ວິທີຕັ້ງຄ່າ Word ບັນທຶກລົງໃນຄອມພິວເຕີ ຈາກທີ່ບັນທຶກໃນ Onedrive

127

ວິທີຕັ້ງຄ່າ Word ປ່ຽນການບັນທຶກ ( save ) ຟາຍລົງໃນຄອມພິວເຕີ ຈາກປົກກະຕິຈະບັນທຶກຟາຍລົງໃນ OneDrive ຕາມ office ເວີຊັນໃໝ່ທີ່ປ່ຽນຄ່າ Default ໃຫ້ບັນທຶກລົງໃນ OneDrive ແຕ່ເຮົາຕ້ອງການບັນທຶກລົງໃນຄອມພິວເຕີຄືແຕ່ກ່ອນຈະເຮັດແບບໃດ, ເຮົາສາມາດຕັ້ງຄ່າໃຫ້ບັນທຶກຟາຍລົງຄອມພິວເຕີຕັ້ງແຕ່ເລີ່ມຕົ້ນໄດ້ໂດຍການຕັ້ງຄ່າ ຄື:

ເຂົ້າໂປຣແກຣມ Word ຄລິກຕົວເລືອກແລ້ວເຂົ້າ. ຈາກນັ້ນ, ໃຫ້ຄລິກເອົາບັນທຶກລົງຄອມພິວເຕີຕາມຄ່າເລີ່ມຕົ້ນ. ຈາກນັ້ນ, ກໍໃຫ້ເລືອກໂຟນເດີທີ່ຈະບັນທຶກຟາຍແລ້ວຄລິກຕົກລົງ ພຽງເທົ່ານີ້ກໍຈະສາມາດປ່ຽນການ save ຟາຍລົງໃນ OneDrive ມາລົງໃນຄອມພິມເຕີໄດ້ແລ້ວ ແລະ ສາມາດໃຊ້ໄດ້ທຸກໂປຣແກຣມ Office ເຊັ່ນ: Word, Excel , PowerPoint.

( ໂດຍ: ສົມລົດ )

( ທີ່ມາ: www.it24hrs.com )