ຕາມຄາດ! ໄທເກີ ວູດ ຄວ້າແຊັມທີ່ຍີ່ປຸ່ນ ສ້າງສະຖິຕິຄວ້າແຊັມ ພີຈີເອ ທົວ ສູງສຸດ

51
Tiger Woods of the United States poses with his trophy after winning the Zozo Championship PGA Tour at the Accordia Golf Narashino country club in Inzai, east of Tokyo, Japan, Monday, Oct. 28, 2019. (AP Photo/Lee Jin-man)

ໄທເກີ ວູດ ນັກກ໊ອຟມື 10 ຂອງໂລກ ຊາວອາເມຣິກາ ເຮັດໄດ້ສໍາເລັດຕາມເປົ້າດ້ວຍການຄວ້າແຊັມ ພີຈີເອ ທົວ ລາຍການ ໂຊໂຊ ແຊັມປ້ຽນຊິບ ຊີງເງິນລາງວັນລວມ 9,75 ລ້ານໂດລາ ທີ່ສະໜາມແອັກຄໍເດຍ ກ໊ອຟ ນາຣາຊິໂນະ ຄັນທຣີ ຄລັບ ທີ່ເມືອງຊິບະ ປະເທດຍີ່ປຸ່ນ ເມື່ອວັນທີ 27 ຕຸລາ 2019.

ລາຍການດັ່ງກ່າວ ໄທເກີ ວູດ ອະດີດນັກກ໊ອຟມື 1 ຂອງໂລກ ທີ່ນໍາຕະຫຼອດທັງລາຍການວັນສຸດທ້າຍເກັບເພີ່ມອີກ 3 ອັນເດີພາ ຈາກ 5 ເບີດີ ແລະ ເສຍ 2 ໂບກີ ປິດສາກດ້ວຍຄະແນນ 19 ອັນເດີພາ ຄວ້າແຊັມໄປຄອງ ພ້ອມເງິນລາງວັນ 1,7 ລ້ານໂດລາ.

ຈາກຜົນດັ່ງກ່າວ ເຮັດໃຫ້ ໄທເກີ ວູດ ຄວ້າແຊັມ ພີຈີເອ ທົວ ລາຍການທີ 82 ຕະຫຼອດການຫຼິ້ນກ໊ອຟອາຊີບ ແລະ ນັບເປັນສະຖິຕິສູງສຸດຕະຫຼອດການທຽບເທົ່າກັບ ແຊມ ສະນີດ ຕໍານານຊາວອາເມຣິກາ ທີ່ເຮັດໄວ້ຕະຫຼອດ 54 ປີ.

( ຄໍາສອນ; ຮູບຈາກ: AP )