ໝູ່ບ້ານເຮືອນລາວ ຄາດມີນັກທ່ອງທ່ຽວເຂົ້າຊົມ 1 ແສນກວ່າຄົນ

74

ໝູ່ບ້ານເຮືອນລາວຕັ້ງຢູ່ດ້ານຫຼັງພະທາດຫຼວງວຽງຈັນ ໜຶ່ງໃນກິດຈະກໍາທີ່ຈັດຂຶ້ນພ້ອມກັບງານບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງເປັນເຂດທີ່ໄດ້ຮັບຄວາມສົນໃຈສູງຈາກພໍ່ແມ່ປະຊາຊົນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ປີນີ້ຄາດວ່າຈະມີຜູ້ເຂົ້າທ່ຽວຊົມຫຼາຍກວ່າ 1 ແສນຄົນ.

ທ່ານ ນາງ ເພັນນະພາ ວົງສະໝໍລະພູມ ຜູ້ຈັດການ ກຸ່ມບໍລິສັດ ຊີເອັນພີ ( CNP ) ຂາອອກ – ຂາເຂົ້າ ຈຳກັດ ຜູ້ຈັດສະຖານທີ່ໝູ່ບ້ານເຮືອນລາວ ໄດ້ກ່າວວ່າ: ກິດຈະກໍາໝູ່ບ້ານເຮືອນລາວ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໃນປີ 2019 ແມ່ນໄດ້ຮັບຄວາມນິຍົມຊົມຊອບຈາກພໍ່ແມ່ປະຊາຊົນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດສູງ ໂດຍສະເພາະປີນີ້ເຮົາໄດ້ຕົກແຕ່ງສວນດອກໄມ້ຫຼາກຫຼາຍຊະນິດ ເພື່ອເປັນການຍົກລະດັບໃຫ້ໝູ່ບ້ານເຮືອນລາວ ມີຄວາມສວຍງາມ ແລະ ສ້າງສີສັນໃໝ່ ພາຍໃນໝູ່ບ້ານເຮືອນລາວ.

ທ່ານກ່າວວ່າ: ສໍາລັບຄາດໝາຍຜູ້ເຂົ້າທ່ຽວຊົມໃນໝູ່ບ້ານເຮືອນລາວປີນີ້ ຄາດຄະເນຢູ່ທີ່ 1 ແສນກວ່າຄົນ, ສໍາລັບເດັກນ້ອຍຕໍ່າກວ່າ 7 ປີ ແລະ ຜູ້ອາຍຸສູງຫຼາຍກວ່າ 65 ປີ ຈະບໍ່ໄດ້ເສຍຄ່າປີ້ເຂົ້າຊົມ. ສ່ວນລາຄາຄ່າເຂົ້າຊົມ 10 ພັນກີບ ພວກເຮົາຈະມີນໍ້າດື່ມໃຫ້ພ້ອມ ເນື່ອງຈາກພວກເຮົາໄດ້ປັບປຸງໃຫ້ມີສີສັນໃໝ່ ແລະ ກິດຈະກໍາຫຼາກຫຼາຍຢ່າງ ເພື່ອສ້າງຄວາມປະທັບໃຈ ແລະ ດຶງດູດນັກທ່ອງທ່ຽວ ເປັນຕົ້ນແມ່ນການຕົກແຕ່ງໂຄມໄຟລອຍທີ່ສວຍງາມຢູ່ເບື້ອງທາງເຂົ້າດ້ານຫຼັງພະທາດຫຼວງວຽງຈັນ, ເສີມເຄື່ອງຫັດຖະກໍາທີ່ຫາຍາກຈາກພູມປັນຍາທ້ອງຖິ່ນໃນຂອບເຂດທົ່ວປະເທດ, ກິດຈະກໍາອະນຸຮັກ, ຮັກສາວັດທະນະທໍາ, ການປ່ຽນເສື້ອຜ້າ, ການນຸ່ງຫົ່ມລາວ, ຊົມວິຖີຊີວິດແບບພື້ນເມືອງລາວ ໂດຍພວກເຮົາຈະເປີດໃຫ້ເຊົ່າລາຄາເລີ່ມແຕ່ 35 ພັນກີບຂຶ້ນໄປ. ນອກນັ້ນ, ຍັງມີສິລະປິນນັກແຕ້ມຮູບມາແຕ້ມຮູບຈໍາລອງຂອງສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ ແລະ ປະຫວັດຄວາມເປັນມາຂອງພະທາດຫຼວງວຽງຈັນ. ພ້ອມນັ້ນ, ກໍຈະມີອາຫານແບບລາວໆເຮົາໄວ້ຄອຍບໍລິການພາຍໃນເຮືອນຊົງລາວແຕ່ລະຫຼັງອີກດ້ວຍ.

ທ່ານ ນາງ ເພັນນະພາ ວົງສະໝໍລະພູມ ຍັງເຊີນຊວນພໍ່ແມ່ປະຊາຊົນເຂົ້າມາທ່ຽວຊົມໝູ່ບ້ານເຮືອນລາວ ພວກເຮົາຜູ້ຈັດງານກໍມີຄວາມຍິນດີທີ່ຈະຮັບເອົາຄໍາຕໍາໜິຕິຊົມຈາກນັກທ່ອງທ່ຽວ ເພື່ອຈະໄດ້ປັບປຸງວຽກງານການບໍລິການໃຫ້ດີຂຶ້ນ ກວ່າເກົ່າ ພາຍຫຼັງຈົບງານບຸນນະມັດສະການພະທາດຫຼວງວຽງຈັນ ພວກເຮົາກໍຍັງເປີດໃຫ້ນັກທ່ອງທ່ຽວສາມາດເຂົ້າຢ້ຽມຊົມໝູ່ບ້ານເຮືອນລາວຂອງພວກເຮົາໄດ້.

[ ຂ່າວ: ພຸດຕີ້; ຮູບ: ວິລະສັກ ]