ກະຊວງ ອຄ ມອບໃບຍ້ອງຍໍ ແລະ ໃບຊົມເຊີຍແກ່ພະນັກງານ

157

ໃນວັນທີ 30 ຕຸລາຜ່ານມາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມວຽກງານແຂ່ງຂັນ – ຍ້ອງຍໍຮັກຊາດ ແລະ ພັດທະນາທົ່ວກະຊວງ ປະຈຳປີ 2019 ຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ມີທ່ານຮອງລັດຖະມົນຕີ, ບັນດາຫົວໜ້າກົມ – ຮອງຫົວໜ້າກົມ, ສະຖາບັນ, ບັນດາລັດວິສາຫະກິດ ແລະ ບໍລິສັດອ້ອມຂ້າງກະຊວງເຂົ້າຮ່ວມ.

ໃນພິທີທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ອຄ ວ່າດ້ວຍການຍ້ອງຍໍ ແລະ ຂໍ້ຕົກລົງຂອງທ່ານຮອງລັດຖະມົນ ວ່າດ້ວຍການຊົມເຊີຍຜົນງານປີ 2018 ໃຫ້ແກ່ພະນັກງານລັດຖະກອນທີ່ສັງກັດຢູ່ກະຊວງ ອຄ ແລະ ພະນັກງານທີ່ສັງກັດຢູ່ບັນດາລັດວິສາຫະກິດ, ບໍລິສັດອ້ອມຂ້າງກະຊວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ແລະ ໜັງສືພິມເສດຖະກິດ – ການຄ້າ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານປີ 2018.

ໂດຍໄດ້ຕົກລົງມອບໃບຍ້ອງຍໍໃຫ້ແກ່ລັດຖະກອນສັງກັດຢູ່ຫ້ອງການກະຊວງ, ບັນດາກົມອ້ອມຂ້າງກະຊວງ ແລະ ສະຖາບັນເສດຖະກິດອຸດສາຫະກຳ ແລະ ການຄ້າ ຈຳນວນ 172 ທ່ານ; ພະນັກງານສັງກັດຢູ່ບັນດາລັດວິສາຫະກິດ, ບໍລິສັດອ້ອມຂ້າງກະຊວງ ອຄ, ສຄອຊ ແລະ ໜັງສືພິມ ເສດຖະກິດ – ການຄ້າ ຈຳນວນ 647 ທ່ານ;ມອບໃບຊົມເຊີຍໃຫ້ແກ່ລັດຖະກອນສັງກັດຢູ່ຫ້ອງການກະຊວງ, ບັນດາກົມອ້ອມຂ້າງ ແລະ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ຈຳນວນ 204 ທ່ານ ເຊິ່ງລວມທັງໝົດມີ 1.023 ທ່ານ.

ທ່ານ ນາງ ເຂັມມະນີ ພົນ ເສນາ ຍັງໄດ້ໂອ້ລົມ ແລະ ຊົມເຊີຍບັນດາທ່ານທີ່ໄດ້ຮັບໃບຍ້ອງຍໍ ແລະ ໃບຊົມເຊີຍຜົນງານດີເດັ່ນໃນປີ 2018 ຜ່ານມາ. ພ້ອມກັບເນັ້ນມາດຕະການປະຕິບັດໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານແຂ່ງຂັນ – ຍ້ອງຍໍ ຮັກຊາດ ແລະ ພັດທະນາກາຍເປັນຂະບວນຟົດຟື້ນ ກໍຄືການປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນໃຫ້ສຳເລັດ, ພ້ອມກັນສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ກໍຄືວັນປະຫວັດສາດສຳຄັນຂອງພັກ, ຂອງຊາດທີ່ຈະມາເຖິງໃນປີ 2020 ນີ້.

[ ຂ່າວ: ສັນຕິ; ຮູບ: ວິລະສັກ ]