ອີຢູ ເລື່ອນກໍານົດໝາຍ ການຖອນອອກຂອງອັງກິດ ໄປອີກ 3 ເດືອນ

113
FILE PHOTO: Demonstrators protest against Brexit outside the Houses of Parliament in London, Britain, November 28, 2018. REUTERS/Henry Nicholls/File Photo - RC1E713D8D60

ສະຫະພາບເອີຣົບ ຫຼື ອີຢູ ຕົກລົງຂະຫຍາຍກໍານົດເວລາທີ່ ອັງກິດ ຈະອອກຈາກການເປັນສະມາຊິກ ອີຢູ ອອກໄປອີກ 3 ເດືອນ.

27 ປະເທດ ທີ່ຍັງຄົງເປັນສະມາຊິກອີຢູ ຫຼັງຈາກ ອັງກິດ ອອກໄປແລ້ວໄດ້ຕົກລົງກັນເມື່ອບໍ່ດົນມານີ້ວ່າ: ຈະໃຫ້ເວລາ ອັງກິດ ໄປຈົນເຖິງວັນທີ 31 ເດືອນມັງກອນ ປີ 2020 ແຕ່ຫາກ ອັງກິດ ພ້ອມກໍສາມາດອອກກ່ອນກໍານົດໝາຍໄດ້.

ທ່ານ ໂດນັນ ທຸດ ປະທານຄະນະມົນຕີເອີຣົບ ກ່າວວ່າ: ປະເທດສະມາຊິກອີຢູ 27 ປະເທດ ຍອມຮັບຄໍາຂໍຂອງ ອັງກິດ ໃນການຕໍ່ເວລາອອກໄປອີກ 3 ເດືອນ ຈາກກໍານົດເກົ່າທີ່ ອັງກິດ ຈະຕ້ອງອອກຈາກ ອີຢູ ໃນວັນທີ 31 ເດືອນຕຸລານີ້.

ຢ່າງໃດກໍຕາມ, ທ່ານ ທຸດ ລະບຸເງື່ອນໄຂວ່າ: ປະເທດສະມາຊິກອີຢູ ຈະຕ້ອງໄດ້ຮັບຄໍາຕອບຢ່າງເປັນທາງການຈາກ ອັງກິດ ເລື່ອງຂໍສະເໜີຕໍ່ເວລາດັ່ງກ່າວກ່ອນທີ່ຈະມີການສົ່ງຈົດໝາຍແຈ້ງໄປຫາສະມາຊິກອີຢູ ເຊິ່ງລັດຖະບານປະເທດສະມາຊິກທັງຫຼາຍມີເວລາ 24 ຊົ່ວໂມງ ທີ່ຈະຕອບຮັບ ຫຼື ປະຕິເສດການເລື່ອນກໍານົດໝາຍ.