ສາຍອົກຫັກຟັງເລີຍເພງ “ ປ່ອຍ ” ຜົນງານເພງໃໝ່ຈາກໜຸ່ມ ໂຈໂຈ້

108

ຈາກຜົນງານເພງທໍາອິດທີ່ໂດ່ງດັງໃນໄລຍະຜ່ານມາຂອງ ໜຸ່ມໂຈໂຈ້ ກັບເພງ “ ຮັກກັນວັນນີ້ ” ແລະ ໃນປີຜ່ານມາກໍໄດ້ເຮັດຜົນງານເພງ “ ຢືມ ” ທີ່ໄດ້ ສາວ   ນຸນີ່ ພ້ອມດ້ວຍ ໜຸ່ມອັອບ ມາສະແດງມິວສິກວິດີໂອເພງ. ຫຼ້າສຸດ, ໃນວັນທີ 30 ຕຸລານີ້ ໜຸ່ມໂຈໂຈ້ ກໍໄດ້ປ່ອຍຜົນງານເພງໃໝ່ຄືເພງ “ ປ່ອຍ ” ອອກມາເພື່ອໃຫ້ແຟນໆໄດ້ຕິດຕາມ.

ທ້າວ ຈິລະສັກ ສາຍສະໜິດ ຫຼື ໜຸ່ມໂຈໂຈ້ ໃຫ້ສໍາພາດວ່າ: ກ່ອນຈະອອກຜົນງານເພງໃໝ່ຫຼ້າສຸດນີ້ກໍໄດ້ຮ່ວມຮ້ອງເພງຄູ່ກັບ ສາວຕ່າຍ ອໍລະໄທ ລາຊະນີເພງລູກທົ່ງຈາກປະເທດໄທໃນເພງ “ ນິລັນດອນ ” ເຊິ່ງຈຸດເລີ່ມຕົ້ນຂອງການເຮັດເພງໃໝ່ແມ່ນມາຈາກເພງ “ ຢືມ ” ໂດຍອາລົມຍັງຄ້າງຈາກເພງນັ້ນກັບຄວາມຮັກຄັ້ງກ່ອນທີ່ໄດ້ຂຽນມາ ແລະ ຕົນເອງຮູ້ສຶກວ່າເມື່ອຢືມແລ້ວຖ້າເປັນໄປບໍ່ໄດ້ເຮົາກໍຕ້ອງປ່ອຍຈຶ່ງເປັນທີ່ມາຂອງເພງໃໝ່ທີ່ມີຊື່ວ່າເພງ “ ປ່ອຍ ”.

ສໍາລັບເນື້ອຫາຂອງເພງ “ ປ່ອຍ ” ຫຼັກໆກໍຈະສື່ເຖິງຄວາມຮັກທີ່ໄປຕໍ່ໄດ້ຍາກ ລວມທັງ ຄວາມຮັກ ແລະ ຄວາມຮູ້ສຶກຂອງອີກຄົນໜຶ່ງທີ່ບໍ່ຄືເກົ່າແລ້ວ. ເຖິງມັນຈະເຈັບປວດເທົ່າໃດກໍຕ້ອງຍອມປ່ອຍໄປ ແລະ ເນື້ອຫາສ່ວນໃຫຍ່ກໍຈະຢູ່ໃນບົດເພງທີ່ບອກເລົ່າເລື່ອງລາວທັງໝົດ ຜົນງານເພງນີ້ຕົນເອງກໍຕັ້ງໃຈເຮັດພ້ອມທັງໄດ້ພະເອກ ແລະ ນາງເອກຄົນທີ່ມີຊື່ສຽງມາຮ່ວມງານນໍາ.

ຜົນງານເພງນີ້ເປັນອີກຜົນງານໜຶ່ງທີ່ຕັ້ງໃຈຫຼາຍ ແລະ ຫວັງວ່າຈະຖືກໃຈຄົນອົກຫັກຫຼາຍໆຄົນ ໂດຍຜົນງານເພງນີ້ຈະອອກມາໃຫ້ທຸກຄົນໄດ້ເບິ່ງໄດ້ຟັງໃນວັນທີ 30 ຕຸລາ 2019 ນີ້ ສາມາດຕິດຕາມຜົນງານທັງເກົ່າ ແລະ ໃໝ່ ພ້ອມທັງອັບເດດຂ່າວສານຂອງ ໜຸ່ມໂຈໂຈ້ ໄດ້ທາງ FB Page: Jojo Miracle ແລະ ຊ່ອງ Youtube Channel: Jojo Miracle.

( ຂ່າວ: ນຸ້ມນິ້ມ, ຮູບ: ໂຈໂຈ້ )