13 ຂໍ້ຫ້າມມີໃຫ້ປະຕິບັດໃນງານບຸນທາດຫຼວງ, ຖ້າລະເມີດປັບໃໝເດີ້

125

ຍັງອີກບໍ່ພໍເທົ່າໃດມື້ ກໍ່ຈະຮອດງານນະມັດສະການພະທາດຫຼວງວຽງຈັນ ທີ່ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງປີນີ້, ຈະໄດ້ຈັດຂຶ້ນໃນວັນທີ 5-11 ພະຈິກ 2019. ສະນັ້ນ, ເພື່ອເຮັດໃຫ້ງານບຸນ ພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ລາວ-ໄອເຕັກ ປະຈຳປີ 2019 ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄວ້ເອກະລັກວັດທະນະທຳ ງານບຸນປະເພນີອັນດີງາມຂອງຊາດ, ຮັບປະກັນຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດຈົບງາມ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈຶ່ງໄດ້ວາງມາດຕະການ 13 ຂໍ້ຫ້າມໃນງານບຸນປະເພນີໃນຄັ້ງນີ້:

1 ຫ້າມໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.

2 ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດລວມທັງ ມີດ-ພ້າ, ງ້າວ, ກະຖຸນ, ສະໜັບມື, ສາຍແອວ ຫົວໃຫຍ່ ເຂົ້າໄປໃນງານບຸນໂດຍເດັດຂາດ ( ຍົກເວັ້ນໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ ).

3 ຫ້າມຂາຍ ແລະ ນໍາເອົາຢາເສບຕິດ, ທາດລະເບີດ, ທາດແຕກ, ທາດເບື່ອ, ສານເຄມີ ທີ່ອອກ ລິດຕໍ່ລະບົບປະສາດທຸກຊະນິດເຂົ້າມາໃນງານຢ່າງເດັດຂາດ.

4 ຫ້າມນໍາເອົາຜະລິດຕະພັນທີ່ຮຽນແບບ, ສິ້ນລາວນໍາເຂົ້າມາວາງຂາຍພາຍໃນງານຢ່າງເດັດຂາດ.

5 ຫ້າມນໍາເຂົ້າ, ຊື້ – ຂາຍ ຈູດໂຄມໄຟລອຍຟ້າ ແລະ ຈູດໝາກກະໂພກ ທຸກຊະນິດ, ທຸກລະດັບ.

6 ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານ ທີ່ຄະນະກໍາມະການຈັດງານຕະຫຼາດນັດກໍາ ນົດໄວ້.

7 ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທໍາທີ່ລາມົກ ແລະ ເຊື່ອມຊາມຕ່າງໆເຂົ້າມາໃນ ງານຢ່າງເດັດຂາດ.

8 ຫ້າມຫຼິ້ນການພະນັນທຸກປະເພດ.

9 ຫ້າມຂາຍເຄື່ອງໃສ່ລໍ້ຍູ້ຊະຊາຍໃນງານບຸນຢ່າງເດັດຂາດ.

10 ຫ້າມດື່ມເຫຼົ້າ, ເບຍ ແລະ ສິ່ງມືນເມົາ ແລ້ວກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ ສະຫງົບໃນງານບຸນເດັດຂາດ.

11 ສໍາລັບນັກສະແດງສິນລະປະຢູ່ໃນງານບຸນ, ວາງສະແດງສິນຄ້າ, ຕະຫຼາດນັດແຕ່ລະຈຸດຕ້ອງ ແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ.

12 ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນເດີ່ນພະທາດຫຼວງຢ່າງເດັດຂາດ.

13 ຫ້າມນໍາໃຊ້ໂດຣນ ຫຼື ອຸປະກອນຖ່າຍພາບທາງອາກາດ, ຍົກເວັ້ນແຕ່ທາງການອະນຸຍາດໃຫ້ ພາກສ່ວນກ່ຽວຂ້ອງເທົ່ານັ້ນ.

ມອບໃຫ້ກອງບັນຊາການ ປກສ ເມືອງ 9 ເມືອງ, ຕໍາຫຼວດກຸ່ມ, ປກສ ບ້ານ ສົມທົບອໍານາດ ການປົກຄອງບ້ານ, ຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ໃຫ້ປະຊາຊົນທຸກຊັ້ນຄົນ ໄດ້ຮັບຮູ້ຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ປະຕິບັດຢ່າງເຂັ້ມງວດ.

ກໍລະນີເຈົ້າໜ້າທີ່ກວດກາພົບເຫັນການປະພຶດຂອງບຸກຄົນ ຫຼື ພາກສ່ວນໃດທີ່ຝ່າຝືນກົດລະບຽບ ແລະ ຂໍ້ກໍານົດຕ່າງໆທີ່ວາງອອກ ຈະໄດ້ສຶກສາອົບຮົມກ່າວເຕືອນ, ປັບໃໝ 50.000 ກີບ ຫາ 1.000.000 ກີບ ຕາມສະຖານໜັກ ຫຼື ເບົາ, ຖ້າກໍລະນີຮ້າຍແຮງຈະໄດ້ດໍາເນີນດີຕາມກົດໝາຍ ໂດຍບໍ່ມີຂໍ້ຍົກເວັ້ນຢ່າງເດັດຂາດ.