ເກັບຄ່າບໍລິການທ່ອງທ່ຽວແພງສະທ້ອນຫຼາຍບັນຫາທີ່ຕ້ອງແກ້

239

ໄລຍະຜ່ານມາການເກັບຄ່າບໍລິການຕາມແຫຼ່ງທ່ອງທ່ຽວຕ່າງໆໃນ ສປປ ລາວ ຖືວ່າແພງຖ້າທຽບໃສ່ບັນດາປະເທດໃກ້ຄຽງ ເປັນຕົ້ນແມ່ນໄທ ແລະ ຫວຽດນາມ. ບັນຫາດັ່ງກ່າວແມ່ນມາຈາກຫຼາຍປັດໄຈທີ່ແຕກຕ່າງກັນ ເປັນຕົ້ນບັນຫາການສຳປະທານໃນລາຄາແພງ, ຈັນຍາບັນຂອງຜູ້ສຳປະທານ ແລະ ນະໂຍບາຍຕ່າງໆຂອງລັດຖະບານຕໍ່ຂະແໜງການທ່ອງທ່ຽວ.

ທ່ານ ຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ໃຫ້ສຳພາດວ່າ: ການສົ່ງເສີມການທ່ອງທ່ຽວ ແລະ ເປີດໃຫ້ບັນດາບໍລິສັດສຳປະທານແຫຼ່ງທ່ອງທ່ຽວຕ່າງໆ ເປັນແນວທາງທີ່ດີເພື່ອສົ່ງເສີມຂະແໜງການທ່ອງທ່ຽວ. ພ້ອມກັນນັ້ນ, ຍັງສ້າງວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນຢູ່ເຂດອ້ອມຂ້າງແຫຼ່ງທ່ອງທ່ຽວດັ່ງກ່າວ.

ແຕ່ໃນໄລຍະຜ່ານມາເຫັນວ່າມູນຄ່າສຳປະທານບັນດາແຫຼ່ງທ່ອງທ່ຽວຍັງຢູ່ໃນລະດັບທີ່ແພງ ເຊິ່ງເຮັດໃຫ້ຫຼັງເປີດບໍລິການແລ້ວຜູ້ສຳປະທານເກັບຄ່າບໍລິການໃນລາຄາສູງເພື່ອໃຫ້ໄດ້ທຶນຄືນໃນໄລຍະທີ່ສັ້ນ ລວມໄປເຖິງຮ້ານຄ້າຂາຍທີ່ຢູ່ໃນ ແລະ ອ້ອມຂ້າງບໍລິເວນແຫຼ່ງທ່ອງທ່ຽວ ກໍຂາຍສິນຄ້າໃນລາຄາສູງກວ່າຕະຫຼາດທົ່ວໄປ ເຊິ່ງເຮັດໃຫ້ບໍ່ສາມາດດຶງດູດນັກທ່ອງທ່ຽວມາທ່ຽວຫຼາຍເທົ່າທີ່ຄວນ.

ບັນຫາທີ່ແຫຼ່ງທ່ອງທ່ຽວໃນ ສປປ ລາວ ເກັບຄ່າບໍລິການແພງນັ້ນແມ່ນເກີດມາຈາກຫຼາຍປັດໄຈທີ່ແຕກຕ່າງກັນ ເຊັ່ນ: ຈັນຍາບັນຂອງຜູ້ໃຫ້ການສຳປະທານ ແລະ ຜູ້ໄດ້ຮັບສຳປະທານບໍ່ມີຄວາມໂປ່ງໃສ ແລະ ບໍ່ສາມາດກວດກາໄດ້, ຜູ້ໄດ້ຮັບການສຳປະທານເອງກໍແມ່ນບໍ່ດຳເນີນການຕາມການສະເໜີ ແລະ ບົດວິພາກເສດຖະກິດຂອງຕົນ, ສ່ວນຫຼາຍແມ່ນລັກສະນະຮັບເອົາການອະນຸຍາດ ( ຈັບຈອງໄວ້ ) ເພື່ອລໍຖ້າຂາຍການສໍາປະທານໃຫ້ຄົນອື່ນ.

ພ້ອມດຽວກັນນັ້ນ, ນະໂຍບາຍເງິນກູ້ຂອງທະນາຄານພາຍໃນແມ່ນບໍ່ໄດ້ມີຂໍ້ທີ່ຊຸກຍູ້ການດຳເນີນທຸລະກິດທ່ອງທ່ຽວຢ່າງແທ້ຈິງ ເຊັ່ນ: ດອກເບ້ຍສູງເກີນໄປ, ໄລຍະຊຳລະຄືນສັ້ນເກີນໄປ, ການຕີມູນຄ່າຫຼັກຊັບຄ້ຳປະກັນບໍ່ຍຸຕິທຳ. ນອກນັ້ນ, ຂັ້ນຕອນການອະນຸມັດແມ່ນມີຫຼາຍຂອດສັບສົນ, ແກ່ຍາວ ແລະ ມີລັກສະນະບໍ່ໂປ່ງໃສ, ເອົາປຽບຜູ້ມາກູ້.ສະນັ້ນ, ຈຶ່ງເຮັດໃຫ້ຫຼາຍທຸລະກິດປະສົບກັບບັນຫາໜີ້ສິນເປັນຈຳນວນຫຼາຍ ແລະ ເພື່ອຄວາມຢູ່ລອດຂອງທຸລະກິດທ່ອງທ່ຽວຂອງຕົນ ຜູ້ສຳປະທານທັງຫຼາຍຈຶ່ງຈຳເປັນຕ້ອງເກັບຄ່າບໍລິການທ່ອງທ່ຽວໃນລາຄາແພງ.

ທ່ານ ຄັດຕະພອນ ພົມມະປັນຍາ ຍັງໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການທ່ອງທ່ຽວສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຮັບປະກັນຄ່າບໍລິການ ລັດຕ້ອງຈິງໃຈໃນການໃຫ້ຂໍ້ມູນ, ມີການກຳນົດ, ຈັດສັນຂອບເຂດ, ປະເພດຂອງການໃຫ້ສຳປະທານເປັນຢ່າງດີ. ນອກນັ້ນ, ຄ່າບໍລິການດ້ານຕ່າງໆທີ່ປິ່ນອ້ອມວຽກງານທ່ອງທ່ຽວ ຕ້ອງໄດ້ກຳນົດ, ກວດກາ ແລະ ເປັນເອກະພາບກັນຢ່າງສົມເຫດສົມຜົນ.

ທ່ານກ່າວອີກວ່າ: ລັດຕ້ອງມີກອງທຶນສຳລັບການພັດທະນາຂະແໜງທ່ອງທ່ຽວຢ່າງຈິງຈັງ, ຕ້ອງມີການກວດສອບຢ່າງເປັນລະບົບທັງກ່ອນ ແລະ ຫຼັງການອະນຸຍາດ, ຕ້ອງມີການດັດປັບບັນດານະໂຍບາຍທີ່ບໍ່ສອດຄ່ອງ ອັນເປັນຕົວກົດໜ່ວງຖ່ວງດຶງການພັດທະນາການທ່ອງທ່ຽວ. ສ້າງ ແລະ ເອື້ອອຳນວຍໃຫ້ບັນດາຜູ້ປະກອບການສາມາດເຂົ້າເຖິງແຫຼ່ງເງິນກູ້ຢູ່ຕ່າງປະເທດ, ຮ່ວມມືກັບຕ່າງປະເທດ, ຫຼຸດຜ່ອນຂັ້ນຕອນອະນຸຍາດຢ່າງຕັ້ງໜ້າ, ທັບມ້າງສິ່ງກີດຂວາງທີ່ເປັນອຸປະສັກຕົ້ນຕໍຂອງການທ່ອງທ່ຽວ, ສົ່ງເສີມການທ່ອງທ່ຽວແບບສະບັບຂອງຄົນລາວແທ້ ແລະ ສະກັດກັ້ນການລອກຮຽນແບບສິ່ງບໍ່ດີຂອງຕ່າງຊາດ.ພະນັກງານ, ຜູ້ປະກອບການທ່ອງທ່ຽວ ແລະ ທຸກຂະແໜງທີ່ປິ່ນອ້ອມຕ້ອງມີສິນລະທຳ, ມີຈັນຍາບັນ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ.

( ຂ່າວ: ກາວຊົ່ງ )