ໂຫວດໃຫ້ ແຮ່ນນ້າ ໂລເຊັ່ນບູ້ມ ຕົວແທນປະເທດລາວ ໃນເວທີ Miss Asia Global 2019

68

ຮ່ວມໂຫວດໃຫ້ກຳລັງໃຈ ແຮ່ນນ້າ ໂລເຊັ່ນບູ້ມ ຕົວແທນປະເທດລາວຄົນທຳອິດທີ່ໄປປະກວດໃນເວທີ Miss Asia Global 2019 ທີ່ປະເທດອິນເດຍ ວັນທີ 1 ພະຈິກນີ້ ເປັນມື້ຕັດສິນແລ້ວເດີ້.

.

ປັດຈຸບັນ ແຮ່ນນ້າ ກໍາລັງເກັບໂຕຢູ່ກັບຫມູ່ໆສາວງາມ ເພື່ອເຮັດກິດຈະກໍາຕ່າງໆທີ່ທາງກອງປະກວດຈັດຂຶ້ນ ບອກເລີຍວ່າຄວາມສາມາດທາງດ້ານບຸກຄະລິກກະພາບ, ພາສາ, ຄວາມສາມາດພິເສດຂອງນ້ອງ ແຮ່ນນ້າ ບໍ່ນ້ອຍໜ້າຊາດໃດເລີຍ!!!

.

ຮ່ວມໂຫວດໄດ້ແລ້ວມື້ນີ້ເພື່ອໃຫ້ຕົວແທນປະເທດເຂົ້າໄປໃນຮອບເລິກໆ, ຍາດໄດ້ລາງວັນມາຝາກຊາວລາວ ທາງເພຈ໌ Miss Asia Global

.

ແຮ່ນນ້າ ໄດ້ຮອງອັນດັບ 2 Miss Teen Laos 2019 ອາຍຸ 18 ປີ ປັດຈຸບັນຢູ່ ບ້ານ ທົ່ງກາງ ເມືອງ ສີສັດຕະນາກ ຮຽນຢູ່ໂຮງຮຽນວຽງຈັນພັດທະນາ ນານາຊາດ ມ7, ຫຼາຍຄົນຄົງເຄີຍເຫັນຜົນງານການສະແດງຂອງແຮ່ນນ້າມາແລ້ວໃນຊີຣີ້ ຮັກນີ້ສີບົວ 1, Dairy love season 1&2, ມິວສິກເພງ ມ 7 …

.

ເຄັດລັບໃນການຮັກສາສຸຂະພາບ ແລະ ຮ່າງກາຍຂອງເເຮ່ນນ້າຄືດື່ມນໍ້າຫຼາຍໆ, ກິນອາຫານທີ່ມີປະໂຫຍດ ເເລະ ຫຼີ້ນກິລາ, ເວລາຫວ່າງຂອງເເຮ່ນນ້າຈະບໍ່ຄອຍມີ ເພາະເປັນຄົນຢູ່ລ້າໆບໍ່ໄດ້ ຕ້ອງໄດ້ຊອກເເນວເຮັດຕະຫຼອດ ເຊັ່ນ: ເຕັ້ນ, ຮ້ອງເພງ, ຫຼິ້ນກິລາ,ເເລະ ອີກຫຼາຍຢ່າງ.

ເເຮ່ນນ້າ ເຄີຍຜ່ານໂຄງການປະກວດຮ້ອງເພງ, ເເລະ ໂຄງການ Sofy contest ໄດ້ຮັບລາງວັນຮອງຊະນະເລີດ 4, ຜົນງານດ້ານບັນເທີງມີ ຮັກນີ້ສີບົວ season 1, Dairy love season 1&2, Sofy girl diary, ຫຼ້າສຸດ ກໍໄດ້ຮອງອັນດັບ 2 ມິສທີນລາວ 2019.

ເຄັດລັບໃນການຮັກສາສຸຂະພາບ ແລະ ຮ່າງກາຍຂອງເເຮ່ນນ້າຄືດື່ມນໍ້າຫຼາຍໆ, ກິນອາຫານທີ່ມີປະໂຫຍດ ເເລະ ຫຼີ້ນກິລາ, ເວລາຫວ່າງຂອງເເຮ່ນນ້າຈະບໍ່ຄອຍມີ ເພາະເປັນຄົນຢູ່ລ້າໆບໍ່ໄດ້ ຕ້ອງໄດ້ຊອກເເນວເຮັດຕະຫຼອດ ເຊັ່ນ: ເຕັ້ນ, ຮ້ອງເພງ, ຫຼິ້ນກິລາ,ເເລະ ອີກຫຼາຍຢ່າງ.

ຜູ້ຊາຍໃນສະເປັກບໍ່ຄອຍມີ ເເຕ່ຖ້າມີເເຮ່ນນ້າມັກຄົນທີມີຄວາມເປັນຜູ້ນຳ, ເວົ້າຈາມ່ວນ, ນິໄສດີ ເເຕ່ຖ້າຮູບຮ່າງຈະມັກຄົນບ່າກວ້າງ, ບໍ່ມັກຄົນມີກ້າມ 55!!!, ສໍາລັບເປົ້າໝາຍໃນອະນາຄົດຂອງ ເເຮ່ນນ້າຄືຢາກໃຫ້ຄອບຄົວຢູ່ສະບາຍ, ເປັນຄົນດີ ແບບຢ່າງທີ່ດີໃຫ້ກັບສັງຄົມ..