ເຕັກນິກຄວບຄຸມການກິນອາຫານຫຼາຍໄລຍະເປັນປະຈຳເດືອນ

99

ແກ້ໄຂອາການຢາກກິນຕະຫຼອດໃນໄລຍະມີປະຈຳເດືອນດ້ວຍວິທີງ່າຍໆ ຖ້າບໍ່ຢາກໃຫ້ນ້ຳໜັກຂຶ້ນໃນໄລຍະມີປະຈຳເດືອນ ເຊິ່ງມີວິທີປະຕິບັດດັ່ງຕໍ່ໄປນີ້:

1 ຫຼຸດປະລິມານສານຄາເຟອິນລົງ:

ສານຄາເຟອິນທີ່ຢູ່ໃນກາເຟ, ຊາ ແລະ ນ້ຳອັດລົມ ຫຼື ຈາກເຄື່ອງດື່ມອື່ນໆອີກຈຳນວນຫຼວງຫຼາຍເປັນສາເຫດທີ່ເຮັດໃຫ້ເກີດຄວາມຢາກອາຫານທີ່ຜິດປົກກະຕິໃນໄລຍະມີປະຈຳເດືອນ ແຖມຍັງບໍ່ໄດ້ເຮັດໃຫ້ຢາກກິນທຳມະດາແຕ່ຈະເຮັດໃຫ້ຮູ້ສຶກກະວົນກະວາຍ ຖ້າບໍ່ໄດ້ກິນກໍຈະມີອາລົມຫງຸດຫງິດແລ້ວພໍຫງຸດຫງິດກໍເກີດຄວາມຄຽດ ແລະ ສົ່ງຜົນເຮັດໃຫ້ປະຈຳເດືອນຜິດປົກກະຕິທາງທີ່ດີຄວນເຊົາດື່ມເຄື່ອງດື່ມທີ່ມີສານຄາເຟອິນເປັນສ່ວນປະກອບຈະດີກວ່າ ແຕ່ຖ້າເຊົາແບບເດັດຂາດບໍ່ໄດ້ກໍຄວນຫຼຸດປະລິມານລົງໃຫ້ເຫຼືອໜ້ອຍທີ່ສຸດກໍຈະດີກວ່າຈຶ່ງບໍ່ຮູ້ສຶກຢາກຕະຫຼອດ.

2 ນອນຫຼັບໃຫ້ພຽງພໍ:

ວິທີນີ້ເບິ່ງຄືຈະເປັນວິທີທີ່ງ່າຍທີ່ສຸດເພາະການນອນຫຼັບດີ ແລະ ພັກຜ່ອນຢ່າງພຽງພໍຈະຊ່ວຍເຮັດໃຫ້ອາການຢາກອາຫານທີ່ຜິດປົກກະຕິໃນໄລຍະມີປະຈຳເດືອນຫຼຸດລົງໄດ້ ແຖມຍັງຊ່ວຍຟື້ນຟູຄວາມຈື່ຈໍາ, ຊ່ວຍໃນການຄວບຄຸມນ້ຳໜັກ ແລະ ຊ່ວຍໃຫ້ອາຍຸຍືນຂຶ້ນນໍາອີກ. ດັ່ງນັ້ນ, ຖ້າຮູ້ວ່າໄລຍະມີປະຈຳເດືອນຈະຕ້ອງຮູ້ສຶກຢາກກິນຕອນເດິກ ແນ່ນອນກໍປ່ຽນມາເຂົ້ານອນໃຫ້ໄວຂຶ້ນ.

3 ບໍ່ຕຶງຄຽດ:

ຫຼາຍຄົນມີຄວາມຄິດວ່າຄຽດແລ້ວຕ້ອງກິນ ແລະ ໄລຍະມີປະຈຳເດືອນທີ່ມັກຈະຢາກຫຼາຍ ກວ່າເກົ່າຢູ່ແລ້ວ ຖ້າຕຶງຄຽດຕື່ມອີກບໍ່ຕ້ອງເວົ້າເຖິງເລີຍວ່າຈະກິນຫຼາຍຂຶ້ນອີກຫຼາຍເທົ່າໃດ. ດັ່ງນັ້ນ, ແນະນຳໃຫ້ປ່ຽນມານັ່ງຟັງເພງສະບາຍໆ, ໄປຍ່າງຫຼິ້ນ ຫຼື ໂທລະສັບກັບໝູ່ຈະດີກວ່າ ແຕ່ຖ້າມັກອ່ານໜັງສືກໍລອງຫາໜັງສືທີ່ໜ້າສົນໃຈມາອ່ານຮັບຮອງວ່າຖ້າເຊົາຕຶງຄຽດແລ້ວຈະກິນໜ້ອຍລົງແນ່ນອນ.

4 ດື່ມນ້ຳໃຫ້ຫຼາຍໆ:

ນໍ້າຍິ່ງດື່ມກໍຍິ່ງດີຕໍ່ສຸຂະພາບໄລຍະທີ່ມີປະຈຳເດືອນນ້ຳຈຶ່ງເປັນສິ່ງທີ່ບໍ່ຄວນຂາດເດັດຂາດເພາະການຂາດນ້ຳໃນໄລຍະມີປະຈຳເດືອນອາດຈະເຮັດໃຫ້ເກີດອາການຖອກທ້ອງໄດ້. ນອກຈາກນີ້, ນ້ຳຍັງຊ່ວຍຫຼຸດຜ່ອນຄວາມຢາກອາຫານລົງໄດ້ນໍາ. ດັ່ງນັ້ນ, ການຫຼຸດຄວາມຢາກອາຫານດ້ວຍການດື່ມນ້ຳໃຫ້ພຽງພໍ ໂດຍປະລິມານນ້ຳທີ່ຄວນດື່ມເພື່ອໃຫ້ພຽງພໍຕໍ່ຮ່າງກາຍໃນໄລຍະມີປະຈຳເດືອນກໍຄື 8 – 10 ຈອກ.

( ຂໍ້ມູນຈາກ: sistacafe.com )

( ຮຽບຮຽງ: ນຸ້ມນິ້ມ )