ສະຖາບັນການເງິນດົງຄຳຊ້າງ ເປີດຮັບນັກສຶກສາປະລິນຍາຕີຕໍ່ເນື່ອງແລ້ວ

502

ສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ຂໍແຈ້ງມາຍັງພະນັກງານ, ລັດຖະກອນ ທີ່ມີວຸດທິການສຶກສາ ຊັ້ນສູງ ແລະ ນັກສຶກສາທີ່ຮຽນຈົບຊັ້ນສູງ ມີຈຸດປະສົງຢາກຮຽນປະລິນຍາຕີລະບົບຕໍ່ເນື່ອງ ຢູ່ສະຖາບັນເສດຖະກິດ-ການເງິນ ສາມາດມາພົວພັນຊື້ຄໍາຮ້ອງສອບເສັງຄັດເລືອກໄດ້ທີ່ ສະຖາບັນເສດຖະກິດ-ການເງິນ ສໍານັກງານຕັ້ງຢູ່ ບ້ານດົງຄໍາຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ຕາມວັນ ແລະ ເວລາດັ່ງລຸ່ມນີ້:

ວັນທີ 28 ຕຸລາ ຫາ 21 ພະຈິກ 2019 ເປີດຂາຍຄໍາຮ້ອງ ແລະ ຮັບຄໍາຮ້ອງສະໝັກສອບເສັງຄັດເລືອກ; ວັນທີ 22 ພະຈິກ 2019 ແຈ້ງລາຍຊື່ຜູ້ເຂົ້າສອບເສັງ; ວັນທີ 23 ພະຈິກ 2019 ສອບເສັງຄັດເລືອກ ເວລາ 08:00 ໂມງ, ທີ່ສະຖາບັນເສດຖະກິດ-ການເງິນ ບ້ານດົງຄໍາຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ແລະ ວັນທີ 12 ທັນວາ 2019 ປະກາດຜົນການສອບເສັງ.

ສຳລັບສາຂາວິຊາຮຽນປະກອບມີ 02 ສາຂາ:  ສາຂາ: ການເງິນແຫ່ງລັດ ແລະ ສາຂາ: ການເງິນວິສາຫະກິດ. ສຳລັບຖ້າທ່ານໃດສົນໃຈ ເຂົ້າມາພົວພັນທີ່ສໍານັກງານຂອງສະຖາບັນ ໃນໂມງລັດຖະການ. ລາຍລະອຽດເພີ່ມຕື່ມມີດັ່ງນີ້: