ຮັບຮອງເອົາຖະແຫຼງການວຽງຈັນ ໃນການຫັນເປັນດິຈິຕອລຂອງອາຊຽນ

71

ກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 ທີ່ຈັດຂຶ້ນໃນລະຫວ່າງ 24 – 25 ຕຸລາ 2019 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຮັບຮອງເອົາຖະແຫຼງການວຽງຈັນ ວ່າດ້ວຍການເຊື່ອມຈອດທີ່ທັນສະໄໝໃນການຫັນເປັນດິຈິຕອລຂອງອາຊຽນ ຊຸກຍູ້ການສົ່ງເສີມການເຊື່ອມໂຍງຂອງອາຊຽນ ແລະ ປະກອບສ່ວນໃນການພັດທະນາສົ່ງເສີມເສດຖະກິດດິຈິຕອລ.

ໃນວັນທີ 25 ຕຸລາ 2019 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ຖະແຫຼງຜົນສຳເລັດການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 ( The 19th ASEAN Telecommunications and Information Technology Ministers Meeting -TELMIN ), ກອງປະຊຸມເຈົ້າໜ້າທີ່ອາວຸໂສໂທລະຄົມອາຊຽນ ຄັ້ງທີ 20 ( The 20th ASEAN Telecommunications and Information Technology Senior Officials’ Meeting – TELSOM ) ແລະ ກອງປະຊຸມປິ່ນອ້ອມ.

ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ: ໃນການຈັດກອງປະຊຸມໃນຄັ້ງນີ້ ນອກຈາກບັນດາຄະນະລັດຖະມົນຕີ 10 ປະເທດອາຊຽນເຂົ້າຮ່ວມແລ້ວ ຍັງມີຄະນະລັດຖະມົນຕີຈາກປະເທດ ເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເຂົ້າຮ່ວມ ເພື່ອສະຫຼຸບວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການໃນຕໍ່ໜ້າ.

ບັນດາລັດຖະມົນຕີ ໄດ້ເຫັນດີ ແລະ ຮັບຮອງໃນຫຼາຍວຽກງານ ເຊັ່ນ: ເຫັນດີປ່ຽນຊື່ ກອງປະຊຸມລັດຖະມົນຕີໄອຊີທີ ອາຊຽນ ມາເປັນ ກອງປະຊຸມລັດຖະມົນຕີ ດິຈິຕອລອາຊຽນ ( ADGMIN ) ແລະ ປ່ຽນຊື່ ກອງປະຊຸມເຈົ້າ  ໜ້າທີ່ອາວຸໂສໂທລະຄົມອາຊຽນ ມາເປັນ ກອງປະຊຸມເຈົ້າໜ້າ      ທີ່ອາວຸໂສດິຈິຕອລອາຊຽນ ( ADGSOM ) ເພື່ອໃຫ້ແທດເໝາະກັບພາລະບົດບາດ, ສອດຄ່ອງກັບສະພາບການພັດທະນາເຕັກໂນໂລຊີ ແລະ ການຫັນເປັນດິຈິຕອລ.

ໄດ້ຮັບຮອງເອົາເອກະສານຂອບໜ້າວຽກຂອງ ລັດຖະມົນຕີ ດິຈິຕອລ ( TOR of ADGMIN ) ແລະ ຂອບໜ້າວຽກຂອງເຈົ້າໜ້າທີ່ອາວຸໂສດິຈິຕອລ ( TOR of ADGSOM ) ເພື່ອນຳໄປຜັນຂະຫຍາຍ ແລະ ສົ່ງເສີມການຮ່ວມມືກັບຂະແໜງການປິ່ນອ້ອມ ແລະ ພາກສ່ວນກ່ຽວຂ້ອງໃຫ້ຫຼາຍຂຶ້ນ, ເຫັນດີເພີ່ມທະວີການຮ່ວມມື ເພື່ອຈັດຕັ້ງປະຕິບັດແຜນແມ່ບົດ 2020 ໃຫ້ສຳເລັດ ແລະ ກະກຽມສ້າງແຜນແມ່ບົດ 2025 ເພື່ອຂັບເຄື່ອນອາຊຽນໄປສູ່ຍຸກເສດຖະກິດ ແລະ ສັງຄົມດິຈິຕອລ ທີ່ມີ ຄວາມປອດໄພ, ຍືນຍົງ ແລະ ເປັນຊຸມຊົນນະວັດຕະກຳຂອງອາຊຽນ, ໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຮ່ວມມືວຽກງານຄຸ້ມຄອງຂໍ້ມູນ – ຂ່າວສານດິຈິຕອລ ( Digital Data Governance ) ແລະ ເຫັນດີໃຫ້ສືບຕໍ່ຮ່ວມກັນຄົ້ນຄວ້າກົນໄກການແລກປ່ຽນຂໍ້ມູນຂ້າມຊາຍແດນ ( Cross – Border Data Flow Mechanism ) ລະຫວ່າງປະເທດສະມາຊິກອາຊຽນ, ຮັບຮອງເອົາທິດທາງຂອງອາຊຽນ ເພື່ອເພີ່ມທະວີການຮ່ວມມື ແລະ ການປັບປຸງລະບົບສາຍສົ່ງໃຕ້ທະເລ ແລະ ຂອບການຮ່ວມມືຂອງອາຊຽນ ໃນການບໍລິການເພື່ອສັງຄົມ ( USO 2.0 ).

ຄຽງຄູ່ກັນນັ້ນ, ຍັງສະແດງ ຄວາມຍິນດີຕໍ່ການສະເໜີສ້າງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີຂອງອາຊຽນ ( ASEAN CERT ) ເພື່ອເພີ່ມປະສິດທິພາບໃນການປະສານງານ ແລະ ແບ່ງປັນຂໍ້ມູນໄພຄຸກຄາມ ລະຫວ່າງ ສູນເຊີດຂອງອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ, ຍິນດີຕໍ່ຜົນສຳເລັດໂຄງການຂອງລາວ ໃນການສຶກສາກ່ຽວກັບການພັດທະນາບໍລິການທາງເອເລັກໂຕຣນິກໃນອາຊຽນ ( e – services ) ທີ່ຮຽກຮ້ອງໃຫ້ພາກເອກະຊົນຕ້ອງມີສ່ວນຮ່ວມໃນການແລກປ່ຽນຂໍ້ມູນອອນລາຍ ໃຫ້ມີຄວາມປອດໄພ ແລະ ຫັນການບໍລິການເປັນເອເລັກ ໂຕຣນິກຫຼາຍຂຶ້ນ, ຍິນດີຕໍ່ໂຄງການສຶກສາການພັດທະນາເນື້ອຫາທ້ອງຖິ່ນຂອງອາຊຽນ ໂດຍເນັ້ນໃຫ້ມີຍຸດທະສາດການພັດທະນາ, ເນື້ອຫາດິຈິຕອລອາຊຽນ ແລະ ທິດທາງການພັດທະນາເນື້ອຫາດິຈິຕອລໃນທ້ອງຖິ່ນ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ສັງຄົມດິຈິຕອລໃນພາກພື້ນ ເພື່ອຄວາມພະຍາຍາມໃນການຫຼຸດຜ່ອນຄວາມແຕກໂຕນດ້ານດິຈິຕອລໃນອາຊຽນ.

ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫຼງການວຽງຈັນ ວ່າດ້ວຍການເຊື່ອມຈອດທີ່ທັນສະໄໝໃນການຫັນເປັນດິຈິຕອລຂອງອາຊຽນ ຊຸກຍູ້ການສົ່ງເສີມການເຊື່ອມໂຍງຂອງອາຊຽນ ແລະ ປະກອບສ່ວນໃນການພັດທະນາສົ່ງເສີມເສດຖະກິດດິຈິຕອລ.

ກອງປະຊຸມຄັ້ງຕໍ່ໄປປະເທດມາເລເຊຍ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີດິຈິຕອລອາຊຽນ ຄັ້ງທີ 1 ແລະ ກອງປະຊຸມປິ່ນອ້ອມ ກັບ ຄູ່ຮ່ວມເຈລະຈາ ແລະ ສະຫະພາບໂທລະຄົມມະນາຄົມສາກົນ ໃນປີ 2020.

[ ໂດຍ: ສົມລົດ; ຂໍ້ມູນ ແລະ ພາບ: ເວັບໄຊ ປທສ ]