ບຸນທາດຫຼວງປີນີ້ ເຈົ້າໜ້າທີ່ອອກ 13 ຂໍ້ຫ້າມພ້ອມວາງກຳລັງ 400 ກວ່າສະຫາຍ ຮັກສາຄວາມປອດໄພ

175

ບຸນນະມັດສະການພະທາດຫຼວງ ຈັດຂຶ້ນໃນລະ ຫວ່າງວັນທີ 5 – 11 ພະຈິກນີ້ ເຊິ່ງພະແນກຈະລາຈອນນະຄອນຫຼວງວຽງຈັນ ໄດ້ຈັດກຳລັງ 400 ກວ່າສະຫາຍ ເພື່ອຮັກສາຄວາມປອດໄພຕາມ 80 ຈຸດ, ຂະນະທີ່ ປກສ ນະຄອນຫຼວງ ໄດ້ອອກແຈ້ງການລົດບັນທຸກທຸກປະເພດທີ່ບໍ່ມີຈຸດປະສົງເຂົ້າທ່ຽວງານບຸນໃຫ້ໃຊ້ເສັ້ນທາງອື່ນທີ່ບໍ່ໄດ້ຜ່ານເຂດພະທາດຫຼວງເພື່ອບໍ່ໃຫ້ລົດຕິດອັ່ງ. ຄຽງຄູ່ກັນນັ້ນ, ກໍໄດ້ອອກ 13 ຂໍ້ຫ້າມ ເພື່ອຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງ ໃຫ້ຮູ້ວ່າ: ງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2019 ຖືເປັນໜຶ່ງໃນກິດຈະກຳສົ່ງເສີມປີທ່ອງທ່ຽວ ລາວ – ຈີນ 2019. ສະນັ້ນ, ຮູບແບບການຈັດງານບຸນໃນປີນີ້ຈະຍິ່ງໃຫຍ່ກວ່າປີຜ່ານໆມາ ແລະ ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວເປັນຈຳນວນຫຼາຍ.

ດັ່ງນັ້ນ, ເພື່ອຮັບປະກັນຄວາມປອດໄພທັງຊີວິດ ແລະ ຊັບສິນ ລວມເຖິງສະພາບການສັນຈອນທົ່ວນະຄອນຫຼວງວຽງຈັນ ໃນງານບຸນດັ່ງກ່າວໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ຈະຈັດກຳລັງພົນ 400 ກວ່າສະຫາຍ ເພື່ອປະຈຳການ ແລະ ຮັກສາຄວາມປອດໄພຕາມຈຸດປ້ອງກັນວົງໃນ ແລະ ວົງນອກ 80 ຈຸດ ແລະ ເຮັດໜ້າທີ່ປະຈຳປ້ອມ, ທາງແຍກ, ທາງຮ່ອມ ແລະ ວົງວຽນຕ່າງໆ ເພື່ອປ້ອງກັນ ແລະ ອຳນວຍຄວາມສະດວກຕາມເສັ້ນທາງຕ່າງໆ ເປັນຕົ້ນ: ຖະໜົນໄກສອນ ພົມວິຫານ, ຖະໜົນໂພນໄຊ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນ T4, ຖະໜົນທາດຫຼວງ, ຖະໜົນກຳແພງເມືອງ ແລະ ຖະໜົນສາຍອື່ນໆ.

ດ້ານ ປກສ ນະຄອນຫຼວງ ໄດ້ອອກແຈ້ງການສະບັບເລກທີ 479/ປກສ ນວ ລົງວັນທີ 30 ຕຸລາ 2019 ວ່າດ້ວຍການນຳໃຊ້ເສັ້ນທາງ ແລະ ຂໍ້ຫ້າມໃນໄລຍະຈັດງານບຸນພະທາດຫຼວງ ປະຈຳປີ 2019 ລະຫວ່າງວັນທີ 5 – 17 ພະຈິກນີ້ ໂດຍໃຫ້ລົດບັນທຸກທີ່ນຳໃຊ້ເສັ້ນທາງ 13 ເໜືອ – ໃຕ້ ໃຫ້ນຳໃຊ້ເສັ້ນທາງໜອງບຶກ, ດົງໂດກ, ຖະໜົນ 450 ປີ. ສຳລັບພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້, ເສັ້ນທາງໄກສອນ ຖ້າບໍ່ມີຈຸດປະສົງມາທ່ຽວບຸນ ມາຮອດໄຟແດງໜອງໜ່ຽງໃຫ້ລ້ຽວຊ້າຍ ຫຼື ລ້ຽວຂວາໄປຕາມຈຸດປະສົງ.

ໃນມື້ບຸນພະທາດຫຼວງ ແລະ ມື້ຕັກບາດພາຫະນະທີ່ມາແຕ່ເສັ້ນທາງໜອງໄຮ, ໂພນທັນ ມາຮອດໄຟແດງທາດຫຼວງໃຫ້ລ້ຽວຂວາອອກໃສ່ບ້ານໂນນຄໍ້. ນອກນັ້ນ, ຍັງກຳນົດສະຖານທີ່ຈອດລົດຂອງບັນດາລົດຂົນສົ່ງນັກທ່ອງທ່ຽວ, ມວນຊົນ, ລົດຕຸກໆ, ຈຳໂບ້ ແລະ ລົດໂດຍສານ ອະນຸຍາດໃຫ້ຈອດຊົ່ວຄາວເພື່ອຂົນສົ່ງຜູ້ໂດຍສານຕາມຈຸດທີ່ກຳນົດໄວ້ ເຊັ່ນ: ເສັ້ນທາງຊ້າງເຜືອກເຂດບ້ານຮ່ອງໄກ່ແກ້ວ, ຕະຫຼາດທາດຫຼວງ, ບ້ານສີສັງວອນ, ໂພນໄຊ, ປະຕູໄຊ, ໂພນສະອາດ, ຮ່ອມໂຮງຮຽນມັດທະຍົມໜອງສ້າງທໍ່, ຮ່ອມບ້ານສີບຸນເຮືອງ, ໜ້າທະນາຄານອິນໂດຈີນ, ຮ່ອມບ້ານສະພັງໝໍ້, ເສັ້ນທາງໂພນສີນວນ, ຕະຫຼາດຫົວຂົວ ແລະ ຈອດຕາມສະຖານທີ່ຈອດລົດທີ່ທາງຄະນະກຳມະການຈັດງານກຳນົດໄວ້.

ສ່ວນຂໍ້ຫ້າມມີ 13 ຂໍ້ດັ່ງນີ້: 1). ຫ້າມໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ; 2). ຫ້າມຂາຍ ຫຼື ນຳເອົາອາວຸດທຸກປະເພດລວມທັງມີດ – ພ້າ, ງ້າວ, ກະຖຸນ, ສະໜັບມື, ສາຍແອວຫົວໃຫຍ່ເຂົ້າໃນງານບຸນໂດຍເດັດຂາດ ( ຍົກເວັ້ນໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ ); 3). ຫ້າມຂາຍ ຫຼື ນຳເອົາຢາເສບຕິດ, ທາດລະເບີດ, ທາດແຕກ, ທາດເບື່ອ, ສານເຄມີທີ່ອອກລິດຕໍ່ລະບົບປະສາດທຸກຊະນິດເຂົ້າມາໃນງານຢ່າງເດັດຂາດ; 4). ຫ້າມນຳເອົາຜະລິດຕະພັນທີ່ຮຽນແບບ, ສິ້ນລາວນໍາເຂົ້າມາວາງຂາຍພາຍໃນງານຢ່າງເດັດຂາດ; 5). ຫ້າມນໍາເຂົ້າ, ຊື້ – ຂາຍໂຄມໄຟລອຍຟ້າ ແລະ ຈູດກະໂພກທຸກຊະນິດທຸກລະດັບ; 6). ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານທີ່ຄະນະກຳມະການກຳນົດໄວ້; 7). ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເສື່ອມຊາມຕ່າງໆເຂົ້າມາງານຢ່າງເດັດຂາດ; 8). ຫ້າມຫຼິ້ນການພະນັນທຸກປະເພດ; 9). ຫ້າມຂາຍເຄື່ອງໃສ່ລໍ້ຍູ້ຊະຊາຍໃນງານບຸນເດັດຂາດ; 10). ຫ້າມດື່ມເຫຼົ້າ, ເບຍ ແລະ ສິ່ງມຶນເມົາແລ້ວກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ສະຫງົບໃນງານບຸນເດັດຂາດ; 11). ສຳລັບນັກສະແດງສິລະປະຢູ່ໃນງານວາງສະແດງສິນຄ້າ, ຕະຫຼາດນັດແຕ່ລະຈຸດຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ; 12). ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນເດີ່ນທາດຫຼວງຢ່າງເດັດຂາດ ແລະ 13). ຫ້າມໃຊ້ໂດຣນ ຫຼື ອຸປະກອນຖ່າຍພາບທາງອາກາດ, ຍົກເວັ້ນແຕ່ທາງການອະນຸຍາດໃຫ້ພາກສ່ວນກ່ຽວຂ້ອງເທົ່ານັ້ນ.

ໃນກໍລະນີເຈົ້າໜ້າທີ່ກວດພົບເຫັນການປະພຶດຂອງບຸກຄົນ ຫຼື ພາກສ່ວນໃດທີ່ຝ່າຝືນກົດລະບຽບ ແລະ ຂໍ້ກຳນົດຕ່າງໆທີ່ວາງອອກຈະໄດ້ສຶກສາອົບຮົມກ່າວເຕືອນ, ປັບໃໝ 50 ພັນກີບຫາ 1 ລ້ານກີບ ຕາມສະຖານໜັກ ຫຼື ເບົາ, ຖ້າກໍລະນີຮ້າຍແຮງຈະໄດ້ດຳເນີນຄະດີຕາມກົດໝາຍໂດຍບໍ່ມີຂໍ້ຍົກເວັ້ນຢ່າງເດັດຂາດ.

( ຂ່າວ: ກາວຊົ່ງ )