ບໍລິສັດ ສະຕາໂທລະຄົມ ( ຢູນີເທວ ) ເປີດທົດລອງ 5G ດ້ວຍຄວາມໄວສູງ

265

ຢູນີເທວ ໄດ້ເປີດທົດລອງນຳໃຊ້ 5G ແລ້ວ ຢູ່ທີ່ກອງປະຊຸມລັດຖະມົນຕີ ICT ອາຊຽນ TELMIN 19 ທີ່ໄດ້ຈັດຂຶ້ນລະຫວ່າງວັນທີ 19 – 25 ຕຸລາຜ່ານມານີ້, ໃນງານສະເຫຼີມສະຫຼອງ ຢູນີເທວ ຄົບຮອບ 10 ປີ ທີ່ບໍລິສັດ ສະຕາໂທລະຄົມ, ດ້ວຍຄວາມໄວສູງສຸດໄດ້ເຖິງ 1.7 Gbps ( ຖ້າໃຊ້ຄວາມຖີ່ 5G ຢ່າງດຽວ ) ແລະ ຖ້າຫາກໃຊ້ສັນຍານຮ່ວມ 4G ຈະໄດ້ຄວາມໄວສູງສຸດໄດ້ເຖິງ 2.5 Gbps ( ເມື່ອນຳໃຊ້ແບບລະບົບ Dual Connection ໃຊ້ສັນຍານຮ່ວມກັນທັງ 5G ແລະ 4G ແລ້ວສົ່ງຫາອຸປະກອນປາຍທາງ ).

ທ່ານ ລີວ ແມັງ ຮ່າ ຜູ້ອຳນວຍການ ໃຫຍ່ ບໍລິສັດ ສະຕາໂທລະຄົມ ໄດ້ກ່າວວ່າ: ການທົດລອງ 5G ປະສົບຜົນສຳເລັດ ແມ່ນການລິເລີ່ມຂອງເຄືອຂ່າຍ 5G ທີ່ສົມບູນໃນອະນາຄົດອັນໃກ້ນີ້. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນຕື່ມວ່າ: ບໍລິສັດ ສະຕາໂທລະຄົມ ( ຢູນີເທວ ) ຮູ້ດີກ່ຽວກັບບົດບາດຂອງບໍລິສັດໃນປັດຈຸບັນ ແມ່ນຜູ້ບຸກເບີກໃນການພັດທະນາລະບົບດິຈິຕອລທີ່ທັນສະໄໝ, ນອກຈາກການມີເຄືອຂ່າຍ 4G ທີ່ສາມາດສົ່ງສັນຍານໄດ້ທົ່ວປະເທດແລ້ວ ສະຕາໂທລະຄົມ ( ຢູນີເທວ ) ຍັງມີເປົ້າໝາຍໃນການສ້າງເຄືອຂ່າຍ 5G ເພື່ອຕອບສະໜອງ ຄວາມຕ້ອງການຂອງສັງຄົມ, ດ້ວຍ ຄວາມລະອຽດສູງສຸດ ແລະ ສາມາດເຊື່ອມຕໍ່ IoT ເພື່ອນຳໃຊ້ເຂົ້າໃນຜະລິດຕະພັນຂໍ້ມູນຂະໜາດໃຫຍ່ ເປັນຕົ້ນແມ່ນຜະລິດຕະພັນ AI ສາທາລະນະສຸກ, ອຸດສາຫະກຳ, ກະສິກຳ ແລະ ປ່າໄມ້.

ເພື່ອຮັບໃຊ້ຂະບວນການຫັນເປັນດິຈິຕອລ ຕາມແຜນການແລ້ວ, ສະຕາໂທລະຄົມ ( ຢູນີເທວ ) ຈະສືບຕໍ່ຂະຫຍາຍການທົດລອງເຄືອຂ່າຍມືຖື 5G ໃນບາງແຂວງ ເພື່ອໃຫ້ລູກຄ້າສາມາດທົດລອງສຳຜັດກັບຄວາມໄວທີ່ກຳລັງທົດສອບໃນປັດຈຸບັນ. ນອກນັ້ນ, ຢູນີເທວ ຈະສົມທົບລາຍງານຕໍ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນການຈັດຕັ້ງຜັນຂະຫຍາຍ 5G ໃນທົ່ວປະເທດ ທ່ານ ລີວ ແມັງ ຮ່າ ກ່າວ.
ຜົນປະໂຫຍດຂອງ 5G ທີ່ໃຫ້ການນໍາໃຊ້ອິນເຕີເນັດທີ່ມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ:
(1) ເຕັກໂນໂລຊີທີ່ລໍ້າສະໄໝ: 5Gແມ່ນເຄືອຂ່າຍມືຖືທີ 5 ( 5th Generation ) ແມ່ນເຄືອຂ່າຍຍຸກສະໄໝໃໝ່ ພາຍຫຼັງ 4G ດ້ວຍຄວາມໄວທີ່ພົ້ນເດັ່ນ, 5G ຈະແມ່ນເຄືອຂ່າຍໄຮ້ສາຍທີ່ຈະເຮັດໃຫ້ພວກເຮົາເຊື່ອມຕໍ່ກັບໂລກພາຍນອກ ເຮັດໃຫ້ເຊື່ອມຕໍ່ກັບອິນເຕີເນັດແບບບໍ່ມີອຸປະສັກ ຫຼື ຂໍ້ຈໍາກັດໃດໆ.
(2) ຄວາມໄວທີ່ໂດດເດັ່ນ: 5G ເພີ່ມ ຄວາມໄວໃນການສົ່ງຂໍ້ມູນ 20Gb ຕໍ່ວິນາທີ ເຊິ່ງມີຄວາມໄວກວ່າ 20 ເທື່ອເມື່ອທຽບກັບ 4G ເຊິ່ງປັດຈຸບັນ ( ມີຄວາມໄວ 1Gb ຕໍ່ວິນາທີ ).

(3) ເວລາໃນການສົ່ງຂໍ້ມູນຕໍ່າ: ເວລາໃນການສົ່ງຂໍ້ມູນ ( latency ) ແມ່ນ ຄວາມໄວທີ່ໃຊ້ໃນການແທັກຂໍ້ມູນທີ່ເຮົາສົ່ງຈົນເຖິງເວລາທີ່ລະບົບຮັບໄດ້ ແລະ ຕອບກັບຫາເຮົາ. ຕົວຢ່າງ: ເວລາເຮົາ click mouse ຂໍ້ມູນຈະຖືກສົ່ງຫາລະບົບສູນກາງ, ລະບົບສູນກາງຈະປະມວນຜົນ ແລະ ສົ່ງກັບ, ຂະບວນການລໍຖ້າການປະມວນຜົນນັ້ນເອີ້ນວ່າເວລາການສົ່ງຂໍ້ມູນ; ຕາມທິດສະດີເຄືອຂ່າຍ 5G ມີເວລາໃນການສົ່ງຂໍ້ມູນທີ່ຕ້ອງໃຊ້ພະລັງງານຕໍ່າຫຼາຍ ພຽງແຕ່ 1ms ເຊິ່ງໃນເຄືອຂ່າຍ 4G ແລະ 3G ປັດຈຸບັນມີເວລາໃນການສົ່ງຂໍ້ມູນແມ່ນ 50 – 60 ms. ເວລາການສົ່ງຂໍ້ມູນຕໍ່າຈະຊ່ວຍໃຫ້ເຮົາເຊື່ອມຕໍ່ ແລະ ປະມວນຂໍ້ມູນທີ່ໄວຂຶ້ນ, ບັນຫານີ້ສໍາຄັນຫຼາຍໃນການໃຊ້ງານກັບໂປຣແກຣມຄວບຄຸມ ເຊັ່ນ: ໂປຣແກຣມຄວບຄຸມພາຫະນະຂັບເຄື່ອນດ້ວຍຕົວເອງ, ລວມທັງອຸປະກອນເຊື່ອມຕໍ່. ຕົວຢ່າງພາຫະນະຂັບເຄື່ອນດ້ວຍຕົວເອງ ຖ້າເວລາໃນການສົ່ງຂໍ້ມູນສູງ ແມ່ນຂໍ້ມູນອື່ນຈະໄດ້ຮັບຜົນທີ່ປະມວນຊ້າຂຶ້ນ ແລະ ບັນຫານີ້ຈະສົ່ງຜົນເຖິງຄວາມປອດໄພຂອງຜູ້ໂດຍສານພາຍໃນລົດນັ້ນ ເພາະການສື່ສານກັນຂອງບັນດາພາຫະນະຈະຖືກຂັດຈັງຫວະ.
(4) ການນໍາໃຊ້ພະລັງງານທີ່ມີປະສິດທິພາບ: ເວລານໍາໃຊ້ເຄືອຂ່າຍ 5G, ບັນດາອຸປະກອນທີ່ຈະຊ່ວຍ support ຫຼດລົງ 90% ການຊົມໃຊ້ພະລັງງານ ດ້ວຍເຫດນີ້ການຊົມໃຊ້ເຄືອຂ່າຍຈຶ່ງມີ ຄວາມສະຖຽນຫຼາຍຂຶ້ນ ບໍ່ຕ້ອງກັງວົນເລື່ອງອາຍຸການໃຊ້ງານຂອງແບັດເຕີຣີ, ຊ່ວຍເພີ່ມອາຍຸການໃຊ້ງານຂອງແບັດເຕີຣີ ອີກ 10 ປີ ສໍາລັບໂທລະສັບທີ່ມີ ຄວາມຈຸແບັດເຕີຣີຕໍ່າ.
ເຕັກໂນໂລຊີ 5G ແມ່ນບາດກ້າວທີ່ສຳຄັນ ເພື່ອເຊື່ອມໂຍງບັນດາເຕັກໂນໂຊຊີທີ່ນໍາໜ້າສູ່ສັງຄົມລາວ ເພື່ອໃຫ້ທຽບເທົ່າກັບສາກົນໃນຂອບເຂດພາກພື້ນໃນໂລກ ເພື່ອປະຕິບັດໃຫ້ໄດ້ຕາມທິດທາງ – ແຜນການຂອງ ບໍລິສັດ ສະຕາໂທລະຄົມ ໃຫ້ຮູ້ວ່າ: ຈະສືບຕໍ່ພັດທະນາລະບົບເຕັກໂນໂລຊີທີ່ທັນສະໄໝທີ່ດີທີ່ສຸດ ເພື່ອສະໜອງການບໍລິການ ເຊັ່ນ: 5G, AI, virtual reality ( VR ), Big data… ໄປພ້ອມໆກັບການໃຫ້ບໍລິການບັນດາບໍລິການໃໝ່ໆ ເຊັ່ນ: ທະນາຄານດິຈິຕອລ, ລະບົບເຕັກໂນໂລຊີເພື່ອນໍາໃຊ້ເຂົ້າໃນບັນດາໂຄງການຂອງລັດຖະບານເອເລັກໂຕຣນິກ, ໂຄງການລັດຖະບານເອເລັກໂຕຣນິກ.