ນະຄອນ ໄກສອນ ພົມວິຫານ – ຜິງສຽງ ຈະຍົກສູງການຮ່ວມມືດ້ານການຄ້າ ການລົງທຶນ

281

ການພົບປະຜູ້ແທນສອງຝ່າຍ ລະຫວ່າງ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສປປ ລາວ ກັບນະຄອນຜິງສຽງ ແຂວງກວາງຊີ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2019 ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍມີ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ, ຝ່າຍນະຄອນຜິງສຽງ ນຳໂດຍ ທ່ານ ສິນ ວຸຍ ຈີ ຮອງເຈົ້ານະຄອນ ພ້ອມຄະນະ. ຈາກນັ້ນ, ກໍມີສະມາຄົມຈີນ, ສະພາອຸດສາຫະກຳ – ການຄ້າກໍໄດ້ເຂົ້າຮ່ວມໃນຄັ້ງນີ້ດ້ວຍ.

ໃນກອງປະຊຸມພົບປະລະຫວ່າງສອງຄະນະຜູ້ແທນຂອງທັງສອງນະຄອນ ຍັງໄດ້ທົບທວນ ແລະ ຕີລາຄາການຮ່ວມມືຂອງສອງຝ່າຍໃນຜ່ານມາ ແລະ ກໍານົດແຜນການຮ່ວມມືໃນແຕ່ລະຂົງເຂດ ໂດຍສະເພາະຂົງເຂດການຄ້າ, ການລົງທຶນ, ການຄົມມະນາຄົມ – ຂົນສົ່ງ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ກະສິກໍາ, ເຕັກນິກວິທະຍາສາດ, ການຮ່ວມມືພັດທະນາຊັບພະຍາກອນມະນຸດ ແລະ ແລກປ່ຽນເຕັກນິກວິຊາການລະຫວ່າງກັນ.

ສອງຝ່າຍໄດ້ເປັນເອກະພາບສືບຕໍ່ເສີມຂະຫຍາຍສາຍພົວພັນ, ການຮ່ວມມືລະຫວ່າງກັນໃຫ້ເປັນຮູບປະທໍາຂຶ້ນຕື່ມອີກ ໂດຍສອງຝ່າຍຈະສະໜັບສະໜູນ, ຊຸກຍູ້ ແລະ ອໍານວຍຄວາມສະດວກດ້ານການຄ້າ, ການລົງທຶນ, ຄົມມະນາຄົມຂົນສົ່ງຂອງແຕ່ລະຝ່າຍໃຫ້ມີຄວາມສະດວກວ່ອງໄວຕາມເງື່ອນໄຂ ແລະ ລະບຽບກົດໝາຍຂອງແຕ່ລະປະເທດ; ສະໜັບສະໜູນກົນໄກການປະສານງານຮ່ວມມືລະຫວ່າງພາກລັດ, ເອກະຊົນ, ນັກທຸລະກິດ, ນັກລົງທຶນຂອງແຕ່ລະຝ່າຍ ໃຫ້ມີການພົວພັນ – ຮ່ວມມືລະຫວ່າງກັນຫຼາຍຂຶ້ນ; ສົ່ງເສີມ ແລະ ຮ່ວມມືກັນໃນການໂຄສະນາປະຊາສໍາພັນການທ່ອງທ່ຽວ ລະຫວ່າງສອງນະຄອນ, ສອງແຂວງ ແລະ ສອງປະເທດ ເພື່ອສົ່ງເສີມການທ່ອງທ່ຽວ ລາວ – ຈີນ ໃຫ້ນັບມື້ເພີ່ມຂຶ້ນ; ສອງຝ່າຍເຫັນດີສະໜັບສະໜູນການຮ່ວມມືທາງດ້ານເຕັກນິກວິທະຍາສາດ, ການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດລະຫວ່າງກັນ ຜ່ານຮູບແບບການຝຶກອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວ ໂດຍນະຄອນຜິງສຽງ ສປ ຈີນ ຈະສະໜັບສະໜູນໃຫ້ການຊ່ວຍເຫຼືອປີລະ 10 ຫາ 15 ຄົນຕໍ່ປີ ຕາມເງື່ອນໄຂ ແລະ ຄວາມຕ້ອງການຂອງນະຄອນໄກສອນ ພົມວິຫານ.

ໃນການມາຢ້ຽມຢາມຂອງຄະນະຜູ້ແທນ ນະຄອນຜິງສຽງ ຄັ້ງນີ້ຄະນະຜູ້ແທນດັ່ງກ່າວຍັງໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ຕ່າງໆ ເປັນຕົ້ນ: ດ່ານສາກົນຂົວມິດຕະພາບ II, ຫໍພິພິທະພັນໄດໂນເສົາ, ໂຮງງານຢາສູບຫົງຖາ, ເຂດເສດຖະກິດພິເສດ ສະຫວັນ – ເຊໂນ ( ມິດຊຸຊຸ, ທ່າບົກສະຫວັນນະເຂດ ICD, ໂຮງຮຽນຈຸງເຕັກ ແລະບ່ອນອື່ນໆອີກ ).