ແຕ່ງຕັ້ງ ທ່ານ ຈັນສະໝອນ ພົມມະແສງ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ

85
????????????????????????????????????

ວັນທີ 28 ຕຸລາ 2019 ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຂຶ້ນທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ສີເຮັງ ຫອມສົມບັດ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມມີຕາງໜ້າພະແນກການຕ່າງໆອ້ອມຂ້າງແຂວງ.

ທ່ານ ຄຳເບົາ ໄຊຍະສິດ ຮອງຫົວໜ້າຄະນະຈັດຕັ້ງ  ແຂວງສາລະວັນ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 646/ຈຂ.ສວ ລົງວັນທີ 15 ຕຸລາ 2019       ວ່າດ້ວຍການແຕ່ງຕັ້ງ ທ່ານ ຈັນສະໝອນ ພົມມະແສງ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ

ຈາກນັ້ນ, ທ່ານ ສີເຮັງ ຫອມສົມບັດ ຄະນະປະຈຳພັກ ແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ກໍໄດ້ມີຄຳເຫັນໂອ້ລົມ ເປັນຕົ້ນທ່ານໄດ້ຍົກໃຫ້ເຫັນກ່ຽວກັບ ຄວາມໝາຍສຳຄັນຂອງວຽກງານໂຄສະນາອົບຮົມ ແລະ ບັນຫາສື່ສັງຄົມອອນລາຍ, ພ້ອມດ້ວຍຄວາມສາມັກຄີປອງດອງເພື່ອເຮັດໃຫ້ວຽກງານມີຜົນສຳເລັດສູງ ໂດຍສະເພາະກໍແມ່ນພະນັກງານໂຄສະນາອົບຮົມແຂວງ ຈົ່ງພ້ອມກັນປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍ ຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຢ່າງຈົບງາມ.

[ ຮູບ – ຂ່າວ: ສິດຕາ ເພັດວົງສາ ]