ມວຍຄູ່ເອກລາຍການນະຄອນຫຼວງ ກໍກຽດແດນຈຳປາ ປະຈໍາອາທິດສຸດມັນ

125

ລີໂອ ເພັດນະຄອນ ສາມາດເອົາຊະນະ ເພັດເມືອງເຟືອງ ປກສ ໃນຮຸ່ນ 54 ກິໂລກຣາມ ໄປດ້ວຍຄະແນນ ຫຼັງຄົບ 5 ຍົກ ມວຍຄູ່ເອກໃນການແຂ່ງຂັນມວຍເສີກນະຄອນຫຼວງ ກໍກຽດແດນຈຳປາ ທີ່ສະໂມສອນກີລາໃນຮົ່ມ ສະຫະພັນມວຍລາວນະຄອນຫຼວງວຽງຈັນ (ບຶງຂະຫຍອງ) ເມື່ອວັນເສົາທີ 2 ພະຈິກ 2019.

ລີໂອ ຂຶ້ນຊົກເປັນຄູ່ທີ 4 ໂດຍລວມໃນ 3 ຍົກທໍາອິດເດີນໜ້າຕີ ແລະ ເຮັດໄດ້ດີກວ່າ, ສ່ວນຍົກທີ 4-5 ເພັດເມືອງເຟືອງສາມາດສູ້ໄດ້ຢ່າງສູສີ ກ່ອນຈົບ 5 ຍົກບໍ່ມີການນ໊ອກເກີດຂຶ້ນ ກໍາມະການຍົກມືໃຫ້ ລີໂອ ເອົາຊະນະຄະແນນໄປ.

ສ່ວນຜົນຂອງຄູ່ອື່ນໆປະຈໍາຄໍ່າຄືນວັນທີ 2 ພະຈິກ 2019 ມີດັ່ງນີ້:
1.ແສງໄຊ ຊະນະຄະແນນ ເພັດນະຄອນ ຮຸ່ນ 52 ກິໂລ
2.ໂຈໂຈ້ ສະໂມສອນສອນທອງຄໍາ ຊະນະນ໊ອກ ຈິມບີ້ ສ.ບຸນທະວີ ຮຸ່ນ 56 ກິໂລຍົກທີ 3

3.ກ້ອງກັນວານ ປກສ ຊະນະນ໊ອກ ໂບແດງ ສ.ວໍລະສິງ ຮຸ່ນ 57 ກິໂລຍົກທີ 3
5.ນ້ອງຝິນຄໍາ ສະໂມສອນ ຄໍາເສັງ ຊະນະຄະແນນ ນ້ອງພິມແພ ສະໂມສອນສອນທອງຄໍາ ຮຸ່ນ 45 ກິໂລຍິງ
6.10 ລໍ້ ສິດໂຕ້ພາລຸ້ງ ເສຍນ໊ອກໃຫ້ກັບ ເພັດແທ້ ບ້ານໜອງວຽງຄໍາ ຮຸ່ນ 58 ກິໂລຍົກທີ 3