ບ້ານພຽງດ້າງ ໄດ້ຮັບອາຄານຮຽນຫຼັງໃໝ່

162

ອາຄານຮຽນໂຮງຮຽນປະຖົມສົມບູນ ບຸນຖິ່ນ – ໂດເຢືອງຈູ ທີ່ບ້ານພຽງດ້າງ ເມືອງຄຳ ແຂວງຊຽງຂວາງ ໄດ້ຮັບທຶນຊ່ວຍເຫຼືອຈາກ ສະມາຄົມອາຣຶມດາອູນ ຊາຣາມດຶ, ພັນທະມິດເພື່ອປອງດອງຊາດ ສ.ເກົາຫຼີ ມູນຄ່າ 1 ແສນໂດລາສະຫະລັດ ໄດ້ເລີ່ມລົງມືກໍ່ສ້າງທ້າຍເດືອນມີນາ 2019 ເປັນຕົ້ນມາ ຫຼ້າສຸດທ້າຍອາທິດຜ່ານມາໄດ້ມີພິທີມອບ – ຮັບອາຄານໂຮງຮຽນດັ່ງກ່າວ.

ຜູ້ຕາງໜ້າ ບໍລິສັດ SNC ເຊິ່ງເປັນບໍລິສັດຮັບເໝົາການກໍ່ສ້າງອາຄານຮຽນດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານໂຮງຮຽນດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 28 ມີນາ 2019 ເປັນຕົ້ນມາ ຮອດປັດຈຸບັນຖືວ່າສຳເລັດ 100% ແລ້ວ, ສ່ວນກິດຈະກຳໃນການກໍ່ສ້າງປະກອບ   ມີ: ອາຄານຮຽນ 6 ຫ້ອງ ( ຂະໜາດ 9 x 48 ແມັດ, ຫ້ອງຮຽນ 7 x 8 ແມັດ ), ອາຄານຫ້ອງນ້ຳ 4 ຫ້ອງ, ປະກອບດ້ວຍເຟີນີເຈີ, ຂັ້ນໄດຄອນກີດລົງສູ່ເດີ່ນບານ, ປະຕູໂຂງໂຮງຮຽນ ແລະ ຫຼັກທຸງເຮັດດ້ວຍເຫຼັກສະແຕນເລດ ໂດຍໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງອາຄານຮຽນຫຼັງນີ້ແມ່ນສະມາຄົມອາຣຶມດາອູນ ຊາຣາມດຶ, ພັນທະມິດເພື່ອປອງດອງຊາດ ສ.ເກົາຫຼີ.

ໂອກາດດັ່ງກ່າວ ຄະນະຜູ້ແທນ ສ.ເກົາຫຼີ ນຳໂດຍ ທ່ານ ອິມມູຮົງ ປະທານສະມາຄົມອາຣຶມດາອູນ ຊາຣາມດຶ, ພັນທະມິດເພື່ອປອງດອງຊາດ ສ.ເກົາຫຼີ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ແລະ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຊຽງຂວາງ ເຊິ່ງທາງສະມາຄົມຈະໃຫ້ການຊ່ວຍເຫຼືອກໍ່ສ້າງໂຮງໝໍບຸນຖິ່ນ ( ກຸ່ມບຸນຖິ່ນ ເມືອງຄຳ ແຂວງຊຽງ ຂວາງ ), ລົດດັບເພີງຈຳນວນ 15 ຄັນ ແລະ ລົດສົ່ງຄົນເຈັບຈຳນວນໜຶ່ງ ລວມມູນຄ່າແລ້ວຫຼາຍລ້ານໂດລາສະຫະລັດ ເຊິ່ງທ່ານເຈົ້າແຂວງກໍໄດ້ກ່າວສະແດງ ຄວາມຮູ້ບຸນຄຸນຕໍ່ສະມາຄົມ ກໍຄືຜູ້ໃຫ້ທຶນທີ່ສະໜອງ ຄວາມຝັນ ແລະ ຄວາມປາຖະໜາຂອງລູກຫຼານນັກຮຽນ, ຊ່ວຍພັດທະນາແຂວງ ຊຽງຂວາງ ພ້ອມໆກັບພັດທະນາຊັບພະຍາກອນມະນຸດໃຫ້ດີຂຶ້ນເລື້ອຍໆ.

( ຂ່າວ: ບຸນມີ ແສງທຸມມີ )