ເຊີນທ່ຽວຊົມສຳຜັດບັນຍາກາດ 4 ສະຖານທີ່ທ່ອງທ່ຽວເມືອງຫວງຊານ

79

ເມືອງຫວງຊານ (Huangshan), ແຂວງອ່ານຮຸ້ຍ (Anhui), ສປ ຈີນ ຈາກແຕ່ກ່ອນເປັນເມືອງທີ່ເຮັດກະສິກຳ, ແຕ່ມາຮອດປັດຈຸບັນລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງໄດ້ມີການພັດທະນາ ແລະ ຮັກສາແຫຼ່ງທ່ອງທ່ຽວທີ່ເປັນປະຫວັດສາດ, ທຳມະຊາດ ຈົນສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຈຳນວນຫຼວງຫຼາຍປີໜຶ່ງບໍ່ຕ່ຳກວ່າ 3 ລ້ານຄົນ ຈົນເຮັດໃຫ້ຂະແໜງການທ່ອງມີລາຍຮັບກວມເອົາເຄິ່ງໜຶ່ງ GDP ເມືອງ ເຊິ່ງມີທັງໝົດ ປະມານ 7 ຕື້ຢວນຕໍ່ປີ ຫຼື ປະມານ 9 ພັນຕື້ກີບ ຂະແໜງທ່ອງທ່ຽວກວມ 3 ຕື້ກວ່າຢວນ ປະມານເກືອບ 4 ພັນຕື້ກີບ.

ມື້ນີ້, ຜູ້ຂຽນໄດ້ມີໂອກາດເຂົ້າຮ່ວມກິດຈະກຳ ໃນໂຄງການທັດສະນະສຶກສາເກັບກໍາຂໍ້ມູນເພື່ອໂຄສະນາສົ່ງເສີມການທ່ອງທ່ຽວລາວ-ຈີນ ໃນລະຫວ່າງວັນທີ 21 ຫາ 23 ຕຸລາ 2019 ຜ່ານມາ ໄດ້ມີໂອກາດໄດ້ທ່ຽວຊົມ 4 ສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງເມືອງຫວງຊານ ເຊິ່ງບັນຍາກາດເຕັມມໄປດ້ວຍກິ່ນອາຍຂອງທຳມະຊາດ, ອາຄານສະຖານບູຮານທີ່ເກົ່າແກ່ ແລະ ພູຫວງຊານຍັງຖຶກຮັບຮອງເປັນສະຖານທີ່ມໍລະດົກໂລກທາງທໍາມະຊາດອີກດ້ວຍ.

1 ຖະໜົນເລົ່າເຈ (laojre): ເປັນຖະໜົນເກົ່າ, ມີອາຄານຮ້ານຄ້າຊົງຈີນແບບສະໄໝເກົ່າ, ມີຮ້ານຂາຍເຄື່ອງທີ່ລະລຶກສຳລັບນັກທ່ອງທ່ຽວ; ເຄື່ອງໃຊ້ສອຍ ແລະ ເສື້ອຜ້າຕ່າງໆ ໂດຍໄດ້ມີນັກທ່ອງທ່ຽວເດີນທ່ຽວຊົມໃນແຕ່ລະວັນຢ່າງຫຼວງຫຼາຍ.

2 ພູຫວງຊານ: ສະຖານທີ່ມໍລະດົກໂລກທາງທໍາມະຊາດ ໄດ້ຮັບການຮັບຮອງໃນປີ 1990 ເຂດພູມີຄວາມກວ້າງ ປະມານ 15 ກິໂລແມັດ ແລະ ຍາວ ປະມານ 30 ກິໂລແມັດ, ມີຄວາມສູງຈາກໜ້ານ້ຳທະເລ ປະມານ 1.800 ກວ່າແມັດ ເຊິ່ງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຈຳນວນຫຼາຍ ໃນການຂຶ້ນທ່ຽວຊົມວິວທຳມະຊາດຢູ່ເທິງພູດັ່ງກ່າວໂດຍການຂີ່ກະເຊົາໄຟຟ້າຂຶ້ນ, ມີຕົ້ນໄມ້ແບບປຽນສີອ້ອມຮັບພູ ປະກອບກັບຫີນປູນໜ້າຜາອັນສູງຊັນ ເບິ່ງແລ້ວມີຄວາມສວຍງາມ.

3 ໝູ່ບ້ານຫົງຊຸນ ແລະ 4 ໝູ່ບ້ານຊື່ຕິ໋: ເຊິ່ງເປັນໝູ່ບ້ານວັດຖະທະນາທໍາມີອາຍຸເກົ່າແກ່ປະມານ 800-900 ປີ ໃນໝູ່ບ້ານດັ່ງກ່າວມີວິວທໍາມະຊາດທີ່ສວຍງາມ ນັກທ່ອງທ່ຽວນິຍົມພາກັນໄປນັ່ງວາດພາບລະບາຍສີ, ຊົມປະຫວັດຄວາມເປັນມາຂອງໝູ່ບ້ານ ແລະ ພາຍໃນໜູ່ບ້ານກໍ່ມີຮ້ານຄ້າຂາຍອາຫານ, ຂອງທີ່ລະນຶກຕ່າງຕາມແຕ່ລະສະຖານທີ່.

ນອກຈາກນີ້, ຍັງມີຫຼາຍສະຖານທີ່ທ່ອງທ່ຽວຂອງເມືອງທີ່ຍັງບໍ່ໄດ້ໄປສຳພັດ ຖ້າຫາກທ່ານໄດ້ມີຄວາມຕ້ອງການຢາກໄປທ່ຽວເມືອງດັ່ງກ່າວ ປັດຈຸບັນແມ່ນມີຄວາມສະດວກສະບາຍ ເພາະໄດ້ລົດໄຟຄວາມໄວສູງແລ່ນຜ່ານແລ້ວ ຖ້າຫາກຂຶ້ນທີ່ນະຄອນຊຽງໄຮ ໄປຫາ ເມືອງຫົງຊານໃຊ້ເວລາເດີນທາງປະມານ 4 ຊົ່ວໂມງກໍ່ເຖິງແລ້ວ.