ສື່ມວນຊົນລາວແລກປ່ຽນບົດຮຽນກັບໂທລະພາບສະພາແຫ່ງຊາດ ສສ ຫວຽດນາມ

141

ໃນວັນທີ 4 ພະຈິກ 2019 ທີ່ຮາໂນ້ຍ ສສ ຫວຽດນາມ ຄະນະສື່ມວນຊົນລາວ ນໍາໂດຍ ທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເຄື່ອນໄຫວແລກປ່ຽນບົດຮຽນກັບໂທລະພາບສະພາແຫ່ງຊາດ ສສ ຫວຽດນາມ.

ໂອກາດດັ່ງກ່າວ ທ່ານ ນາງ ຫງວຽນ ຫວິງ ຮອງອຳນວຍການໃຫຍ່ໂທລະພາບ ແຫ່ງຊາດ ສສ ຫວຽດນາມ ໄດ້ກ່າວສະແດງ ຄວາມຕ້ອນຮັບຄະນະສື່ມວນຊົນລາວ ທີ່ໄດ້ເດີນທາງມາແລກປ່ຽນ, ພົບປະ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວສໍາຄັນຂອງ ສສ ຫວຽດນາມ ພ້ອມທັງລາຍງານສະພາບເຄື່ອນໄຫວຂອງ ໂທລະພາບສະພາແຫ່ງຊາດຫວຽດນາມ ຕະຫຼອດໄລຍະ 5 ປີຜ່ານມາ ໂດຍສະເພາະແມ່ນການເປັນເສນາທິການໃຫ້ແກ່ວຽກງານສະພາແຫ່ງຊາດ ໃນການນໍາສະເໜີຂ່າວສານ, ຂ່າວສະພາປະຊາຊົນ, ຜູ້ມີສິດເລືອກຕັ້ງ ແລະ ວຽກງານສໍາຄັນອື່ນໆທີ່ປິ່ນອ້ອມ.

ທ່ານ ສົມສະຫວາດ ພົງສາ ໄດ້ມີຄໍາເຫັນແລກປ່ຽນບົດຮຽນ ຈາກຄະນະອໍານວຍການໂທລະພາບສະພາແຫ່ງຊາດ ສສ ຫວຽດນາມ ໂດຍສະເພາະແມ່ນການນໍາໃຊ້ສື່ໂທລະພາບ ເພື່ອເຜີຍແຜ່ວຽກງານຂ່າວສານຂອງສະພາແຫ່ງຊາດໃຫ້ມີການດຶງດູດຜູ້ຊົມ, ຜູ້ຕິດຕາມ. ພ້ອມດຽວກັນ, ກໍໄດ້ມີການປຶກສາຫາລືການຄຸ້ມຄອງສື່ອອນລາຍ, ການຈະຈາຍຂໍ້ມູນ – ຂ່າວສານ, ການສ້າງຂ່າວທີ່ສັງຄົມສົນໃຈ ແລະ ອື່ນໆ.

ໂທລະພາບສະພາແຫ່ງຊາດ ສສ ຫວຽດນາມ ມີການອອກອາກາດຕະຫຼອດ 24 ຊົ່ວໂມງ ເຊິ່ງມີຫຼາກຫຼາຍລາຍການທີ່ໜ້າສົນໃຈ ເຊິ່ງມີພະນັກງານທັງໝົດ 172 ທ່ານ, ໄດ້ຮັບງົບບໍລິຫານຈາກລັດຖະບານ 70% ສ່ວນ 30%ແມ່ນກຸ້ມຕົນເອງ.