ທ່ານກິແກ້ວ ໄຂຄຳພິທູນ ຂຶ້ນຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງ ຖວທ

304

ດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະການປະກອບສ່ວນສະຕິປັນຍາ ແລະເຫື່ອແຮງຮັບໃຊ້ພາລະກິດທີ່ປະເທດຊາດມອບໝາຍໃຫ້ມາຍາວນານຫຼາຍປີ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຕ້ອງພັກຜ່ອນເຂົ້າຮັບເບ້ຍບຳນານ ສະນັ້ນຈິ່ງໄດ້ມີການແຕ່ງຕັ້ງໂຍກຍ້າຍໜ້າທີ່ໃໝ່ໃນກະຊວງດັ່ງກ່າວ.

ໂດຍໃນວັນທີ 30 ຕຸລາ 2019 ກໍ່ໄດ້ມີພິທີ ມອບ-ຮັບ ຕຳແໜ່ງ ລະຫວ່າງ ທ່ານ ກິແກ້ວ ໄຂຄຳພິທູນ ວ່າການລັດຖະມົນຕີ ກະຊວງ ຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຜູ້ໃໝ່)ກັບ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຜູ້ເກົ່າ) ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ມີບັນດາຮອງລັດຖະມົນ, ຫົວໜ້າກົມ-ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

 

 

 

-ໃນພິທີໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 078/ກມສພ ລົງວັນທີ 13 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິການຫານງານພັກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໂດຍແຕ່ງຕັ້ງ ທ່ານ ກິແກ້ ໄຂຄຳພິທູນ ເລຂາທິການສູນກາງພັກ ເປັນລາຂາຄະນະບໍລິຫານງານພັກ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

-ຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງວ່າການລັດຖະມົນຕີກະຊວງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ  ໂດຍໄດ້ແຕ່ງຕັ້ງ ທ່ານກິແກ້ວ ໄຂຄຳພິທູນ ເປັນວ່າການລັດຖະມົນຕີກະຊວງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

 

-ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 088/ກມສພ ລົງວັນທີ 16 ກັນຍາ 2019 ວ່າດ້ວຍການອະນຸມັດ ໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ, ອີງຕາມກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 544/ສປຊ ລົງວັນທີ 27 ມິຖຸນາ 2018 ໝວດທີ 6 ມາດຕາ 36; ອີງຕາມການຕົກລົງເຫັນດີໃນກອງປະຊຸມກົມການເມືອງສູນກາງພັກ ຄັ້ງວັນທີ 29-30 ສິງຫາ 2019 ; ອີງຕາມການສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 223/ກຈສພ ລົງວັນທີ 16 ກັນຍາ 2019 ກົມການເມືອງສູນກາງພັກ ອອກມະຕິຕົກລົງໃຫ້ ທ່ານ ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ອອກພັກການຮັບອຸດໜູນບຳນານ.