ອຸຕຸແຈ້ງດ່ວນ! 7 ແຂວງກາງ-ໃຕ້ ກຽມຮັບມືກັບພາຍຸລະດູຮ້ອນດີເປຼຊັນ 30-31 ຕຸລາ

156

ດ້ວຍສະພາບອາກາດໃນປັດຈຸບັນ ມີການຜັນຜວນໄປຕາມປາກົດການຂອງທຳມະຊາດ. ເຊິ່ງຍາກຕໍ່ການຄາດເດົາໄດ້, ບາງບ່ອນຮ້ອນ, ບາງພື້ນທີ່ໜາວເຢັນ, ຫຼ້າສຸດນີ້, ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງການໃຫ້ 7 ແຂວງຂອງພາກກາງ ແລະ ພາກໃຕ້ ກຽມພ້ອມຮັບມືກັບພາຍຸໝູນເຂດຮ້ອນດີເປຼເຊິນ ທີ່ກຳລັງຈະເຄື່ອນຕົວເຂົ້າພາກໃຕ້ຂອງ ສສ ຫວຽດນາມ ໃນຄໍ່າຄືນຂອງວັນທີ 29 ຕຸລາ ແລະ ຈະສົ່ງອິດທິພົນເຖິງປະເທດລາວ ໃນວັນທີ 30-31 ຕຸລາ 2019 ນີ້.

ພາບປະກອບຂ່າວ

ວັນທີ 29 ຕຸລາ 2019 ກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເຕືອນພາຍຸ ດີເປຼເຊິນ ສະບັບທີ1, ເລກທີ 1524 /ກອຕທ ລົງວັນທີ 29 ຕຸລາ 2019.

ພາບປະກອບຂ່າວ

ໂດຍລະບຸວ່າ: ເນື່ອງຈາກວ່າ ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ໄດ້ເພີ່ມກໍາລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງປານກາງ, ສົມທົບກັບພາຍຸດີເປຼເຊິນ ທີ່ກໍ່ຕົວຢູ່ທະເລຈີນໃຕ້ ທີ່ມີຈຸດໃຈກາງຢູ່ເສັ້ນຂະໜານທີ 11,7 ອົງສາເໜືອ ແລະ ເສັ້ນແວງທີ 115,4 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງ ທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

ພາບປະກອບຂ່າວ

ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກໃຕ້ຂອງ ປະເທດ ສສ ຫວຽດນາມ ໃນຕອນກາງຄືນວັນທີ 29 ຕຸລາ 2019  ວົງລັດສະໝີຈະກວມເອົາບັນດາແຂວງພາກກາງ ຫາ ພາກໃຕ້ຂອງປະເທດລາວ ໃນໄລຍະວັນທີ 30-31 ຕຸລາ 2019 ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ບັນດາແຂວງ: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື.

ພາບປະກອບຂ່າວ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ມີລົມພັດແຮງ ທີ່ອາດຈະເກີດຂຶ້ນ. ສະນັ້ນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.