ເວົ້າໃຫ້ຖືກໃຈລູກຄ້າ ຈະຊ່ວຍຍູ້ຍອດຂາຍໃຫ້ສູງຂຶ້ນ

60

ສໍາລັບນັກການຕະຫຼາດຫຼາຍຄົນໜ້າຈະຮູ້ທັກສະ ແລະ ວິທີການເວົ້າຢູ່ແລ້ວ ເພື່ອເຮັດໃຫ້ບົດສົນທະນາເຕັມໄປດ້ວຍການແລກປ່ຽນຄວາມຮູ້ ຈົນກ້າວໄປເຖິງຂາຍສິນຄ້າໄດ້ ຫຼື ພາສາອັງກິດເຂົາເວົ້າວ່າ Present ນັ້ນເອງ, ແຕ່ສໍາລັບນັກຂາຍມືໃໝ່ກໍຍັງມີຄວາມກັງວົນ, ຕື່ນເຕັ້ນກັບການນໍາສະເໜີວຽກງານຕ່າງໆໃຫ້ຄົນອື່ນຟັງ ໂດຍສະເພາະແມ່ນການເວົ້າຕໍ່ໜ້າຫຼາຍຄົນ ລວມໄປເຖິງການເວົ້າຕໍ່ຜູ້ບໍລິຫານກໍຍິ່ງເຮັດໃຫ້ຂາດຄວາມໝັ້ນໃຈ ເພາະບໍ່ຄຸ້ນເຄີຍກັບເວລາ ຫຼື ສະຖານທີ່ແຖມຍັງຕື່ນເຕັ້ນ ອັນສົ່ງຜົນເຮັດໃຫ້ສໍານຽງບໍ່ຊັດເຈນ. ສໍາລັບມື້ນີ້ເຮົາຈະພາທ່ານໃຫ້ຮູ້ກ່ຽວກັບວິທີການເວົ້າແນວໃດເພື່ອໃຫ້ຖືກໃຈຜູ້ຟັງ ຈົນສາມາດກ້າວໄປເຖິງຂາຍສິນຄ້າໄດ້.

ທ່ານ ແສງພະຈັນ ເຈົ້າຂອງຮ້ານສຸວັນໄຊ ຂາຍເຄື່ອງກໍ່ສ້າງ ໄດ້ແນະນໍາວິທີການເວົ້າເພື່ອໃຫ້ຖືກໃຈລູກຄ້າ ວ່າ: ບໍ່ວ່າເຮົາຈະກຽມຂໍ້ມູນມາເວົ້າຫຼາຍປານໃດກໍຕາມ, ຖ້າຫາກເຮົາຂາດຄວາມໝັ້ນໃຈ ຫຼື ຕື່ນເຕັ້ນກັບສິ່ງທີ່ເກີດຂຶ້ນສິ່ງທີ່ກຽມມາອາດບໍ່ມີຄວາມໝາຍ ເພາະເຮົາບໍ່ສາມາດເຮັດໄດ້ດີຕາມທີ່ຕັ້ງໃຈເອົາໄວ້ ແຖມຍັງຖືກເບິ່ງຂ້າມຈາກຜູ້ຟັງວ່າເຮົາອ່ອນປະສົບການ ແລະ ຮູ້ສຶກໜ້າອາຍໄປໃນທີ່ສຸດ.

ສະນັ້ນ, ການເວົ້າທຸກຄັ້ງມັນຂຶ້ນກັບເຮົາກຽມຄວາມພ້ອມທາງດ້ານເນື້ອຫາ ແລະ ຈິດໃຈ ເຊິ່ງກ່ຽວພັນກັບການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ສາມາດເວົ້າໄດ້ຢ່າງຄ່ອງແຄ້ວ ເຖິງວ່າຈະໃຊ້ເວລາດົນແດ່ກໍຕາມ ເມື່ອໄດ້ເວົ້າເລື້ອຍໆກໍອາດກາຍເປັນຄວາມຊິນເຄີຍໃນທີ່ສຸດ. ດັ່ງນັ້ນ, ຈຶ່ງມີຂໍ້ຄິດມາແລກປ່ຽນ ລຸ່ມນີ້:

ຄວນກຽມຂໍ້ມູນໃຫ້ພ້ອມ: ເຮົາບໍ່ສາມາດນໍາສະເໜີໜ້າວຽກໃຫ້ຜູ້ຟັງເກີດ ຄວາມປະທັບໃຈໄດ້ຫາກເຮົາບໍ່ມີຂໍ້ມູນທີ່ຫຼາກຫຼາຍ ແລ້ວສົ່ງຜົນໃຫ້ການເວົ້າຕິດໆຂັດໆຈຶ່ງເຮັດໃຫ້ຜູ້ຟັງເກີດຄວາມລຳຄານ ແລະ ບໍ່ປະທັບໃຈກັບສິ່ງທີ່ເຮົາກຳລັງນຳສະເໜີ ລວມໄປເຖິງການຕອບຄຳຖາມກໍເປັນອີກບັນຫາໜຶ່ງທີ່ພິສູດວ່າເຮົາຈະມີປະສົບການ ຫຼື ບໍ່? ດັ່ງນັ້ນ, ກ່ອນເວົ້າທຸກຄັ້ງເຮົາຕ້ອງໝັ້ນໃຈວ່າເຮົາມີຂໍ້ມູນທີ່ຫຼາຍພໍທີ່ຈະນຳມາເວົ້າ ແລະ ຕອບຄຳຖາມໄດ້.

ຕ້ອງມີຄວາມກ້າຫານ: ກ່ອນທີ່ຈະກ້າວໄປສູ່ຂັ້ນຕອນອື່ນໆນັ້ນ ທໍາອິດເຮົາຕ້ອງຝຶກຝົນລົບຄວາມຢ້ານກົວແລ້ວເພີ່ມຄວາມກ້າຫານໃຫ້ໄດ້ສາກ່ອນ ຖ້າຫາກເຮົາຕື່ນເຕັ້ນ ຫຼື ບໍ່ພ້ອມທີ່ຈະເວົ້າ ກໍຍາກທີ່ຈະນຳສະເໜີງານໃຫ້ຄົນອື່ນໄດ້ເຂົ້າໃຈ, ແຕ່ຖ້າຫາກເຮົາເອົາຊະນະຄວາມຢ້ານກົວໄດ້ແລ້ວເຮົາກໍຈະເວົ້າໄດ້ດີ ແລະ ມີປະສິດທິພາບຫຼາຍຂຶ້ນຢ່າງແນ່ນອນ.

ຕ້ອງມີມາລະຍາດ: ເຖິງວ່າເຮົາຈະເປັນນັກເວົ້າ ຫຼື ນັກຂ່າວທີ່ເກັ່ງປານໃດກໍຕາມ ຖ້າຫາກຂາດຄຸນສົມບັດແລ້ວກໍຈະເຮັດໃຫ້ຜູ້ຟັງບໍ່ຢາກຟັງ. ສະນັ້ນ, ການເປັນນັກເວົ້າທີ່ດີຈະຕ້ອງໂນ້ມນ້າວໃຫ້ຜູ້ຟັງຮູ້ສຶກດີ ແລະ ຍິນດີກັບສິ່ງທີ່ເຮົາເວົ້າ ເພາະມັນຈະເຮັດໃຫ້ຮູ້ສຶກຜ່ອນຄາຍ ຫຼື ມ່ວນໄປກັບການຟັງ ອາດຈະມີເລື່ອງຕະຫຼົກ, ເລື່ອງຊວນຫົວ ແລະ ອື່ນໆມາສັບປົນເພື່ອບໍ່ໃຫ້ຮູ້ສຶກວິຊາການຫຼາຍເກີນໄປ ຈຶ່ງຈະເຮັດໃຫ້ການນໍາສະເໜີງານມີປະສິດທິຜົນ.

ຕ້ອງຮັກສາເວລາ: ການບໍລິຫານເວລາເປັນສິ່ງສຳຄັນ ຫາກເຮົາເວົ້າຍາວເກີນໄປອາດຈະເຮັດໃຫ້ຜູ້ເວົ້າຫຼົງປະເດັນ ແລະ ຜູ້ຟັງຮູ້ສຶກເບື່ອໜ່າຍໄດ້. ສະນັ້ນ, ເຮົາຕ້ອງຮູ້ວ່າຫົວຂໍ້ທີ່ເຮົາຈະເວົ້ານັ້ນໃຊ້ເວລາເວົ້າດົນປານໃດ? ການເວົ້າຍາວບໍ່ໄດ້ໝາຍຄວາມວ່າວຽກຂອງເຮົາຈະສໍາຄັນຫຼາຍ, ແຕ່ການເວົ້າໂດຍມີສາລະ ແລະ ຮັກສາເວລາຂອງການເວົ້ານັ້ນສຳຄັນກວ່າ ເຊິ່ງການເວົ້າກໍຢ່າໃຫ້ຍາວ ຫຼື ສັ້ນເກີນໄປເອົາພຽງແຕ່ເໝາະສົມກັບເນື້ອໃນກໍພໍແລ້ວ.

ເປີດໂອກາດໃຫ້ຜູ້ຟັງໄດ້ຖາມ: ການເວົ້າພຽງຢ່າງດຽວອາດບໍ່ເຮັດໃຫ້ເກີດປະໂຫຍດ, ເຮົາຄວນເປີດໂອກາດໃຫ້ຜູ້ຟັງໃຫ້ມີສ່ວນຮ່ວມກັບການນຳສະເໜີງານຂອງເຮົານໍາ ແລະ ຄວນຖາມຜູ້ຟັງວ່າມີຂໍ້ສົງໄສບັນຫາໃດ? ຫຼື ອາດຈະຖາມຄຳຖາມເປີດເພື່ອໃຫ້ຜູ້ຟັງຄິດຕາມ ແລະ ໃຫ້ຄວາມຮ່ວມມືໃນການຕອບຄຳຖາມ ເຊິ່ງເຮົາສາມາດໃຊ້ທົບທວນສິ່ງທີ່ເຮົາເວົ້າຜ່ານມາເພື່ອໃຫ້ຟັງເຂົ້າໃຈເພີ່ມຕື່ມ.