ງາມຂະໜາດ !!! ພູຊີ້ຟ້າ ບ້ານຈຽງຕອງ ບໍ່ແກ້ວ

365

ເຫັນແລ້ວບອກເລີຍວ່າຄັ້ງໜຶ່ງໃນຊີວິດຕ້ອງໄປສໍາຜັດໃຫ້ໄດ້ ແຕ່ສໍາລັບນັກທ່ອງທ່ຽວ ນັກເດີນທາງແລ້ວ ດີແທ້ຕ້ອງໄປໃຫ້ໄດ້ທຸກລະດູ ເພາະວ່າຄວາມງາມທີ່ເຫັນມັນຄົນລະແບບ.

.

ທີ່ເວົ້າມານີ້ຄື ພູຊີ້ຟ້າ ຢູ່ເຂດບ້ານຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ ໜຶ່ງສະຖານທີ່ມີວິວ ທິວທັດ ງາມແບບທໍາມະຊາດເທິງພູ ແນມອ້ອມຮອບເຕັມໄປດ້ວຍໝອກ, ຕົ້ນໄມ້ໃບຫຍ້າ ຕາມພາບເລີຍ ງາມສຸດໆ.

ພູຊີ້ຟ້າ ມີລັກສະນະພິເສດຄື ມີຈອມພູສະຫຼຽງ ຄ້າຍຄືຊີ້ຂຶ້ນໄປເທິງທ້ອງຟ້າ ແລະ ຕັ້ງຢູ່ລະຫວ່າງກາງ ຊາຍແດນລາວ-ໄທ (ຈັງຫວັດຊຽງລາຍ).

ທາງຂຶ້ນຢູ່ຝັ່ງປະເທດໄທ ແມ່ນຂຶ້ນໄດ້ສະດວກສະບາຍ ມີນັກທ່ອງທ່ຽວ ຂຶ້ນໄປເບິ່ງທະເລໝອກ ມື້ຫນຶ່ງໆ ບໍ່ຕໍ່າກ່ວາ 500 ຄົນ.

ແຕ່ຍອດພູ ບ່ອນທີ່ຍື່ນອອກມາ ຕົກຢູ່ໃນເຂດ ຂອງ ສປປ ລາວ, ທາງຂຶ້ນໄປຊົມວິວ ຢູ່ຝັ່ງລາວ ຍັງປະຖົມປະຖານ ບໍ່ສະດວກ ແລະ ຍັງບໍ່ທັນມີກິດຈະກໍາການທ່ອງທ່ຽວ ຫຼາຍເທື່ອ.

ແຕ່ເຊື່ອແນ່ວ່າອະນາຄົດຕ້ອງກາຍເປັນແຫຼ່ງທ່ອງທ່ຽວ, ຈຸດຊົມວິວທີ່ເຮັດໃຫ້ເຮົາໄດ້ສໍາຜັດ ທ່ຽວຊົມທີ່ນັ້ນຢ່າງແນ່ນອນ!

.

.