ນ້ຳຫວານໝາກກ້ວຍນ້ຳແກ້ບັນຫາທ້ອງຜູກ

255

ກ້ວຍນໍ້າເປັນຢາລະບາຍແກ້ອາການທ້ອງຜູກ ຫຼື ລະບົບຂັບຖ່າຍທີ່ບໍ່ປົກກະຕິ ເນື່ອງຈາກວ່າມີສານເພດຕິນທີ່ເປັນຕົວຊ່ວຍເພີ່ມໃຍອາຫານໃຫ້ກັບລຳໄສ້ ແລະ ເມື່ອລຳໄສ້ມີກາກໃຍອາຫານຫຼາຍມັນຈະຊ່ວຍດັນລຳໄສ້ໃຫ້ເກີດການບີບຕົວ ຈຶ່ງເຮັດໃຫ້ຮູ້ສຶກປວດຖ່າຍນັ້ນເອງ.

ສ່ວນປະສົມ: ໝາກກ້ວຍນ້ຳສຸກ 1 ຫວີ, ນ້ຳຕານ 1 ຖ້ວຍນ້ອຍ, ນ້ຳຫົວກະທິ 2 ຖ້ວຍນ້ອຍ, ນ້ຳຫາງກະທິ 2 ຖ້ວຍໃຫຍ່, ສາຄູ 1 ຖ້ວຍນ້ອຍ ( ຖ້າບໍ່ມັກກໍບໍ່ໃສ່ ), ເກືອໜ້ອຍໜຶ່ງ.

ວິທີປຸງແຕ່ງ:

1 ມ່າສາຄູໄວ້ກ່ອນປະມານ 1 – 2 ຊົ່ວໂມງ ແລະ ເອົາໝາກກ້ວຍມາປອກເປືອກຕັດເປັນຕ່ອນພໍປະມານໃສ່ຊາມກຽມໄວ້. ຫຼັງຈາກນັ້ນ, ເອົານ້ຳຫາງກະທິໃສ່ໝໍ້ຄ້າງໄຟປານກາງ ເມື່ອກະທິຟົດແລ້ວໃຫ້ເອົາໝາກກ້ວຍລົງຕົ້ມຕໍ່ໄປຈົນໝາກກ້ວຍສຸກດີຈຶ່ງໃສ່ເກືອ ແລະ ນ້ຳຕານ.

2 ຕົ້ມຕໍ່ໃຫ້ນໍ້າຕານລະລາຍຈຶ່ງໃສ່ສາຄູ ແລະ ນ້ຳຫົວກະທິຄົນຈົນສາຄູເລີ່ມຟູ ແລ້ວປົງລົງຕັກໃສ່ຖ້ວຍນ້ອຍພ້ອມເສີບຈະກິນແບບເຢັນກໍເອົາເຂົ້າຕູ້ເຢັນ ຫຼື ຈະໃສ່ນ້ຳກ້ອນກໍໄດ້ພຽງແຕ່ຕື່ມນ້ຳຕານເພີ່ມອີກ ຖ້າຈະກິນແບບຮ້ອນໆກໍໄດ້ຊ່ວຍແກ້ໜາວໄດ້ພ້ອມ.

( ຂໍ້ມູນຈາກ: foodietaste.com )

( ຮຽບຮຽງ: ນຸ້ມນິ້ມ )