ເຂົ້າຫົວຫງອກໃສ່ໝາກງາເພີ່ມແຄລຊຽມແກ່ຮ່າງກາຍ

130

ໄລຍະນີ້ເຂົ້ານາປີເລີ່ມເກັບກ່ຽວຜົນຜະລິດໃນບາງຂົງເຂດແລ້ວ ເຂົ້າໃໝ່ຫອມໆອ່ອນໆກໍເລີ່ມມີຂາຍຕາມທ້ອງຕະຫຼາດທົ່ວໄປໃນບ້ານເຮົາ ເມື່ອມີເຂົ້າໃໝ່ກໍຊອກຫາລາຍການຂອງຫວານແບບລາວໆມາຝາກ ທັງແຊບ ແລະ ຍັງປະກອບໄປດ້ວຍຄຸນຄ່າທາງໂພຊະນາການອີກຫຼາຍຢ່າງ.

ສ່ວນປະສົມ: ເຂົ້າໜຽວໃໝ່ 200 ກຣາມ ຈະໃຊ້ເປັນເຂົ້າຂາວ ຫຼື ເຂົ້າກໍ່າກໍໄດ້, ໝາກພ້າວແກ່ຂູດ 1 ຖ້ວຍນ້ອຍ, ນ້ຳຕານ 1 – 2 ບ່ວງແກງ, ງາຂາວຂົ້ວ 1 ບ່ວງແກງ, ງາດຳຂົ້ວ 1/2 ບ່ວງແກງ, ເກືອໜ້ອຍໜຶ່ງ.

ວິທີປຸງແຕ່ງ:

ເລີ່ມຈາກການມ່າເຂົ້າໄວ້ຄືນໜຶ່ງແລ້ວນຳມາໜຶ້ງຕາມປົກກະຕິ ແລະ ເອົາໃສ່ຊາມພ້ອມກັບໝາກພ້າວຂູດ ແລະ ນ້ຳຕານຄົນໃຫ້ເຂົ້າກັນດີ ໂດຍບໍ່ໃຫ້ເຂົ້າເປັນກ້ອນ ຫຼື ຖ້າມັກເປັນກ້ອນກໍໄດ້ແລ້ວແຕ່ຜູ້ມັກ. ຈາກນັ້ນ, ເອົາໝາກງາໃສ່ຄົກພ້ອມກັບເກືອຕຳໃຫ້ລະອຽດ ແລະ ໂຮຍໃສ່ເຂົ້າຄົນໃຫ້ເຂົ້າກັນອີກຄັ້ງຕັກໃສ່ຈານ ໂຮຍໜ້າດ້ວຍໝາກພ້າວຂູດອີກໜ້ອຍໜຶ່ງເທົ່ານີ້ກໍຮຽບຮ້ອຍແລ້ວ.

ໝາຍເຫດ: ບາງຄົນກໍໜຶ້ງໝາກກ້ວຍ ຫຼື ໝາກຖົ່ວດໍາໃສ່ນໍາຖ້າມັກກໍໜຶ້ງໃສ່ໄດ້ເລີຍ.

( ຂໍ້ມູນຈາກ: Cooking.com )

( ຮຽບຮຽງ: ນຸ້ມນິ້ມ )