ບໍລິສັດ ເຄພີທີແອວ ໂອໂຕ ນໍາໄສ້ກອງລົດໃຫຍ່ ແມັກຈີ ເຂົ້າມາຈຳໜ່າຍໃນລາວ

74

ຜະລິດຕະພັນໃໝ່ໄສ້ກອງລົດໃຫຍ່ຍີ່ຫໍ້ ແມັກຈີ ( Max G ) ທີ່ມີຄຸນນະພາບລະດັບມາດຕະຖານສາກົນ ມີຈຳໜ່າຍຢູ່ປະເທດລາວແລ້ວ ໂດຍແມ່ນ ບໍລິສັດ ເຄພີທີແອວ ໂອໂຕ ຈຳກັດ ໄດ້ເປັນຕົວແທນຈຳໜ່າຍໄສ້ກອງລົດໃຫຍ່ດັ່ງກ່າວແຕ່ພຽງຜູ້ດຽວໃນ ສປປ ລາວ.

ພິທີນໍາສະເໜີຜະລິດຕະພັນໃໝ່ ໄສ້ກອງລົດໃຫຍ່ ແມັກຈີ ( Max G ) ຈັດຂຶ້ນເມື່ອວັນທີ 26 ຕຸລາຜ່ານມາ ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ວິໄລສັກ ພິລາພັນເດຊ ປະທານ ບໍລິສັດ ເຄພີທີແອວໂອໂຕ ຈຳກັດ ແລະ ທ່ານ ຊານົນ ອະພິນັນວິຣິຍາໄຊ ຜູ້ຈັດການຝ່າຍຂາຍພາກພື້ນອາຊຽນ ບໍລິສັດ Boston Engineering Co.,Ltd ປະເທດໄທ ພ້ອມດ້ວຍຕົວແທນຈຳໜ່າຍສິນຄ້າທົ່ວປະເທດເຂົ້າຮ່ວມ.

ທ່ານ ວິໄລສັກ ພິລາພັນເດຊ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ຂໍສະແດງຄວາມຂອບໃຈມາຍັງບໍລິສັດ Boston Engineering Co.,Ltd ປະເທດໄທ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ແຕ່ງຕັ້ງ ບໍລິສັດ ເຄພີທີແອວໂອໂຕ ຈຳກັດ ເປັນຕົວແທນຈຳໜ່າຍໄສ້ກອງລົດ Max G ແຕ່ພຽງຜູ້ດຽວໃນ ສປປ ລາວ. ພ້ອມນີ້, ກໍຂໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງຕົວແທນຈຳໜ່າຍທົ່ວປະເທດທີ່ໃຫ້ພວກເຮົາເປັນຄູ່ຮ່ວມທຸລະກິດ ເພື່ອຂະຫຍາຍຕະຫຼາດ ແລະ ຊຸກຍູ້ໃຫ້ທຸລະກິດເຕີບໃຫຍ່ຂະຫຍາຍຕົວ ພວກເຮົາໃຫ້ສັນຍາວ່າຈະນຳຜະລິດຕະພັນທີ່ມີຄຸນນະພາບຂອງ Boston Engineering ອອກສູ່ຕະຫຼາດລາວ ແລະ ຈະຮ່ວມກັບຕົວແທນຈໍາໜ່າຍບັນລຸເປົ້າໝາຍການຂາຍ ເພື່ອສ້າງ ຄວາມຍືນຍົງໃຫ້ທຸກພາກສ່ວນ.

( ຂ່າວ – ຮູບ: ສົງການ )