ອິດທີພົນຈາກພາຍຸ “ໝັດໂມ” ຝົນເລີ່ມຕົກໜັກເຂດພາກກາງ ລົງຫາພາກໃຕ້

146
rain flows down from a roof down

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໄພພາຍຸໝູນເຂດຮ້ອນ ປະຈຳວັນທີ 31 ຕຸລາ 2019ວ່າ: ພາຍຸໝຸນເຂດຮ້ອນ “ໝັດໂມ” (Matmo) ຫົວທີ 22 ປະຈໍາປີ 2019, ເຊິ່ງໃນເວລາ 7 ໂມງເຊົ້າຂອງ ວັນທີ 31 ຕຸລາ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ 13,5 ອົງສາເໜືອ ແລະ ເສັ້ນແວງ ທີ 107,0 ອົງສາຕາເວັນອອກ, ເຊີ່ງໄດ້ພັດເຂົ້າແຂວງຣັດຕະນະຄີຣີ ປະເທດກຳປູເຈຍ ແລະ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ວົງລັດສະໝີຂອງພາຍຸຫົວນີ້ ຈະກວມເອົາແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ພາກໃຕ້ຂອງປະເທດລາວ. ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຂໍໃຫ້ປະຊາຊົນໃນເຂດດັ່ງກ່າວລະມັດລະວັງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ຂະນະທີ່, ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນກະຈາຍ ຢູ່ບາງທ້ອງຖິ່ນແຂວງ ຫົວພັນ ແລະ ຊຽງຂວາງ. ອຸນຫະພມໃນລະຫວ່າງ 9-25 ອົງສາ.
ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ,ວຽງພູຄາ,ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະ ມີຝົນຕົກກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 11-32 ອົງສາ.

ພາກກາງ (ໂພນໂຮງ, ປາກຊັນ, ຫຼັກ20, ເມືອງ ວຽງທອງ,ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ມີເຝື້ອປົກຄຸມເປັນສ່ວນຫຼາຍ, ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 17-30 ອົງສາ.
ສະເພາະແຂວງໄຊສົມບູນ ມີອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 7-25 ອົງສາ. ສຳລັບນະຄອນຫຼວງວຽງຈັນ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ມຈະມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດໃນຕອນບ່າຍ ຫາກາງຄືນ. ອຸນຫະພູມໃນລະຫວ່າງ 20-32 ອົງສາ.

ພາກໃຕ້ (ປາກເຊ, ປາກຊ່ອງ, ນິຄົມ34. ສາລະວັນ, ເຊກອງ, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະ ອັດຕະປື) ມີເຝື້ອປົກຄຸມໜາແໜ້ນ ແລະ ມີຝົນຕົກ, ຟ້າຮ້ອງ,ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ອຸນຫະພູມໃນລະຫວ່າງ 20-29 ອົງສາ.
ສຳລັບເຂດພູພຽງບໍລິເວນ ອາກາດໜາວເຢັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ຫາໜັກ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 10-24 ອົງສາ.