Monthly Archives: October, 2019

ການເກັບກູ້ເຂົ້ານາປີຂອງຊາວກະສິກອນ ຢູ່ເມືອງເງິນໄດ້ແລ້ວ 40%

ອີງຕາມການລາຍງານຈາກໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເງິນ ແຂວງໄຊຍະບູໃນຄັ້ງວັນທີ 25 ຕຸລາ 2019 ໃຫ້ຮູ້ວ່າ ການເກັບກ່ຽວເຂົ້ານາປີຂອງຊາວກະສິກອນ ຢູ່ເມືອງເງິນ ແມ່ນໄດ້ລົງມືເກັບກ່ຽວມາແຕ່ຕົ້ນເດືອນຕຸລາ 2019 ມາ ຮອດປັດຈຸບັນສຳເລັດແລ້ວ 40% ຂອງເນື້ອທີ່ທັງໜົດ 707,73 ເຮັກຕາ ຄາດວ່າຈະໃຫ້ສໍາເລັດທ້າຍເດືອນພະຈິກ 2019 ນີ້ 100%.ໄປພ້ອມໆກັບ ການເກັບກ່ຽວເຂົ້ານາປີ...

ກະຊວງ ອຄ ມອບໃບຍ້ອງຍໍ ແລະ ໃບຊົມເຊີຍແກ່ພະນັກງານ

ໃນວັນທີ 30 ຕຸລາຜ່ານມາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມວຽກງານແຂ່ງຂັນ - ຍ້ອງຍໍຮັກຊາດ ແລະ ພັດທະນາທົ່ວກະຊວງ ປະຈຳປີ 2019 ຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ;...

ກອງປະຊຸມສະພາຈະພິຈາລະນາຫຼາຍບັນຫາສໍາຄັນຂອງຊາດ

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄຂຂຶ້ນໃນວັນທີ 7 ພະຈິກ ເຖິງ 6 ທັນວາ 2019 ເຊິ່ງຈະໄດ້ພິຈາລະນາຫຼາຍບັນຫາສໍາຄັນຂອງຊາດ. ພ້ອມດຽວກັນ, ຈະໄດ້ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 8 ສະບັບ. ທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈໍາສະພາແຫ່ງຊາດ...

ພະຍາດອຸບັດເຫດເສັ້ນເລືອດສະໝອງສາມາດປ້ອງກັນໄດ້

ໂຮງໝໍມິດຕະພາບ 150 ຕຽງ ຮ່ວມມືກັບໜ່ວຍງານປິ່ນປົວພະຍາດເສັ້ນເລືອດສະໝອງຈັດກິດຈະກໍາສະເຫຼີມສະຫຼອງວັນອຸບັດເຫດເສັ້ນເລືອດສະໝອງ ຄົບຮອບ 13 ປີ ພາຍໃຕ້ຫົວຂໍ້: “ ອຸບັດເຫດເສັ້ນເລືອດສະໝອງແມ່ນສາມາດປ້ອງກັນໄດ້ ” ໂດຍມີກິດຈະກໍາກວດຄວາມດັນ ແລະ ທາດນໍ້າຕານ ໂດຍບໍ່ເສຍຄ່າໃນວັນທີ 3 ພະຈິກ 2019 ພ້ອມທັງເຜີຍແຜ່ຂໍ້ມູນ - ຂ່າວສານສຸຂະສຶກສາກ່ຽວກັບພະຍາດນີ້ໃຫ້ແກ່ປະຊາຊົນທີ່ເຂົ້າຮ່ວມເພື່ອຫຼຸດປັດໄຈສ່ຽງໃນການເກີດພະຍາດ. ທ່ານ ດຣ. ສະໜອງ ທອງຊະນະ...

ຊ່ວງບຸນທາດຫຼວງ ກຳນົດໃຫ້ພິເສດເສັ້ນທາງສັນຈອນ, ເຂດໃດໃຫ້ ແລະ ຫ້າມຈອດລົດ

ເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ທີ່ລາວ - ໄອເຕັກ ປະຈໍາ ປີ 2019 ມີບັນຍາກາດເບີກບານມ່ວນຊື່ນ ຮັກສາໄວ້ເອກະລັກວັດທະນະທໍາ ງານບຸນປະເພນີອັນດີງາມຂອງຊາດ, ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດຈົບງາມ. ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 479 /ປກສ ລົງວັນທີ 30 ຕຸລາ...

ນ້ອງເບຍ ສໍາເລັດການເກັບຕົວທີ່ ແລະ ທົດສອບທີ່ຕ່າງປະເທດ ເປົ້າໝາຍຕໍ່ໄປຄື ຊີເກມ 2019

ທ້າວ ຄໍາພູວັນ ຄໍາສະທອນ ຫຼື ຮູ້ຈັກກັນດີໃນຊື່ ນ້ອງເບຍ ຈູເນ່ຍ ນັກມວຍຄວາມຫວັງຂອງ ສປປ ລາວ ໃນຮຸ່ນ 49 ກິໂລກຣາມ ໃນງານມະຫາກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນທ້າຍປີນີ້ ໄດ້ສໍາເລັດການໄປເກັບຕົວທີ່ ປະເທດໄທ ແລະ ການໄປທົດສອບລາຍການລະດັບອາຊີທີ່ ສປ ຈີນ...

13 ຂໍ້ຫ້າມມີໃຫ້ປະຕິບັດໃນງານບຸນທາດຫຼວງ, ຖ້າລະເມີດປັບໃໝເດີ້

ຍັງອີກບໍ່ພໍເທົ່າໃດມື້ ກໍ່ຈະຮອດງານນະມັດສະການພະທາດຫຼວງວຽງຈັນ ທີ່ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງປີນີ້, ຈະໄດ້ຈັດຂຶ້ນໃນວັນທີ 5-11 ພະຈິກ 2019. ສະນັ້ນ, ເພື່ອເຮັດໃຫ້ງານບຸນ ພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ລາວ-ໄອເຕັກ ປະຈຳປີ 2019 ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄວ້ເອກະລັກວັດທະນະທຳ ງານບຸນປະເພນີອັນດີງາມຂອງຊາດ, ຮັບປະກັນຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດຈົບງາມ. ກອງບັນຊາການ ປກສ...

ເຊັນສັນຍາການຊໍາລະຄ່າໄຟຟ້າຜ່ານລະບົບທະນາຄານ

ລັດວິສາຫະກິດໄຟຟ້າລາວ ( EDL ) ຮ່ວມກັບ ທະນາຄານຮ່ວມພັດທະນາ ( JDB ) ຈັດພິທີເຊັນສັນຍາວ່າດ້ວຍການຊໍາລະຄ່າໄຟຟ້າຜ່ານລະບົບທະນາຄານ. ຈຸດປະສົງກໍເພື່ອສ້າງ ຄວາມສະດວກສະບາຍໃຫ້ກັບບັນດາລູກຄ້າໃນການເພີ່ມຊ່ອງທາງເພື່ອຊໍາລະຄ່າກະແສໄຟຟ້າໃຫ້ສະດວກຂຶ້ນກວ່າເກົ່າ. ໃນສັນຍາລະບຸວ່າ: ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບໃນການເປີດນໍາໃຊ້ບໍລິການຊໍາລະຄ່າກະແສໄຟຟ້າທຸກປະເພດລູກຄ້າຂອງລັດວິສາຫະກິດໄຟຟ້າລາວ ຜ່ານລະບົບຂອງທະນາຄານໃນຂອບເຂດທົ່ວປະເທດ ໂດຍຜ່ານປ່ອງບໍລິການ Counter Teller, Mobile Banking ຫຼື ສາມາດຊໍາລະຜ່ານຜະລິດຕະພັນການບໍລິການ ເອເລັກໂຕຣນິກອື່ນໆຂອງທະນາຄານຮ່ວມພັດທະນາ ເຊິ່ງໄລຍະເວລາສັນຍາແມ່ນມີກຳນົດທັງໝົດ 3...

ເປີດຊຸດອົບຮົມຍຸດທະສາດທາງທຸລະກິດ ແລະ ການຕະຫຼາດ

ສູນພັດທະນາຜູ້ປະກອບການ ລາວ - ອິນເດຍ ໄດ້ຈັດພິທີເປີດຊຸດອົບຮົມ ຫົວຂໍ້ “ ຍຸດທະສາດທາງທຸລະກິດ ແລະ ການຕະຫຼາດ ” ໃຫ້ແກ່ຄູ - ອາຈານໂຮງຮຽນສາມັນກິນນອນຊົນເຜົ່າ 8 ແຂວງພາກເໜືອ ແລະ ນະຄອນຫຼວງ ຂຶ້ນໃນວັນທີ 30 ຕຸລາ 2019 ທີ່ຫ້ອງປະຊຸມສູນດັ່ງກ່າວ ພາຍໃຕ້ການເປັນປະທານຂອງ...

ອາຊຽນ ສະເຫຼີມສະຫຼອງ 35 ປີ ສວນອຸທິຍານມໍລະດົກອາຊຽນ

ຫົວໜ່ວຍທຸລະກິດ, ບັນດາຊົນເຜົ່າ ແລະ ຊຸມຊົນທ້ອງຖິ່ນ, ສະຖາບັນສຶກສາ ແລະ ຊາວໜຸ່ມ ໄດ້ເຂົ້າຮ່ວມໃນກອງປະຊຸມສວນອຸທິຍານມໍລະດົກອາຊຽນ ຄັ້ງທີ 6 ເຊິ່ງຈັດຂຶ້ນໃນອາທິດຜ່ານມາ ທີ່ນະຄອນປາກເຊ ແຂວງຈຳປາສັກ ເພື່ອປຶກສາຫາລືລະດັບຊາດ ແລະ ພາກພື້ນ ໃນການຄຸ້ມຄອງປ່າສະຫງວນ ແລະ ເພື່ອສະເຫຼີມສະຫຼອງຄາດໝາຍທີ່ສຳຄັນຂອງແຜນງານສວນອຸທິຍານມໍລະດົກອາຊຽນ ( ຄົບຮອບ 35 ປີ ຂອງການສ້າງຕັ້ງ...
- Advertisment -
Slide
Slide

Most Read

error: Content is protected !!