ຮູບເງົາ “ The Addams Family ຕະກູນນີ້ຜີຍັງຫຼົບ ” ເຂົ້າສາຍແລ້ວມື້ນີ້

58

ຮູບເງົາ “ The Addams Family ຕະກູນນີ້ຜີຍັງຫຼົບ ” ເປັນຮູບເງົາກາຕູນທີ່ຜ່ານຫຼາກຫຼາຍຮູບແບບຫຼາຍເວີຊັນ ທັງ Animation, ຮູບເງົາ Liveaction, ຊີຣີ ຫຼື ປຶ້ມກາຕູນຕັ້ງແຕ່ຍຸກເກົ່າ ເຖິງວ່າເວລາຈະຜ່ານມາດົນເທົ່າໃດແຕ່ຕະກູນຜີນີ້ຍັງມີສະເໜ່ ແລະ ຫຼາຍຄົນໃຫ້ຄວາມສົນໃຈທຸກຄັ້ງ ເຊິ່ງເຂົ້າສາຍແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

ໃນປີ 2019 ຮູບເງົາ “ The Addams Family ຕະກູນນີ້ຜີຍັງຫຼົບ ” ມາໃນຮູບແບບ Animation ທີ່ບອກເລົ່າເລື່ອງລາວຂອງຕະກູນ Addams ທີ່ບໍ່ວ່າຈະໜີໄປຢູ່ໃສກໍຍັງຖືກປະຊາຊົນໃນທ້ອງຖິ່ນຂັບໄລ່ດ້ວຍເຫດຜົນດຽວກັນຄື “ ພວກເຂົາເປັນໂຕປະຫຼາດ ” ນັ້ນຄືຈຸດປ່ຽນທີ່ເຮັດໃຫ້ ໂກເມສ ( Oscar Isaac ) ແລະ ມໍທີເຊຍ ( Charlize Theron ) ຈະບໍ່ຍອມໃຫ້ຄອບຄົວຂອງພວກເຂົາຕ້ອງຖືກຂັບໄລ່ອີກ. ດ້ວຍຄວາມໂຊກດີເຮັດໃຫ້ພວກເຂົາໄດ້ຢູ່ໃນເຮືອນຜີສິງທີ່ເປັນໂຮງໝໍບໍາບັດຈິດມາກ່ອນ ແລະ ພວກເຂົາກໍໄດ້ອາໄສຢູ່ສະຖານທີ່ແຫ່ງນັ້ນໂດຍໃສ່ຊື່ວ່າ  “ ບ້ານທີ່ທົນທຸກທໍລະມານ ”.

ເນື່ອງຈາກເປັນຮູບເງົາກາຕູນຈຶ່ງເນັ້ນເນື້ອຫາໄປທາງເດັກນ້ອຍຂອງຕະກູນ Addams ທີ່ຕ້ອງການພິສູດວ່າ ເຖິງຈະເປັນຕະກູນຜີແຕ່ບໍ່ຈໍາເປັນວ່າຕ້ອງເປັນຕາຢ້ານສະເໝີໄປ ເຊິ່ງຜູ້ເປັນລູກຊາຍຫຼ້າຂອງຕະກູນຈຶ່ງພິສູດຕົວເອງໃນແບບຂອງພວກເຂົາ ພ້ອມທັງການຊອກຫາວິທີຢູ່ຮ່ວມກັບຊາວບ້ານໃນແບບສະບັບຂອງຕະກູນຜີ Addams.

ຮູບເງົາກາຕູນເລື່ອງນີ້ເບິ່ງໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່ມາເບິ່ງຕະກູນຜີ Addams ຈະແກ້ບັນຫາຕ່າງໆໄດ້ແນວໃດ ສາມາດຕິດຕາມໄດ້ທຸກໂຮງຮູບເງົາທົ່ວປະເທດເຂົ້າສາຍແລ້ວມື້ນີ້.

( ຂໍ້ມູນຈາກ: Major Platinum Cineplex )

( ຮຽບຮຽງ: ນຸ້ມນິ້ມ )