ລັດຖະບານເປີດໄຟຂຽວໃຫ້ ບໍລິສັດ ລາວອາໂກຣເທັກ ມະຫາຊົນ ເຂົ້າສຶກສາຄວາມເປັນໄປໄດ້ໃນການສໍາຫຼວດເນື້ອທີ່ດິນເພື່ອປູກໄມ້ອຸດສາຫະກຳ ໂດຍສະເພາະແມ່ນປະເພດໄມ້ກະຖິນນະລົງ ແລະ ສ້າງຕັ້ງໂຮງງານແປຮູບໃຫ້ເປັນສິນຄ້າຢູ່ເຂດເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ແຂວງສາລະວັນ ເຊິ່ງຄາດວ່າຈະມີເນື້ອທີ່ທີ່ເປັນໄປໄດ້ໃນການປູກປະມານ5 ພັນກວ່າເຮັກຕາ ແລະ ຄາດຄະເນມູນຄ່າການລົງທຶນທັງໝົດ 10 ລ້ານໂດລາສະຫະລັດ.
ທ່ານ ອະພິສິດ ຣຸຈິກຽດກໍາຈອນ ປະທານ ບໍລິສັດ ລາວອາໂກຣເທັກ ມະຫາຊົນ ກ່າວວ່າ: ບໍລິສັດສ້າງຕັ້ງມາໄດ້ 10 ກວ່າປີແລ້ວ ແລະ ໄດ້ເຂົ້າຈົດທະບຽນເຂົ້າຢູ່ໃນຕະຫຼາດຫຼັກຊັບລາວ 2018 ເຊິ່ງຜ່ານມາແມ່ນພວກເຮົາແມ່ນເນັ້ນການເຮັດທຸລະກິດດ້ານອຸດສາຫະກຳປາມນໍ້າມັນຄົບວົງຈອນ ນັບແຕ່ການຜະລິດແນວພັນ, ການສົ່ງເສີມການປູກ ແລະ ແປຮູບຜະລິດຕະພັນປາມ ໂດຍທາງບໍລິສັດກໍ່ໄດ້ພັດທະນາໃຫ້ມີແນວພັນປາມນໍ້າມັນຂອງຕົນເອງພາຍໃຕ້ຊື່ “ ພັນປາມນໍ້າມັນ ລາວ-ວຽງ ” ແລະ ມີພື້ນທີ່ໂຮງງານຕັ້ງຢູ່ບ້ານໜອງຄັນຄູ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ . ສະນັ້ນ, ເພື່ອເປັນການຂະຫຍາຍທຸລະກິດອີກຂະແໜງການໜຶ່ງຂອງບໍລິສັດ ແລະ ເຫັນໂອກາດດ້ານການແປຮູບຜົນຜະລິດໄມ້ປູກໃຫ້ເປັນອຸດສາຫະກຳແບບຍືນຍົງ ເພື່ອໃຫ້ເປັນສິນຄ້າສົ່ງອອກ ແລະ ສະໜອງຕະຫຼາດຕ່າງປະເທດ ຈຶ່ງເປັນທີ່ມາຂອງການເຊັນບົດບັນທຶກຄວາມເຂົ້າໃຈສຶກສາ – ສໍາຫຼວດໃນຄັ້ງນີ້.
ທ່ານ ອະພິສິດ ຍັງໃຫ້ສໍາພາດຕື່ມວ່າ: ພາຍຫຼັງທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈແລ້ວ ພວກເຮົາຈະເລີ່ມສຶກສາ – ສໍາຫຼວດທັນທີ ແລະ ຈະສໍາເລັດການສໍາຫຼວດຕາມກໍານົດທີ່ທາງລັດຖະບານກໍານົດໃຫ້ຕາມກອບຂອງບົດບັນທຶກຄວາມເຂົ້າໃຈ ຄາດວ່າຈະມີເນື້ອທີ່ເໝາະສົມໃນການປູກປະມານ 5 ພັນກວ່າເຮັກຕາ ທີ່ກວມເອົາເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ແຂວງສາລະວັນ.
ສໍາລັບຕະຫຼາດຄວາມຕ້ອງການແມ່ນສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນ: ໄທ, ສປ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ບັນດາປະເທດເອີຣົບ ເນື່ອງຈາກວ່າກຸ່ມປະເທດເຫຼົ່ານີ້ແມ່ນມີຄວາມຕ້ອງການໄມ້ກະຖິນນະລົງເປັນໄມ້ເນື້ອອ່ອນປູກປະມານ 3 ປີ ກໍສາມາດຕັດ ແລະ ແປຮູບເປັນຜະລິດຕະພັນໄດ້ເລີຍ ຄາດວ່າຈະປູກ 2.500 ຕົ້ນຕໍ່ 1 ເຮັກຕາ ແລະ ຈະມີການຈ້າງງານປະມານ 1 ພັນກວ່າຄົນ.
ຂະນະທີ່, ທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງສາລະວັນ ໃຫ້ຮູ້ຕື່ມອີກວ່າ: ທາງແຂວງກໍໃຫ້ການສະໜັບສະໜູນເປັນຢ່າງຍິ່ງ ເຊິ່ງປະຊາຊົນທ້ອງຖິ່ນຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ ເຊັ່ນ: ການສ້າງວຽກເຮັດງານທຳ, ການຈ້າງງານ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ. ສ່ວນພາກລັດກໍມີລາຍຮັບດ້ານພາສີ – ອາກອນ ທັງເປັນການປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈສໍາຫຼວດເນື້ອທີ່ດິນ ແລະ ສຶກສາຄວາມເປັນໄປໄດ້ ໂຄງການປູກໄມ້ອຸດສາຫະກຳ ( ໄມ້ກະຖິນນະລົງ ) ແລະ ສ້າງຕັ້ງໂຮງງານແປຮູບສິນຄ້າຢູ່ເຂດເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ແຂວງສາລະວັນ ລະ ຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ລາວອາໂກຣເທັກ ມະຫາຊົນ ຈັດຂຶ້ນໃນວັນ ທີ 31 ຕຸລາຜ່ານມາ ທີ່ໂຮງ ແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ.
ຕາງໜ້າໃຫ້ລັດຖະບານລົງນາມໂດຍ ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ກິແກ້ວ ສິງນາວົງ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງສາລະວັນ, ຝ່າຍບໍລິສັດເຊັນໂດຍ ທ່ານ ອະພິສິດ ຣຸຈິກຽດກໍາຈອນ ປະທານ ບໍລິສັດ ລາວອາໂກຣເທັກ ມະຫາຊົນ, ທ່ານ ອຸດົມ ແກ້ວທະວົງ ຜູ້ອໍານວຍການບໍລິສັດ ເຊິ່ງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
[ ຂ່າວ – ຮູບ: ສົມສະຫວິນ ]