ນ້ອງເບຍ ສໍາເລັດການເກັບຕົວທີ່ ແລະ ທົດສອບທີ່ຕ່າງປະເທດ ເປົ້າໝາຍຕໍ່ໄປຄື ຊີເກມ 2019

85

ທ້າວ ຄໍາພູວັນ ຄໍາສະທອນ ຫຼື ຮູ້ຈັກກັນດີໃນຊື່ ນ້ອງເບຍ ຈູເນ່ຍ ນັກມວຍຄວາມຫວັງຂອງ ສປປ ລາວ ໃນຮຸ່ນ 49 ກິໂລກຣາມ ໃນງານມະຫາກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນທ້າຍປີນີ້ ໄດ້ສໍາເລັດການໄປເກັບຕົວທີ່ ປະເທດໄທ ແລະ ການໄປທົດສອບລາຍການລະດັບອາຊີທີ່ ສປ ຈີນ ກ່ອນກັບມາຊ້ອມທີ່ ສປປ ລາວ ເພື່ອກຽມລຸຍເປົ້າໝາຍຕໍ່ໄປຄື ຊີເກມ 2019.

ກ່ອນໜ້ານີ້ ທັບນັກກີລາມວຍສາກົນລາວ ຊຸດຊີເກມ 2019 ສົ່ງນັກກີລາຈໍານວນ 6 ຄົນ ໃນນັ້ນເປັນຍິງ 2 ຄົນ ໄປເກັບທີ່ປະເທດໄທ ເປັນໄລຍະເວລາ 20 ມື້ແຕ່ວັນທີ 1-20 ຕຸລາ 2019 ແລະ ຫຼັງຈາກສໍາເລັດກໍສົ່ງ ທ້າວ ຄໍາພູວັນ ຄໍາສະທອນ ຮຸ່ນ 49 ກິໂລ ແລະ ທ້າວ ສີແພ ມະນີຈັນ ຮຸ່ນ 60 ກິໂລ ໄປທົດສອບລາຍການ THE BELT AND ROAD CHINA-ASIAN BOXING CHAMPINSHIPS ທີ່ ສປ ຈີນ ລະຫວ່າງ 23 – 28 ຕຸລາ 2019.

ຫຼັງຈາກສໍາລັບການເກັບຕົວ ແລະ ທົດສອບລາຍການດັ່ງກ່າວ ນ້ອງເບຍ ກ່າວວ່າ: ການໄປເກັບຕົວທີ່ປະເທດໄທ ໄລຍະ 20 ວັນແນ່ນອນມັນມີຜົນດີທີ່ສຸດ ທີ່ໄດ້ຊອ້ມກັບຄົນເກັ່ງໆ ເພື່ອພັດທະນາໃຫ້ໄດ້ຫຼາຍທີ່ສຸດ, ສ່ວນການໄປທົດສອບທີ່ ສປ ຈີນ ແມ່ນແຕ່ລະຮຸ່ນມີ 4 ຄົນປາກົດວ່າ ນ້ອງສາມາດເອົາຊະນະ ນັກມວຍກໍາປູເຈຍ ກ່ອນຈະເສຍໃຫ້ກັບ ນັກມວຍ ສປ ຈີນ ໃນຮອບຊີງ, ສ່ວນ ທ້າວ ສີແພ ແມ່ນເສຍໃຫ້ນັກມວຍ ສປ ຈີນ ໃນໄຟທ໌ທໍາອິດ ແລະ ການໄປທົດສອບຄັ້ງຫຼ້າສຸດ ນ້ອງກະໄດ້ປະສົບການຫຼາຍທີ່ໄດ້ອອກເຄື່ອນໄຫວ ແລະ ທົດສອບຮ່າງກາຍທີ່ໄດ້ຝືກຊອ້ມມາວ່າໄດ້ຜົນສຳໃດ ໂດຍສະເພາະແມ່ນເນັ້ນພະລະກໍາລັງເປັນຫຼັກ ແລະ ເຕັກນິກກະຄ່ອຍຝືກຝົນໄປ ເພາະກ່ອນຈະແຂ່ງອັນດັບໜຶ່ງກະຄືຕ້ອງມີກຳລັງເພື່ອພ້ອມປະທະໃນດ້ານການແຂ່ງຂັນ, ເຊິ່ງປັດຈຸບັນ ນ້ອງກັບທັບນັກກີລາມວຍສາກົນລາວ ແມ່ນໄດ້ກັບມາຊ້ອມຢູ່ ສູນຝຶກສີເກີດ ສປປ ລາວ ໃນປັດຈຸບັນ ເພື່ອກຽມພ້ອມໃສ່ເປົ້າໝາຍສໍາຄັນຄື ຊີເກມ 2019 ທີ່ປະເທດຟິລິບປິນ ທ້້າຍປີນີ້ ໂດຍນ້ອງຕັ້ງເປົ້າຫວັງຫຼຽນໃດຫຼຽນໜຶ່ງ ເຖິງວ່າເປັນຄັ້ງທໍາອິດກໍຕາມ.
ສໍາລັບ ນັກກີລາມວຍສາກົນລາວ ທີ່ຈະເຂົ້າຮ່ວມຊີເກມ 2019 ປະກອບມີ: ຄໍາພູວັນ ຄໍາສະທອນ ຮຸ່ນ 49 ກິໂລກຣາມ, ທ້າວ ສາຄອນ ລາຊະວົງສີ ຮຸ່ນ 52 ກິໂລ, ນັນທະວົງ ສີພະວົງ 56 ກິໂລ, ສາທິດ ແກ້ວອິນຕາ ຮຸ່ນ 81 ກິໂລ, ນາງ ດາວມະຍຸລີ ຈັນທິລາດ 48 ກິໂລກຣາມ ແລະ ນາງ ວິໄລພອນ ວົງພະຈັນ ຮຸ່ນ 54 ກິໂລ, ສ່ວນ ທ້າວ ສີແພ ມະນີຈັນ ແລະ ທ້າວ ຈັນສະໄໝ ແມ່ນຕົວສໍາຮອງ.

ຂ່າວ: ຄໍາສອນ; ຮູບ: ນ້ອງເບຍ