ໝົດປີ 2019 ໄຊຍະບູລີມີ 400 ກວ່າໂຄງການ

190

ແຂວງໄຊຍະບູລີ ເປັນອີກແຂວງໜຶ່ງ ທີ່ມີທ່າແຮງສາມາດດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາດຳເນີນທຸລະກິດ. ຂະນະທີ່ການນຳແຂວງໄດ້ເອົາໃຈໃສ່ ປະຕິບັດບັດດາໂຄງການລົງທຶນຂອງລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້. ເຊິ່ງໃນປີນີ້ ມີທັງໝົດ 417 ໂຄງການ, ເປັນຂອງລັດ 362 ໂຄງການ. ຂະນະທີ່ 9 ເດືອນຜ່ານມາປະຕິບັດໄດ້ພຽງ 286 ໂຄງການ.

ທ່ານ ນາງ ຄໍາມີ ຈັນທີບ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ການລົງທຶນຂອງລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດທີ່ຈັດຕັ້ງປະຕິບັດຢູ່ແຂວງ ໄຊຍະບູລີ ໃນປີ 2019 ນີ້, ມີທັງໝົດ 417 ໂຄງການ, ມີມູນຄ່າທັງໝົດ 196 ຕື້ກວ່າກີບ. ໃນນັ້ນ: ການລົງທຶນຂອງລັດມີ 362 ໂຄງການ, ມູນຄ່າ 40,78 ຕື້ກີບ. ໃນນີ້ ມີທຶນບ້ວງປົກກະຕິ 238 ໂຄງການ, ເປັນທຶນ 15,16 ຕື້ກີບ, ທຶນຟື້ນຟູໄພພິບັດ 35 ໂຄງການ, ເປັນທຶນ 9,84 ຕື້ກີບ, ທຶນຈັດສັນພູມລໍາເນົາ, ທຶນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 51 ໂຄງການ, ເປັນທຶນ 4,79 ຕື້ກີບ.


ສໍາລັບການປະຕິບັດໂຄງການໃນໄລຍະ 9 ເດືອນຜ່ານມາ ສາມາດປະຕິບັດໄດ້ 286 ໂຄງການ, ມູນຄ່າ 35,46 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 86,95%, ໃນນັ້ນ: ທຶນປົກກະຕິລວມທັງໂຄງການໄພພິບັດປະຕິບັດໄດ້ 211 ໂຄງການ, ມູນຄ່າ 25,89 ຕື້ກີບ, ທຶນພັດທະນາເມືອງໃໝ່ ປະຕິບັດໄດ້ 24 ໂຄງການ, ມູນຄ່າ 4,78 ຕື້ກີບ, ທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ປະຕິບັດໄດ້ 33 ໂຄງການ, ມູນຄ່າ 2,93 ຕື້ກີບ, ທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຂອງປະຊາຊົນ ປະຕິບັດໄດ້ 18 ໂຄງການ, ມູນຄ່າ 1,86 ຕື້ກີບ.

ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ທີ່ຈັດຕັ້ງປະຕິບັດຕົວຈິງໃນ 9 ເດືອນມີ 46 ໂຄງການ, ມູນຄ່າ 9,52 ລ້ານໂດລາສະຫະລັດ, ເທົ່າກັບ 28% ຂອງແຜນການປີ, ໃນນີ້: ມີກູ້ຢືມ 7 ໂຄງການ, ມູນຄ່າ 5,79 ລ້ານກວ່າໂດລາສະຫະລັດ, ທຶນຊ່ວຍເຫຼືອລ້າ 39 ໂຄງການ, ມູນຄ່າ 3 ລ້ານໂດລາສະຫະລັດ; ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 9 ໂຄງການ, ມູນຄ່າ 9,02 ລ້ານກວ່າໂດລາສະຫະລັດ, ເປັນທຶນພາຍໃນ 5 ໂຄງການ, ມູນຄ່າ 4,92 ລ້ານກວ່າໂດລາສະຫະລັດ ແລະ ທຶນຕ່າງປະເທດ 4 ໂຄງການ, ມູນຄ່າ 4,10 ລ້ານກວ່າໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 60,20%.

ທີ່ມາ: lao national radio