ພະນັກງານການນຳຂັ້ນສູງ ເຄີຍຍິນຜ່ານຫູ ຕ້ອງຮູ້ຄວາມໝາຍ

211

ພວກເຮົາທຸກຄົນໄດ້ຍິນຈົນຄຸ້ນຫູກັບຄຳວ່າ “ການນຳລະດັບສູງ” ບາງກໍ່ເຂົ້າໃຈວ່າເປັນຫົວໜ້າໃດໜຶ່ງແລ້ວເອີ້ນການນຳລະດັບສູງໄດ້, ບາງກໍ່ຄືວ່າເອີ້້ນຕາມຂະແໜງການ ຜູ້ໃຫຍ່ກວ່າກໍ່ເອິ້ນແບບນັ້ນ ຫຼື ຄົນທີ່ໂຕເອງນັບຖືກໍ່ເອີ້ນໄປຈັ່ງຊັັ້ນ ແຕ່ໃນຄວາມເປັນຈີງແລ້ວ ກົດໝາຍໄດ້ຂຽນໄວ້ຊັດເຈນຊັ້ນ, ຂັ້ນໃດຈິ່ງເອີ້ນພະນັກງານການນຳຂັ້ນສູງໄດ້ ມື້ນີ້ແອັດນຳເອົາກົດໝາຍບາງມາດຕາມາຝາກທ່ານຜູ້ອ່ານ ເພື່ອເປັນບົດຮຽນ.

ຕາມກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ມາດຕາທີ 9 ວ່າດ້ວຍພະນັກງານການນຳລະດັບສູງໄດ້ລະບຸວ່າ: ພະນັກງານການນຳລະດັບສູງແມ່ນພະນັກງານນຳພາ, ພະນັກງານຄຸ້ມຄອງທີ່ໄດ້ຮັບການເລືອກຕັ້ງ ຫຼື ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃດໜຶ່ງ ແຕ່ປະທານປະເທດລົງມາຮອດຫົວໜ້າທະບວງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 22 ຂອງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.


ໂດຍໃນມາດຕາທີ 22 ໄດ້ຂຽນໄວ້ຊັດເຈນວ່າ: ຕໍາແຫນ່ງບໍລິຫານ ຂອງພະນັກງານ-ລັດຖະກອນ ຢູ່ສູນກາງ ແລະ ທ້ອງຖິ່ນ ຈັດຕາມລະດັບ ດັ່ງນີ້:
1. ຜູ້ນໍາລະດັບສູງມີປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ປະທານກໍາມາທິການ ແລະ ເລຂາທິການສະພາແຫ່ງຊາດ, ປະທານສານປະຊາຊົນສູງສຸດ, ຫົວຫນ້າ ອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ, ເຈົ້າແຂວງ, ເຈົ້າຄອງນະ ຄອນຫຼວງ, ຮອງລັດຖະມົນຕີ, ຮອງປະທານກໍາມາທິການ ແລະ ຮອງເລຂາທິການສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວຫນ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານ ອົງການກວດສອບແຫ່ງລັດ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ປະທານສະພາປະຊາຊົນ ຂັ້ນແຂວງ ແລະ ຫົວຫນ້າທະບວງ ຫຼື ຫົວຫນ້າອົງການລັດທຽບເທົ່າທະບວງ ແລະ ຕໍາແຫນ່ງທຽບເທົ່າ ຂັ້ນດັ່ງກ່າວ ຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ;

  1. ຜູ້ບໍລິຫານລະດັບສູງ ມີ ຮອງຫົວຫນ້າທະບວງ ຫຼື ຮອງຫົວຫນ້າອົງການລັດທຽບເທົ່າ ທະບວງ, ຫົວຫນ້າກົມ ຫຼື ຫົວຫນ້າອົງການລັດທຽບເທົ່າກົມ, ຮອງຫົວຫນ້າກົມ ຫຼື ຮອງຫົວຫນ້າອົງການລັດ ທຽບເທົ່າກົມ, ປະທານ ແລະ ຮອງປະທານສານປະຊາຊົນຂັ້ນແຂວງ, ຫົວຫນ້າ ແລະ ຮອງຫົວຫນ້າ ອົງການໄອຍະການປະຊາຊົນຂັ້ນແຂວງ, ປະທານ ແລະ ຮອງປະທານອົງການກວດສອບປະຈໍາພາກ,
    ເຈົ້າເມືອງ, ຫົວຫນ້າເທດສະບານ, ເຈົ້ານະຄອນ, ຮອງເຈົ້າເມືອງ, ຮອງຫົວຫນ້າເທດສະບານ, ຮອງເຈົ້ານະຄອນ, ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ຕໍາແຫນ່ງທຽບເທົ່າຂັ້ນດັ່ງກ່າວ ຊຶ່ງໄດ້ກໍານົດໄວ້ ໃນລະບຽບການຕ່າງຫາກ;

  1. ຜູ້ບໍລິຫານລະດັບກາງ ມີ ຫົວຫນ້າພະແນກ ແລະ ຮອງຫົວຫນ້າພະແນກ ຂອງກະຊວງ ຫຼື ອົງການລັດທຽບເທົ່າກະຊວງ, ປະທານ ແລະ ຮອງປະທານຄະນະກໍາມະການ ຂອງສະພາປະຊາຊົນ ຂັ້ນແຂວງ ແລະ ຕໍາແຫນ່ງທຽບເທົ່າຂັ້ນດັ່ງກ່າວ ຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ;
  2. ຜູ້ບໍລິຫານລະດັບຕົ້ນ ມີ ຫົວຫນ້າຂະແຫນງ ຫຼື ຫົວຫນ້າອົງການລັດທຽບເທົ່າຂະແຫນງ, ຫົວຫນ້າຈຸງານ ຫຼື ຫົວຫນ້າອົງການລັດທຽບເທົ່າຈຸງານ ແລະ ຕໍາແຫນ່ງທຽບເທົ່າຂັ້ນດັ່ງກ່າວ ຊຶ່ງໄດ້ກໍາ ນົດໄວ້ໃນລະບຽບການຕ່າງຫາກ.