ກັບມາລາວແລ້ວ ປິວ ມະໄລທອງ ນາງງາມລາວຄົນທໍາອິດທີ່ໄດ້ຮັບລາງວັນ Mrs TouRism Earth 2019 ເວທີລະດັບໂລກ

131

ຕ້ອນຮັບການກັບມາລາວຢ່າງອົບອຸ່ນນາງງາມລຸ້ນໃຫຍ່ທີ່ໄດ້ສ້າງສື່ສຽງ ແລະ ປະຫວັດສາດອັນຖືເປັນຄັ້ງທໍາອິດຄົນທໍາອິດໃນເວທີປະກວດນາງງາມລະດັບໂລກ ກໍຄື ສາວ ປີວ ມະໄລທອງ ສີລິສັກ ທີ່ສາມາດຜ່ານເຂົ້າຮອບ 5 ຄົນສຸດທ້າຍໃນເວທີປະກວດ Mrs. Tourism Pageant 2019 ມີຂຶ້ນໃນໃນຄໍ່າຄືນວັນທີ 28 ຕຸລາ 2019 ຜ່ານມາ ທີ່ປະເທດຟິລິບປິນ..

.

ນອກຈາກ ສາມາດຜ່ານເຂົ້າຮອບ 5 ຄົນສຸດທ້າຍ ຈາກຜູ້ເຂົ້າປະກວດທັງໝົດ 27 ຄົນ, ຍັງໄດ້ຮັບລາງວັນ Mrs TouRism Earth 2019 ແລະ ລາງວັນຂວັນໃຈມິດຕະພາບ ມາຝາກຊາວລາວ ແລະ ຊາວໂລກໄດ້ຮັບຮູ້ຢ່າງເປັນທາງການອີກດ້ວຍ.

ປັດຈຸບັນ ປິວ ມະໄລທອງ ສີລິສັກ ໄດ້ເດີນທາງກັບມາລາວແລ້ວ ພ້ອມໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ໃນຕອນບ່າຍທມື້ນີ້ ວັນທີ 31 ຕຸລາ 2019

.

.

ປິວ ບອກວ່າ: ຮູ້ສຶກດີໃຈ ເປັນກຽດທີ່ໄດ້ເປັນຕົວແທນນາງງາມລຸ້ນໃຫຍ່ ຄົນທໍາອິດ, ປີທໍາອິດ ແລະ ເປັນຄົນທີ່ສ້າງປະຫວັດສາດໃຫ້ແກ່ປະເທດ ກໍຄືຊື່ສຽງໃນວົງການນາງງາມທີ່ມີລາວ ກໍຄືທຸງຊາດລາວໄດ້ໄປຢືນຢູ່ໃນ 1 ຂອງ 5 ນາງສາວເວທີລະດັບໂລກຢ່າງ Mrs. Tourism Pageant 2019.

ແລະໄດ້ລາງວັນ ທີ່ສະແດງເຖິງຄວາມສາມາດແມ່ດີເດັ່ນ, ເຮັດວຽກເພື່ອສັງຄົມເປັນແບບຢ່າງແມ່ທີ່ດີໃນສັງຄົມ ແລະ ໃນໂລກ ທີ່ເປັນແມ່ຍິງຕ້ອງມີຄວາມພ້ອມທຸກຢ່າງ ກໍຄື ລາງວັນ Mrs TouRism Earth 2019 ເພາະຫຼັງຈາກໄດ້ຮັບຕໍາແໜ່ງເປັນເວລາ 2 ປີ ກໍຈະໄດ້ດໍາລົງຕໍາແໜ່ງ ປະຕິບັດໜ້າທີ່ ເຮັດວຽກນໍາທາງກອງປະກວດ ໃນການຊ່ວຍເຫລືອສັງຄົມ ແລະ ເດີນທາງໄປນຳການປະກວດທີ່ຈັດຂື້ນໃນຫຼາຍປະເທດທີ່ຖືກເຊີນ.

ນັບວ່າໄດ້ທັງຄວາມຮູ້ ປະສົບການດີໆຫຼາຍຢ່າງຈາກເວທີດັ່ງກ່າວ ແລະ ເປັນການເປີດກວ້າງໃຫ້ຄົນຕ່າງຊາດໄດ້ຮັບຮູ້ວ່າ, ສາວລາວ ແມ່ຍິງລາວກໍງາມ ແລະ ມີຄວາມສາມາດບໍ່ນ້ອຍໄປກວ່າຊາດໃດໃນໂລກນີ້.

.

.

.