ໜ້າເສຍດາຍ ນິ່ງ ຕົວແທນສາວງາມຈາກລາວ ຕ້ອງໄດ້ເດີນທາງກັບ ບໍ່ໄດ້ປະກວດ Miss Tourism international 2019

131

ນັບເປັນເລື່ອງທີ່ໜ້າເສຍດາຍອີກໜຶ່ງເວທີ ສໍາລັບຕົວແທນປະເທດທີ່ໄປປະກວດ Miss Tourism international 2019  ທີ່ປະເທດມາເລເຊຍ ເປັນເຈົ້າພາບ ຮອບຕັດສິນວັນທີ 10 ພະຈິກ 2019 ນີ້ ແຕ່ ສາວ ນິ່ງ ປາວິນາ ຍົງວົງສິດທິ Miss Tourism international Laos 2019 ຕ້ອງໄດ້ເດີນທາງກັບລາວ, ບໍ່ສາມາດດໍາເນີນການປະກວດຕໍ່ໄປໄດ້.

.

ທາງເພຈ໌ Miss Tourism International Laos ແຈ້ງການວ່າ:

ໜິງ ປາວິນາ ຍົງວົງສິດທິ – MISS TOURISM INTERNATIONAL LAOS 2019 ທີ່ເປັນໂຕແທນປະເທດລາວຮ່ວມປະກວດ MISS TOURISM INTERNATIONAL 2019 ຕ້ອງເດີນທາງກັບປະເທດລາວກ່ອນກຳນົດການ ເພາະຍ້ອນລວງສູງບໍ່ຜ່ານ.

ຍ້ອນຄວາມຜິດພາດຂອງການປະສານງານລະຫວ່າງທີມງານປະເທດລາວ ກັບ ທີມງານກອງປະກວດຕ່າງປະເທດ. ສະນັ້ນ, ບັນດາຜູ້ເຂົ້າປະກວດກໍ່ມີ 3 ປະເທດທີ່ຖືກຕັດສິດຈາກກອງປະກວດໃນປີນີ້ມີຄື: ລາວ, ອາເມເນຍ ແລະ ລັດເວຍ (Laos, Armenia and Latvia)

ສະນັ້ນ, ທາງກອງປະກວດຕ່າງປະເທດຈື່ງກ່າວຂໍໂທດ ແລະ ແຈ້ງມາຍັງປະເທດລາວຮັບຊາບ

.

ແນວໃດກໍຂໍເປັນກໍາລັງໃຈໃຫ້ ແລະ ຝາກຕິດຕາມຜົນງານອື່ນໆຂອງສາວ ນິ່ງ ໄດ້ຕໍ່ໆໄປເດີ້

.

.

.

ນິ່ງ ອາຍຸ 20 ປີ, ສູງ168 ຊັງຕີແມັດ, ນໍ້າຫນັກ 50, ສັດສ່ວນ 36,26,35.

.

.

.

.