ສຸດຍອດ! ເດືອນສິງຫາ ລາວເກີນດຸນການຄ້າກັບຕ່າງປະເທດເຖິງ 28 ລ້ານໂດລາ

194

ເລີ່ມເປັນສັນຍານດີ ສຳລັບຂະແໜງການຄ້າຂອງ ສປປ ລາວ ເນື່ອງຈາກມູນຄ່າການສົ່ງອອກສິນຄ້າປະຈຳເດືອນ 8 ລາວເກີນດຸນກັບຕ່າງປະເທດເຖິງ 28 ລ້ານໂດລາ. ເຊິ່ງມູນຄ່າການຄ້າທັງໝົດປະຕິບັດໄດ້ 784 ລ້ານໂດລາ, ໃນນັ້ນ ສົ່ງອອກປະຕິບັດໄດ້ 406 ໂລດາ (ຍັງບໍ່ກວມເອົາການສົ່ງອອກໄຟຟ້າ) ແລະ ນໍາເຂົ້າປະຕິບັດໄດ້ 378 ລ້ານໂດລາ.


ສຳລັບໝວດສິນຄ້າສົ່ງອອກຫຼັກ ຂອງ ສປປ ລາວ ຄື: ແຮ່ທອງ 47 ລ້ານໂດລາ; ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 40 ລ້ານໂດລາ; ໝາກກ້ວຍ 11 ລ້ານໂດລາ; ເຍື່ອໄມ້ ແລະ ເສດເຈ້ຍ 28 ລ້ານໂດລາ; ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 25 ລ້ານໂດລາ; ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 16 ລ້ານໂດລາ; ຄຳປະສົມ, ຄຳແທ່ງ 14 ລ້ານໂດລາ; ເຄື່ອງນຸ່ງຫົ່ມ 20 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 17 ລ້ານໂດລາ; ນ້ຳຕານ 10 ລ້ານໂດລາ;ຢາງພາລາ 23 ລ້ານໂດລາ; ເກືອກາລີ 9 ລ້ານໂດລາ; ງົວ ແລະ ຄວາຍ 21 ລ້ານໂດລາ; ໄມ້ແປຮູບ ແລະ ເຄິ່ງສຳເລັດຮູບ 13 ລ້ານໂດລາ.


ສ່ວນໝວດສິນຄ້ານໍາເຂົ້າຫຼັກມີ: ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ (ເຫຼັກກ້າ) 35 ລ້ານໂດລາ ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 7 ລ້ານໂດລາ; ນ້ຳມັນກາຊວນ 29 ລ້ານໂດລາ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 25 ລ້ານໂດລາ; ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 17 ລ້ານໂດລາ; ນ້ຳມັນແອັດຊັງ, ແອັດຊັງພິເສດ 11 ລ້ານໂດລາ; ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 9 ລ້ານໂດລາ; ເຍື່ອໄມ້ ແລະ ເສດເຈ້ຍ 13 ລ້ານໂດລາ; ນ້ຳຕານ 11 ລ້ານໂດລາ; ສັດທີ່ມີຊີວິດ 20 ລ້ານໂດລາ.


ມາຮອດເດືອນສິງຫາເຫັນມາຕະຫຼາດສົ່ງອອກສິນຄ້າຫຼັກໆຂອງລາວ ແມ່ນ ສປ ຈີນບັນລຸຍອດເຖິງ 168 ລ້ານໂດລາ; ຣາຊະອານາຈັກໄທ 108 ລ້ານໂດລາ; ສສ ຫວຽດນາມເກືອບ 80 ລ້ານໂດລາ; ຢີ່ປຸ່ນ 9 ລ້ານໂດລາ ແລະ ສະວິດເຊີແລນ 9 ລ້ານໂດລາ. ສ່ວນປະເທດນໍາເຂົ້າຫຼັກປະກອບມີ ຣາຊະອານາຈັກໄທ 211 ລ້ານໂດລາ; ສປ ຈີນ 89 ລ້ານໂດລາ; ສສ ຫວຽດນາມ 45 ລ້ານໂດລາ; ສະຫະລັດອາເມລິກາ 7 ລ້ານໂດລາ ແລະ ຍີ່ປຸ່ນ 4 ລ້ານໂດລາ.

 

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal