ການຮັບຊຳລະຜ່ານລະບົບ ວີແຊັດເພ ແລະ ອາລີເພ ຈະດຶງດູດເອົານັກທ່ອງທ່ຽວຈີນເພີ່ມຂຶ້ນ

120

ການຊຳລະສະສາງດ້ວຍວີແຊັດເພ (  WeChat Pay  )ແລະ ອາລີເພ ( AliPay ) ຈະຊ່ວຍໃຫ້ຮ້ານຄ້າທີ່ເປັນສະມາຊິກຂອງ ທຄຕລ ມີໂອກາດຂະຫຍາຍຄວາມອາດສາມາດໃນການຮັບຊຳລະສະສາງທີ່ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ ແລະ ນັກທຸລະກິດຈາກຈີນ ທີ່ມາເຮັດວຽກ ຫຼື ທ່ອງທ່ຽວຢູ່ ສປປ ລາວ.

ອີງຕາມການເປີດເຜີຍຂອງ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ທະນາຄານ ການຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ໃຫ້ຮູ້ວ່າ: ທຄຕລ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຫຼາຍໆຜະລິດຕະພັນ ໂດຍສະເພາະແມ່ນການບໍລິການຊຳລະສະສາງຄ່າສິນຄ້າຜ່ານ QR Code ກັບສາກົນ ເຊິ່ງໃນຄັ້ງນີ້ ທຄຕລ ໄດ້ກ້າວໄປອີກຂັ້ນທາງດ້ານການຮັບຊຳລະສະສາງດ້ວຍ QR Code ໂດຍການຮ່ວມມືລະ ຫວ່າງ ທຄຕລ ກັບ Swift Pass ແລະ NTT DATA ເພື່ອຊ່ວຍເປີດຊ່ອງທາງການຊຳລະສະສາງຢູ່ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນສະມາຊິກຮ້ານຄ້າຂອງ ທຄຕລ ສາມາດຮັບຊຳລະສະສາງດ້ວຍ WeChat Pay ແລະ AliPay ນັ້ນໝາຍຄວາມວ່າ ລູກຄ້ານັກທ່ອງທ່ຽວຈີນ ແລະ ຜູ້ໃຊ້ແອັບສາມາດຊໍາລະສິນຄ້າ ແລະ ບໍລິການທີ່ປະເທດລາວໄດ້ຢ່າງສະດວກປອດໄພ ແລະ ຍັງເປັນການເພີ່ມຍອດຂາຍໃຫ້ແກ່ຮ້ານຄ້າໃນລາວອີກ.

ທ່ານຮອງຜູ້ອຳນວຍການ ໃຫຍ່ກ່າວໃຫ້ຮູ້ຕື່ມວ່າ: ທຄຕລ ມີຖານຮ້ານຄ້າທີ່ເປັນສະມາຊິກຮັບຊຳລະສະສາງດ້ວຍ QR Code ຜ່ານ OnePay ແອັບ BCEL One ຈຳນວນຫຼາຍ ກວ່າ 10.000 ຮ້ານຄ້າ ທີ່ພ້ອມຈະຮອງຮັບການບໍລິ   ການຮັບຊຳລະສະສາງດ້ວຍ WeChat Pay ແລະ AliPay ແລະ ຍັງສືບຕໍ່ຂະຫຍາຍຮ່ວມ ມືກັບຄູ່ຮ່ວມທຸລະກິດ ແລະ ຮ້ານຄ້າສະມາຊິກ ເພື່ອຂະຫຍາຍຕານ່າງການຮອງຮັບ WeChat Pay ແລະ AliPay ໃຫ້ກວ້າງໃນຂອບເຂດທົ່ວປະເທດ ເຊິ່ງການເປີດໃຊ້ລະບົບດັ່ງກ່າວ ເປັນການເພີ່ມທາງເລືອກໃຫ້ກັບຜູ້ປະກອບການ  ຄື: ຮ້ານຄ້າ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆໄດ້. ນອກນັ້ນ, ລະບົບຍັງສາມາດຮັບຊຳລະສະສາງ ສຳລັບພາກທຸລະກິດນຳເຂົ້າ – ສົ່ງອອກ ຈາກຈີນມາລາວ ຈາກລາວໄປຈີນ ເຮັດໃຫ້ເລື່ອງການຊຳລະສະສາງເປັນເລື່ອງທີ່ງ່າຍຂຶ້ນ.

ເຖິງວ່າປະເທດລາວ ຈະເປັນປະເທດທີ່ນ້ອຍກໍຕາມ ແຕ່ຢ່າງໜ້ອຍເວົ້າເລື່ອງການພັດທະນາ ເວົ້າເລື່ອງການເຊື່ອມໂຍງກັບສາກົນ ແລະ ພາກພື້ນ ເຮົາກໍມີຄວາມພ້ອມ, ນັກທ່ອງທ່ຽວທີ່ເຂົ້າມາກໍມີຄວາມສະດວກທີ່ຈະຈ່າຍເງິນຢູ່ໃນ ສປປ ລາວ ເນື່ອງຈາກວ່າດ້ວຍຕົວເລກຜູ້ຊົມໃຊ້ WeChat Pay ແລະ AliPay ມີຜູ້ຊົມໃຊ້ຫຼາຍກວ່າ 900 ລ້ານບັນຊີ ສະແດງໃຫ້ເຫັນວ່າເປັນແອັບລະບົບການຊຳລະສະສາງຍອດນິຍົມໃນຈີນ ແລະ ເປັນແອັບທີ່ຄົນຈີນ ໃຊ້ສ່ວນຫຼາຍໃນຊີວິດປະຈຳວັນ. ນັກທ່ອງທ່ຽວພ້ອມດ້ວຍນັກທຸລະກິດຈີນ ທີ່ເດີນທາງມາໃນປະເທດລາວ ມີ ຄວາມເພິ່ງພໍໃຈ ຕ້ອງການທີ່ຈະໃຊ້ແອັບ WeChat Pay ແລະ AliPay ເຊັ່ນດຽວກັນ, “ ທ່ານ ນັນທະລາດ ແກ້ວປະເສີດ ກ່າວ ”.