ປາກຽວ ແນະນໍາ ຟລອຍ ຢາກຊົກກັບຂອງແທ້ລະມາ ຫຼື ຢາກຊົກພິເສດກັບ ແຈັກ ມາ

111

ແມນນີ ປາກຽວ ນັກມວຍຊາວຟິລິບປິນ ອອກມາປະກາດຂ່າວໃນວັນທີ 27 ຕຸລາ 2019 ຂໍທ້າ ຟລອຍ ເມເວດເທີ ຈຸເນຍ ອະດີດນັກມວຍລະດັບໂລກ ໃຫ້ກັບມາຊົກກັນອີກຄັ້ງ.

ປາກຽວ ກັບ ຟລອຍ ເຄີຍໄດ້ຮັບການຍົກຍ້ອງວ່າເປັນ 2 ນັກມວຍທີ່ເກັ່ງທີ່ສຸດ ແລະ ພວກເຂົາກໍໄດ້ຊົກກັນ 1 ຄັ້ງ, ເຊິ່ງເປັນ ຟລອຍ ທີ່ເອົາຊະນະໄປດ້ວຍຄະແນນ. ຢ່າງໃດກໍຕາມ ແຟນມວຍຫຼາຍຄົນກໍຢາກໃຫ້ພວກເຂົາກັບມາຊົກກັນອີກຄັ້ງ.

ຫຼ້າສຸດ ປາກຽວ ໂພຄລິບຕອນທີ່ຕົວເອງໄປຊ້ອມກັບ ແຈັກ ໝ່າ ມະຫາເສດຖີຊາວຈີນ ລົງທະວິດເຕີ ເຄື່ອຂ່າຍສັງຄົມອອນລາຍວ່າ: “ ຟລອຍ ເມເວດເທີ ຖ້າເຈົ້າຢາກໄດ້ການຕໍ່ສູ້ທີ່ແທ້ຈິງ ກໍມາສູ້ກັບຂ້ອຍ, ແຕ່ຢາກຂຶ້ນຊົກກັບໄຟທ໌ພິເສດແລ້ວ ໝູ່ຂອງຂ້ອຍຄົນນີ້ ແຈັກ ໝ່າ ຈະຮັບມືກັບເຈົ້າເອງ ນີ້ຄືທີມ ແມນນີ ທີ່ແທ້ຈິງ ”.

ຮູບຈາກ: AP