຂອງຫັດຖະກຳ ປ້າຄຳແສນ ເພື່ອຕອບໂຈດຕະຫຼາດ

126

ຫັດຖະກຳ ປ້າຄຳແສນ ຜູ້ຜະລິດຈາກແຂວງວຽງຈັນ ໄດ້ຮັບລາງວັນການອອກແບບຮ້ານດີເດັ່ນ ໃນມະຫະກຳສີມືຫັດຖະກໍາລາວ ຄັ້ງທີ 18 ພ້ອມເຜີຍແນວຄິດການອອກແບບຜະລິດຕະພັນໃຫ້ຕີຕະຫຼາດໄດ້ ຕ້ອງມີລັກສະໂດດເດັ່ນ, ກະທັດຮັດ ແລະ ມີຄຸນນະພາບ.

ທ່ານ ນາງ ສົມເພັດ ໂຄດສີເມືອງ ເຈົ້າຂອງຫັດຖະກຳ ປ້າຄຳແສນ ບ້ານໂພນໝີ ເມືອງວຽງຄຳ ແຂວງວຽງຈັນ ເຈົ້າຂອງລາງວັນອອກແບບຮ້ານໂດດເດັ່ນ ໃນມະຫະກຳສີມືຫັດຖະກໍາລາວ ຄັ້ງທີ 18 ຈາກອົງການເຈໂທຣ ປະເທດຍີ່ປຸ່ນ ໃຫ້ສຳພາດວ່າ: ການເຮັດຜະລິດຕະພັນຫັດຖະກຳຢູ່ບ້ານເຮົາ ແມ່ນມີຄວາມໂດດເດັ່ນຫຼາຍ ໂດຍສະເພາະດ້ານການຕ່ຳແຜ່ນ ແລະ ຈັກສານ ແຕ່ດ້ານການຜະລິດສິນຄ້າຫັດຖະກຳບ້ານເຮົາຍັງມີໃຫ້ເລືອກໜ້ອຍ; ຍົກຕົວຢ່າງ: ການຜະລິດພາເຂົ້າ, ຕິບເຂົ້າຍັງມີຂະໜາດໃຫຍ່ ແລະ ຖ້າມັນໃຫຍ່ແລ້ວ ນັກທ່ອງທ່ຽວບໍ່ຢາກຊື້ ເພາະເອົາໄປຍາກ. ສະນັ້ນ, ພວກເຮົາຕ້ອງກັບມາຄິດອີກຕື່ມວ່າຈະຜະລິດແບບໃດໃຫ້ນັກທ່ອງທ່ຽວນັ້ນເອົາໄປໄດ້ເປັນຂອງທີ່ລະນຶກ, ຂອງຕ້ອນຂອງຝາກ ເຊິ່ງຕ້ອງເຮັດແບບມີລັກສະໂດດເດັ່ນ, ກະທັດຮັດ. ພ້ອມສ້າງເລື່ອງລາວ  ຂອງຜະລິດຕະພັນເຂົ້າໄປ ເພາະຈະເຮັດໃຫ້ຮູ້ວ່າສິນຄ້ານີ້ຊື້ມາຈາກໃສ, ປະເທດໃດ ເມື່ອເອົາໄປເປັນຂອງຝາກໃຫ້ຄົນອື່ນກໍຈະຮູ້ໄດ້ເລີຍວ່າ ນີ້ແມ່ນເປັນຜະລິດຕະພັນຂອງລາວ ທັງເປັນການສ້າງມູນຄ່າເພີ່ມໃນຜະລິດຕະພັນໄປໃນຕົວ.

ທ່ານກ່າວຕື່ມວ່າ: ດ້ານຄຸນນະພາບຂອງເຄື່ອງຈັກສານຢູ່ເຮົາ ແມ່ນຍັງບໍ່ທັນດີປານໃດ ຜະລິດຕະພັນ, ວັດຖຸດິບຈຳນວນໜຶ່ງທີ່ຜະລິດແລ້ວຢາກມີມອດກິນ. ແຕ່ຢ່າງໃດກໍຕາມ, ບັນດາຜູ້ຜະລິດຕ້ອງໄດ້ມີການພັດທະນາດ້ານຄຸນນະພາບຂຶ້ນ ເພາະຜະລິດຕະພັນເຄື່ອງຈັກສານຍັງເປັນທີ່ນິຍົມຂອງຊາວຕ່າງປະເທດຢູ່ ໂດຍສະເພາະໃນມະຫະກຳສີມືຫັດຖະກຳປີນີ້ ເຫັນວ່າມີນັກທ່ອງທ່ຽວ ຫຼື ແຂກຕ່າງປະເທດມາຊື້ຜະລິດຕະພັນລາວ ເຊິ່ງມາຈາກປະເທດຍີ່ປຸ່ນ, ສ.ເກົາຫຼີ, ໄທ ຈະມາຊື້ແບບສຳເລັດຮູບ ແລະ ເຄິ່ງສຳເລັດຮູບ ເພື່ອເອົາໄປຕໍ່ຍອດ ຫຼື ນຳໄປເປັນຂອງຝາກຕ່າງໆ.

ການທີ່ຈະເຮັດຜະລິດຕະພັນສິນຄ້າໂດດເດັ່ນ ເພື່ອໃຫ້ຕີຕະຫຼາດໄດ້ນັ້ນ ຕ້ອງເຮັດສິ່ງທີ່ບໍ່ຄືໝູ່, ຕ້ອງກ້າລອງ ກ້າເຮັດ ຂຶ້ນກັບແນວຄິດການສ້າງສັນຂອງເຮົາ ວ່າເຮົາຈະເຮັດອອກມາດີຕ້ອງສ່ຽງຜິດສ່ຽງຖືກ ແຕ່ໃຫ້ຢູ່ໃນບົນຫຼັກການ, ຕ້ອງມີເລື່ອງລາວຂອງສິນຄ້າ ບາງອັນສິນຄ້າງາມແຕ່ເປັນຫຍັງຈຶ່ງບໍ່ໄດ້ຮັບລາງວັນ ຍ້ອນຂາດປັດໄຈໃນການສ້າງສິນຄ້າ ຄື: 1. ຕົວສິນຄ້າມີແລ້ວ ມີເລື່ອງລາວເຂົ້າໄປ; 2. ການຫຸ້ມຫໍ່; 3. ທີ່ຢູ່ບອກສະຖານທີ່ ແລະ 4 ການແນະນຳການໃຊ້, ທ່ານ ນາງ ສົມເພັດ ໂຄດສີເມືອງ ກ່າວ.

[ ຂ່າວ: ສັນຕິ ]