ບໍ່ແກ້ວແຈ້ງ! ຫົວໜ່ວຍທຸລະກິດ ຕ້ອງອອກຕາປະທັບວິສາຫະກິດຢູ່ ປກສ ແຂວງ

150

ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ການຄຸ້ມຄອງຫົວໜ່ວຍທຸລະກິດ ແລະ ການຜະລິດຕາປະທັບວິສາຫະກິດ ຢູ່ພາຍໃນແຂວງບໍ່ແກ້ວມີຄວາມເປັນເອກະພາບ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ພ້ອມທັງແນໃສ່ເຮັດໃຫ້ການສ້າງບັນຍາກາດ ການເລີ່ມຕົ້ນທຸລະກິດ ໃຫ້ມີຄວາມສະດວກວ່ອງໄວ ແລະ ໂປ່ງໃສ. ເຈົ້າໜ້າທີ່ແຂວງ ບໍ່ແກ້ວແຈ້ງ ຫົວໜ່ວຍທຸລະກິດທີ່ຕ້ອງການໃຊ້ຕາທັບວິສາຫະກິດ ຕ້ອງອອກຜ່ານ ກອງບັນຊາການແຂວງເທົ່ານັ້ນ.

ພາບປະກອບຂ່າວ

ດັ່ງນັ້ນ, ຫ້ອງວ່າການແຂວງ ບໍ່ແກ້ວ ອອກແຈ້ງການ ສະບັບເລກທີ 143/ຫວຂ.ບກ ລົງວັນທີ 19 ກຸມພາ 2019 ເຖິງ ບັນດາທ່ານ ຫົວໜ້າພະແນກການ, ອົງການອ້ອມຂ້າງແຂວງ, ຫົວໜ່ວຍທຸລະກິດ ແລະ ຫ້ອງວ່າການເມືອງ 5 ເມືອງທົ່ວແຂວງ ເລື່ອງ: ການຄຸ້ມຄອງ ແລະ ຜະລິດຕາປະທັບວິສາຫະກິດ.

ພາບປະກອບຂ່າວ

ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ ເລກທີ 46/ສພຊ ລົງວັນທີ 26 ທັນວາ ກັນຍາ 2013; ອີງຕາມ ດໍາລັດວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ຕາປະທັບ. ເລກທີ 218/ນຍ ລົງວັນທີ 19 ກໍລະກົດ 2005 ແລະ ອີງຕາມ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຜະລິດຕາປະທັບບວິສາຫະກິດ ສະບັບເລກທີ 1784/ປກສ ລົງວັນທີ 2 ຕຸລາ 2018.

ພາບປະກອບຂ່າວ

ຫ້ອງວ່າການແຂວງບໍ່ແກ້ວ ຂໍແຈ້ງມາຍັງບັນດາທ່ານ ຫົວໜ້າພະແນກການ, ອົງການອ້ອມຂ້າງແຂວງ, ຫົວໜ່ວຍທຸລະກິດຕ່າງໆ ແລະ ຫ້ອງວ່າການເມືອງ 5 ເມືອງໃນທົ່ວແຂວງຊາບ ແລະ ຈັດຕັ້ງປະຕິບັດດັ່ງນີ້: ບັນດາບໍລິສັດ, ຫົວໜ່ວຍທຸລະກິດ, ວິສາຫະກິດ, ຫ້າງຮ້ານ ມີຄວາມຕ້ອງການຜະລິດຕາປະດັບວິສາຫະກິດ ປະເພດ 8 ຫຼ່ຽມ ລາວ-ສາກົນ; ຕາ 4 ຫຼຽມ ລາວ-ສາກົນ, ຕາຊື່ແຈ້ງ ລາວ-ສາກົນ ແມ່ນໃຫ້ຖືທະບຽນວິສາຫະກິດ ໃບອະນຸຍາດ ດໍາເນີນທຸລະກິດ ມາແຈ້ງຕໍ່ເຈົ້າໜ້າທີ່ ຢູ່ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອຜະລິດຕາປະທັບຕ່າງໆຕາມຄວມຕ້ອງການ.

ພາບປະກອບຂ່າວ

ແຈ້ງໃຫ້ຮ້ານທີ່ເຄີຍຜະລິດຕາປະທັບປະເພດຕ່າງໆຜ່ານມາເປັນຕົ້ນ ຕາ 8 ຫຼ່ຽມ; ຕາ 4 ຫຼ່ຽມ, ຕາຊື່ແຈ້ງ ແມ່ນໃຫ້ຢຸດເຊົາ ( ບໍ່ໃຫ້ຜະລິດ ) ເພາະຂັດກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຜະລິດຕາປະທັບວິສາຫະກິດ ສະບັບເລກທີ 1784/ປກສ, ລົງວັນທີ 2 ຕຸລາ 2018, ຖ້າຫາກບໍ່ຢຸດເຊົາ ເຈົ້າໜ້າທີ່ກວດກາພົບເຫັນແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ ແລະ ຢຶດເຄື່ອງຜະລິດຕາປະທັບໄວ້.

ພາບປະກອບຂ່າວ

ບັນດາບໍລິສັດ, ຫົວໜ່ວຍທຸລະກິດ, ວິສາຫະກິດ, ຫ້າງຮ້ານຕ່າງໆ ທີ່ໄດ້ຜະລິດຕາປະທັບຢູ່ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໃນເມື່ອກ່ອນແລ້ວ ແມ່ນໃຫ້ມາແຈ້ງຕາປະທັບຢູ່ຫ້ອງ ສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງບໍ່ແກ້ວ, ຖ້າບໍ່ມາແຈ້ງຖືວ່າຕາປະທັບໜ່ວຍນັ້ນໃຊ້ການບໍ່ໄດ້.