5 ສະຖານທີ່ທ່ອງທ່ຽວຂອງເມືອງຊູໂຈວ ແລະ ຫາງໂຈວ

136

ເມືອງຊູໂຈວ, ແຂວງຈຽງຊູ ແລະ ເມືອງຫາງໂຈວ, ແຂວງເຈື້ອຈຽງ ມີແຫຼ່ງທ່ອງທ່ຽວຈໍານວນຫຼາຍ ເຊິ່ງຜູ້ຂຽນໄດ້ມີໂອກາດເຂົ້າຢ້ຽມຊົມພຽງ 5 ແຫຼ່ງທ່ອງທ່ຽວ ໃນ 2 ເມືອງ ເນື່ອງໃນໂອກາດເຂົ້າຮ່ວມກິດຈະກຳທັດສະນະສຶກສາເກັບກຳຂໍ້ມູນ ເພື່ອໂຄສະນາສົ່ງເສີມການທ່ອງທ່ຽວ ລາວ-ຈີນ 2019 ໂດຍມີດັ່ງລຸ່ມນີ້.

1 ສວນຈົ່ວເຈີ້ນຢວນ: ເປັນສວນຂອງເສດຖີສະໄໝເກົ່າ ອາຍຸກວ່າ 500 ປີ ໂດຍມີສາລານັ່ງຫຼິ້ນ 4 ຫຼັງ ຮູບຊົງອາຄານຄືເຮືອນຊາວຈີນສະໄໝບູຮານ, ມີບັນດາເຄື່ອງໃຊ້ສອຍບາງຢ່າງທີ່ຍັງຄົງເຫຼືອບໍ່ແຕກຫັກ ເຊິ່ງໄດ້ມີການອະນຸລັກໄວ້ເປັນຢ່າງດີ. ສວນດັ່ງກ່າວໄດ້ຮັບຮອງເປັນມໍລະດົກໂລກ ແລະ ມີນັກທ່ອງທ່ຽວເຂົ້າຊົມໃນແຕ່ລະວັນເປັນຈຳນວນຫຼວງຫຼາຍ.

2 ເນີນພູຫູຊີວ: ເປັນສະຖານທີ່ຕັ້ງຂອງເຈົ້າຄອງເມືອງໃນສະໄໝກ່ອນ ຄ້າຍຄືກັບອານາຈັກ ຫຼືວັງຂອງເຈົ້າຊິວິດ, ມີກຳແພງອ້ອມໜ້າ ແລະ ສູງ ຕັ້ງຢູ່ເທິງພູ, ມີປະຕູເຂົ້າພຽງທາງດຽວ ແລະ ຢູ່ພາຍໃນຍັງເປັນວັດ ມີພະທາດຕັ້ງໃຈກາງພູ ເຊິ່ງທັງ 2 ສະຖານທີ່ກ່າວມານີ້ ເປັນສະຖານທີ່ທ່ອງທ່ຽວຊື່ດັ່ງຂອງທີ່ເມືອງຊູໂຈວ, ແຂວງຈຽງຊູ

3 ທະເລສາບຊີຫູ: ສະຖານທີ່ທ່ອງທ່ຽວທາງທຳມະຊາດ ໂດຍມີການລອງເຮືອຊົມຄວາມສວຍສົດງົດງາມຂອງວິວທະເລສາບ ຄ້າຍຄືກັບຂີ່ເຮືອທີ່ອ່າງນ້ຳງື່ມບ້ານເຮົາ, ຂຶ້ນມາທາງຍ່າງກໍ່ຈະມີຕົ້ນໄມ້ໃຫຍ່ອາຍຸ 100 ກວ່າປີປູກລຽນ 2 ຝາກທາງເຮັດໃຫ້ບັນຍາຮົ່ມກາດເຢັນໜ້າທ່ຽວ.

4 ວັດຫຼິງອິງ: ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນາທຳ ມີອາຍຸປະມານ 1.700 ປີ ເຊິ່ງພາຍໃນວັດມີຮ່ອງຮອຍປະຫວັດສາດພຸດທະສາສະໜາດເຊັ່ນ: ເລື່ອງລາວຂອງພະຖັງສຳຈັງ ທີ່ເດີນທາງໄປຕາມຫາພະໄຕປີດົກ, ຮູບສະຫຼັກເຈົ້າແມ່ກວນອິນໃນຫີນ ແລະ ການກຳເນີດຮູບປັ່ນພະອື່ນໆ ເຊິ່ງສະຖານທີ່ນີ້ມີນັກທ່ອງທ່ຽວໜ້າແໜ້ນ..

5 ສວນຊາອູຫຼົງ ແລະ ພິພິຕະພັນຊາ: ເຊິ່ງສວນຊາແຫ່ງນີ້ມີຄວາມພິເສດດ້ານສະຖານທີ່ປູກຢູ່ຕີນພູ, ມີອາກາດດີ ເຮັດໃຫ້ໄດ້ຊາທີ່ມີຄຸນນະພາບດີທີ່ສຸດຂອງຈີນ ແລະ ຖືກໂຫວດຄະແນນໃຫ້ຫຼາຍທີ່ສຸດໃນແຕ່ລະປີ ໃນຂະນະທີ່ໃນພິພິຕະພັນຊາ ກໍ່ໄດ້ລວບລວມເອົາເລື່ອງລາວການປູກຊາ, ການຄ້າຊາ ຂອງຊາວຈີນສະໃໝ່ກ່ອນ ແລະ ໄດ້ມີການລວມປະເພດຊາຫຼາຍຊະນິດໃນພິພິຕະພັນດັ່ງກ່າວ ເຊິ່ງທັງຂໍ້ 3-5 ນີ້ເປັນສະຖານທີ່ທ່ອງທ່ຽວຕັ້ງຢູ່ເມືອງຫາງໂຈວ, ແຂວງເຈື້ອຈຽງ.