ພະຍາດອຸບັດເຫດເສັ້ນເລືອດສະໝອງສາມາດປ້ອງກັນໄດ້

0
279

ໂຮງໝໍມິດຕະພາບ 150 ຕຽງ ຮ່ວມມືກັບໜ່ວຍງານປິ່ນປົວພະຍາດເສັ້ນເລືອດສະໝອງຈັດກິດຈະກໍາສະເຫຼີມສະຫຼອງວັນອຸບັດເຫດເສັ້ນເລືອດສະໝອງ ຄົບຮອບ 13 ປີ ພາຍໃຕ້ຫົວຂໍ້: “ ອຸບັດເຫດເສັ້ນເລືອດສະໝອງແມ່ນສາມາດປ້ອງກັນໄດ້ ” ໂດຍມີກິດຈະກໍາກວດຄວາມດັນ ແລະ ທາດນໍ້າຕານ ໂດຍບໍ່ເສຍຄ່າໃນວັນທີ 3 ພະຈິກ 2019 ພ້ອມທັງເຜີຍແຜ່ຂໍ້ມູນ – ຂ່າວສານສຸຂະສຶກສາກ່ຽວກັບພະຍາດນີ້ໃຫ້ແກ່ປະຊາຊົນທີ່ເຂົ້າຮ່ວມເພື່ອຫຼຸດປັດໄຈສ່ຽງໃນການເກີດພະຍາດ.

ທ່ານ ດຣ. ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ 150 ຕຽງ ໄດ້ໃຫ້ສໍາພາດວ່າ: ໃນທຸກໆປີຂອງວັນທີ 29 ຕຸລາ ອົງການອະນາໄມໂລກໄດ້ຈັດງານສະເຫຼີມສະຫຼອງວັນອຸບັດເຫດເສັ້ນເລືອດສະໝອງນັບແຕ່ປີ 2006 ເປັນຕົ້ນມາ ເຊິ່ງໃນວັນທີ 3 ພະຈິກ 2019 ໂຮງໝໍມິດຕະພາບ 150 ຕຽງ ກໍໄດ້ຈັດກິດຈະກໍາກວດ ຄວາມດັນ ແລະ ທາດນໍ້າຕານເພື່ອຄົ້ນຫາປັດໄຈສ່ຽງຂອງການເກີດພະຍາດ. ຈຸດປະສົງຫຼັກໆແມ່ນຢາກເຜີຍແຜ່ຄວາມຮູ້ໃຫ້ແກ່ປະຊາຊົນໃຫ້ເຂົ້າໃຈວ່າພະຍາດເສັ້ນເລືອດສະໝອງສາມາດປິ່ນປົວໄດ້ ແລະ ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດນີ້ອີກດ້ວຍ.

ພະຍາດອຸບັດເຫດເສັ້ນເລືອດສະໝອງເປັນພະຍາດທີ່ອັນຕະລາຍຂອງຄົນລາວ ແລະ ທົ່ວໂລກທັງໃນບັນດາປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກໍາລັງພັດທະນາ ໂດຍມີ 2 ຊະນິດ ຄື: ເສັ້ນເລືອດແຕກ ແລະ ເສັ້ນເລືອດຕີບຕັນ ທັງ 2 ຊະນິດລ້ວນແຕ່ເປັນສາເຫດທີ່ສົ່ງຜົນໃຫ້ສະໝອງຂາດອາກາດຈົນເຮັດໃຫ້ເສຍຊີວິດ ຫຼື ເປັນອໍາມະພາດໃນເວລາກະທັນຫັນ.

ທ່ານກ່າວອີກວ່າ: ສະເພາະໂຮງໝໍມິດຕະພາບຜູ້ທີ່ເຂົ້າມາປິ່ນປົວພະຍາດອຸບັດເຫດເສັ້ນເລືອດສະໝອງຫຼາຍກວ່າ 500 ກໍລະນີຕໍ່ປີ ແລະ ມີຜູ້ເສຍຊີວິດປະມານ 5 – 10% ຕໍ່ປີ ຜົນກະທົບສູງທີ່ສຸດແມ່ນເປັນອໍາມະພຶກ ຫຼື ອໍາມະພາດ.

ດັ່ງນັ້ນ, ເພື່ອອີງຕາມຄໍາຂວັນສະເຫຼີມສະຫຼອງໃນປີ  ນີ້: “ ອຸບັດເຫດເສັ້ນເລືອດສະໝອງແມ່ນສາມາດປ້ອງກັນໄດ້ ” ຈຶ່ງເນັ້ນໃສ່ການປ້ອງກັນພະຍາດເພື່ອຊ່ວຍຫຼຸດຜ່ອນປັດໄຈສ່ຽງ ເພາະສາເຫດຫຼັກໃນການເກີດພະຍາດແມ່ນ ຄວາມດັນເລືອດຜິດປົກກະຕິ, ເປັນພະຍາດເບົາຫວານ ຫຼື ພະຍາດແຊກຊ້ອນອື່ນໆ. ສະນັ້ນ, ຄວນຫຼຸດປັດໄຈສ່ຽງໂດຍການຄວບຄຸມລະດັບ ຄວາມດັນເລືອດໃຫ້ຄົງທີ່, ກວດທາດນໍ້າຕານຢູ່ເລື້ອຍໆເພື່ອຫຼຸດ ຄວາມສ່ຽງເປັນເບົາຫວານ, ຫຼຸດຜ່ອນອາຫານໄຂມັນສູງ, ເຄື່ອງດື່ມແອລກໍຮໍ ຫຼື ຢາສູບ ແລະ ອອກກໍາລັງກາຍສະໝໍ່າສະເໝີ.

ທ່ານ ດຣ. ສະໜອງ ທອງຊະນະ ຍັງໄດ້ເຊີນຊວນໃຫ້ປະຊາຊົນເຂົ້າມາກວດ ຄວາມດັນ ແລະ ລະດັບນໍ້າຕານ ເຊິ່ງຈະມີທ່ານໝໍມາໃຫ້ຄວາມຮູ້ ເພື່ອໃຫ້ປະຊາຊົນໄດ້ເຂົ້າໃຈເຖິງປັດໄຈສ່ຽງເພື່ອນໍາໄປປະຕິບັດ ຫຼື ປັບໃຊ້ໃນຊີວິດປະຈໍາວັນຕໍ່ໄປ.

( ຂ່າວ: ນຸ້ມນິ້ມ, ຮູບ: ວິລະສັກ )

LEAVE A REPLY

Please enter your comment!
Please enter your name here