ເຊີນທ່ຽວຊົມ ສວນສະໜຸກດີສນີແລນ ແຫ່ງທີ 6 ຂອງໂລກ ທີ່ນະຄອນຊຽງໄຮ

187

ສວນສະໜຸກດິສນີແລນ ນະຄອນ ຊຽງໄຮ (ຊ່າງໄຮ) ສປ ຈີນ (Shanghai Disneyland) ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມສູງຈາກບັນດານັກທ່່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ໃນລະວັນມີນັກທ່ຽວເຂົ້າຊົມເປັນຈໍານວນຫຼວງຫຼາຍ.

ວັນນີ້, ຜູ້ຂຽນໃນນາມໄດ້ເຄື່ອນໄຫວທັດສະນະສຶກສາເກັບກຳຂໍ້ມູນ ເພື່ອໂຄສະນາສົ່ງເສີມປີການການທ່ອງທ່ຽວ 2019 ທີ່ນະຄອນຊ່າງໄຮ ວາງບໍ່ດົນມານີ້ ໄດ້ມີໂອກາດເຂົ້າຢ້ຽມຊົມສວນສະໜຸກດິສນີແລນ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ສາມາດສ້າງລາຍຮັບປະມານ 400 ລ້ານຢວນຕໍ່ເດືອນ. ສວນສະໜຸກແຫ່ງນີ້ ໄດ້ເປີດໃຫ້ບໍລິການມາແຕ່ປີ 2016, ເນື້ອທີ່ທັງໝົດປະມານ 3.600 ກວ່າກິໂລຕາແມັດ ຖືກສ້າງຂຶ້ນເພື່ອໃຊ້ເປັນສະຖານທີ່ທ່ອງທ່ຽວທີ່ທັນສະໄໝແບບຄົບວົງຈອນ ແລະ ເປັນແຫ່ງທີ 6 ຂອງໂລກ, ມີຫຼາກຫຼາຍກິດຈະກຳໃຫ້ທ່ານໄດ້ເລືອກຫຼິ້ນ ຄາດວ່າຖ້າຫາກໄປທ່ຽວວັນ 1 ແມ່ນຈະບໍ່ສາມາດຫຼິ້ນໄດ້ຄົບທຸກກິດຈະກຳ ເພາະຕ້ອງໄດ້ຕໍ່ແຖວລຽນຄິດເປັນຊົ່ວໂມງ.

ຈຸດເດັ່ນຂອງສວນສະໜຸກແຫ່ງນີ້ ພາຍໃນສວນໄດ້ປຸກສ້າງ ແລະ ຈໍາລອງເຫດການໃຫ້ສົມຈິງທຸກປະການເຊັ່ນ: ເຮືອນຊົນເຜົ່າ, ບ້ານກະຕູນ, ລ່ອງແກ້ງຜະຈົນໄພ, ຂີ່ລົດໄຟທີ່ທ້າທາຍ, ຂີ່ກະເຊົາຊົມຮູບເງົາທະລຸມິຕິ, ຊົມໝູ່ບ້ານ ພ້ອມລອງເຮືອຊົມຮູບເງົນໂຈນສະລັດແຈກສະປຽນແບບສົມຈິງ, ຂີ່ລົດຈັກຄວາມໄວສູງ ແລະ ຕອນແລງປະມານ 15:30 ໂມງ ຈະໄດ້ຊົມຂະຂວບການສະແດງຂອງຕົວລະຄອນນິສນີ, ການຈູດຟູໄຟ ແລະ ບັນດາກິດຈະກຳອື່ນໆ ເຊິ່ງບັນດາກິດຈະກໍາຕ່າງໆທີ່ນັກທ່ອງທ່ຽວໄດ້ສຳຜັດແມ່ນແບບສົມຈິງ ແລະ ມີຄວາມສຸກເພີດເພີນໄປກັບຄວາມເປັນດີສນີແລນ ຫຼື ສວນສະຫວັນໃນໂລກມະນຸດ ແລະ ບັນດາກິດຈະກໍາທີ່ມີໃຫ້ຫຼິ້ນໃນສວນສະໜຸກດັ່ງກ່າວນີ້ ຖ້າຫາກຕ້ອງການທີ່ຈະຫຼິ້ນທຸກກິດຈະກຳໃນວັນດຽວນັ້ນ ອາດຈະບໍ່ໝົດເນື່ອງຈາກມີຫຼາຍກິດຈະກຳ ແລະ ແຕ່ລະກິດຈະກໍາທີ່ຈະຫຼິ້ນຕ້ອງໄດ້ມີການຕໍ່ຄິວ (ຄົນຫຼາຍ) ດົນເປັນຊົ່ວໂມງ ຫຼື ຫຼາຍກວ່ານັ້ນແລ້ວແຕ່ຈໍານວນຄົນເຂົ້າໃນແຕ່ລະວັນ.

ທ່ານ ນາງ ຢັງ ປິງ ຊາວຈີນທີ່ມາຈາກເມືອງກວາງໂຈວ ເວົ້າວ່າ: ເປັນຄັ້ງທໍາອິດທີ່ໄດ້ເຂົ້າມາຫຼິ້ນສວນສະໜຸກແຫ່ງນີ້ ເຫັນວ່າມີຄວາມຕື່ນເຕັ້ນຫຼາຍ ມີຫຼາຍສິ່ງທີ່ເປັນໜ້າສົນໃຈ, ບັນຍາກາດດີ, ສວຍງາມ ແລະ ດຽວນີ້ ຍັງບໍ່ໄດ້ຕັດສິນໃຈວ່າຈະຫຼິ້ນກິດຈະໃດ ເພາະເຫັນແລ້ວຍັງຕື່ນເຕັ້ນຢູ່ ແລະ ກໍຄິດວ່າຕ້ອງມ່ວນຫຼາຍ.

ສ່ວນການເດີນທາງໄປສວນສະໜຸກດິສນິແລນນັ້ນ ຄັ້ງນີ້ພວກເຮົາໄດ້ໄປດ້ວຍລົດທົວຂອງໂຮງແຮມທີ່ຢູ່ໃນຕົວເມືອງຊຽງໄຮ ຂີ່ອອກໄປໃຊ້ເວລາປະມານ 1 ຊົ່ວໂມງ (ຖ້າຫາກລົດຕິດ ກໍ່ຈະໃຊ້ເວລາ 1 ຊົ່ວໂມງປາຍ) ໂດຍສວນສະໜຸກຕັ້ງຢູ່ເຂດເມືອງພູດົງ (Pudong) ແລະ ການຊື້ປີ້ເຂົ້າຊົມແມ່ນຕ້ອງໄດ້ໃຊ້ໜັງສືເດີນທາງ (Passport) ສໍາລັບນັກທ່ອງທ່ຽວຕ່າງປະເທດເພື່ອຢັ້ງຢືນ ແລະ ລາຄາປີ້ເຂົ້າຊົມ 1 ວັນ ຄົນທໍາມະດາ ລາຄາ 399 ຢວນ ( 1 ຢວນ ເທົ່າກັບປະມານ 1.300 ກີບ); ເດັກນ້ອຍ 299 ຢວນ; ຜູ້ສູງອາຍຸ 299 ຢວນ ແລະ ຄົນພິການ 299 ຢວນ ແລະ ຖ້າເປັນວັນເທດສະການ ຫຼື ວັນພັກລາຄາປີ້ເຂົ້າຊົມກໍ່ຈະແພງຂຶ້ນອີກ.

ສຳລັບຄົນປະຊາຊົນຄົນລາວເຮົາ ຖ້າຢາກໄປຫຼີ້ນສວນສະໜຸກດິສນີ ບໍ່ຕ້ອງໄປຮອດສະຫະລັດອາເມຣິກາ ໄປນະຄອນຊຽງໄຮ, ສປ ຈີນ ນີ້ກໍ່ໄດ້ໃຊ້ເວລາເດີນທາງພຽງ 4 ຊົ່ວໂມງ ກໍ່ເດີນເຖິງແລ້ວ ເພາະໃນປັດຈຸບັນໄດ້ມີສາຍການບິນລາຍ ບິນກົງໄປຍັງຊຽງໄຮແລ້ວ.