ເມືອງວາປີ ເກັບລາຍຮັບໄດ້ພຽງ 2 ຕື້ກວ່າກີບ ໃນໄລຍະ 9 ເດືອນ

228

ທ່ານ ທິນນະກອນ ແສງອຸໄທ ຫົວໜ້າຫ້ອງການການເງິນເມືອງວາປີ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວາປີ ຄັ້ງທີ 18 ສະໄໝທີ VII ໃນທ້າຍອາທິດຜ່ານມານີ້ ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນ ປີ 2019 ນີ້, ການເກັບລາຍຮັບເຂົ້າງົບປະມານແຫ່ງລັດແມ່ນປະຕິບັດໄດ້ພຽງແຕ່ 2,7 ຕື້ກວ່າກີບ ເທົ່າກັບ 69%. ໃນນັ້ນ, ເກັບຈາກອາກອນໄດ້ 900 ລ້ານກວ່າກີບ, ຈາກຊັບສິນ 300 ລ້ານກວ່າກີບ, ທີ່ດິນ 600 ລ້ານກວ່າກີບ ແລະ ຄ່າທໍານຽມ 28 ລ້ານກວ່າກີບ ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 8%.

ສ່ວນສາເຫດທີ່ເກັບລາຍຮັບບໍ່ໄດ້ຕາມຄາດໝາຍ ເນື່ອງຈາກທົ່ວເມືອງວາປີ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນລະຫວ່າງເດືອນກັນຍາ ເຊິ່ງໄດ້ເຮັດໃຫ້ເນື້ອທີ່ການຜະລິດຂອງປະຊາຊົນ, ຫ້າງຮ້ານ ແລະ ບັນດາໂຮງງານຕ່າງໆຂອງນັກທຸລະກິດຫຼາຍແຫ່ງພາຍໃນເມືອງຖືກຜົນກະທົບ ແລະ ເສຍຫາຍເປັນຈໍານວນຫຼວງຫຼາຍ.

ຫົວໜ້າຫ້ອງການການເງິນເມືອງ ໄດ້ກ່າວຕື່ມວ່າ: ເຖິງໄດ້ຮັບຜົນກະທົບກໍຕາມ ແຕ່ຫ້ອງການການເງິນເມືອງ ໄດ້ສືບຕໍ່ເອົາໃຈໃສ່ວຽກງານໃນຫຼາຍດ້ານ ທັງໄດ້ເຂັ້ມງວດໃນການປະຕິບັດລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບການ ແລະ ທັນກັບກໍານົດເວລາ. ໃນ 9 ເດືອນຜ່ານມາ ປະຕິບັດລາຍຈ່າຍໄດ້ 19 ຕື້ກວ່າກີບ. ໃນນັ້ນ, ຈ່າຍເງິນເດືອນພະນັກງານ 14,9 ຕື້ ກວ່າກີບ, ຈ່າຍເງິນອຸດໜູນ 1 ຕື້ ກວ່າກີບ, ຈ່າຍບໍລິຫານຂອງລັດ 1,9 ຕື້ກວ່າກີບ, ຈ່າຍດັດສົມສົ່ງເສີມ 400 ລ້ານກວ່າກີບ ແລະ ຈ່າຍກໍ່ສ້າງພື້ນຖານໂຄງລ່າງ 800 ລ້ານກວ່າກີບ.

ສຳລັບທິດທາງແຜນການ 3 ເດືອນທ້າຍປີ 2019 ຈະສູ້ຊົນການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ບັນລຸຕາມແຜນການທີ່ກໍານົດໄວ້ ເປັນຕົ້ນ: ໄດ້ຈັດສົ່ງພະນັກງານລົງເຄື່ອນໄຫວຊຸກຍູ້ການເກັບລາຍຮັບ ແລະ ຮັບປະກັນທຸກລາຍຮັບຕ້ອງມອບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງຄົບຖ້ວນ, ຊັດເຈນ ແລະ ໂປ່ງໃສ.

( ຂ່າວ – ຮູບ: ວິໄລວອນ ສິດທິໄຊ )