ທະນາຄານກຸງສີ ເປີດຜະລິດຕະພັນໂອນເງິນລະຫວ່າງປະເທດ

382

ທະນາຄານກຸງສີ ໄດ້ເປີດຕົວຜະລິດຕະພັນໂອນເງິນລະຫວ່າງປະເທດ ( Krungsri Blockchain Interledger ) ຈາກ ສປປ ລາວ ໄປຍັງປະເທດໄທ ຫຼື ໄທມາລາວແບບໄວທັນໃຈ ເພື່ອຮອງຮັບການໂອນເງິນທີ່ເປັນສະກຸນເງິນໂດລາ ແລະ ເງິນບາດ; ທັງເປັນການຊ່ວຍຍູ້ໃຫ້ການຄ້າລະຫວ່າງ ລາວ – ໄທ ມີຄວາມສະດວກສະບາຍໃນການຊໍາລະສະສາງ.

ທ່ານ ແດນ ຄາໂຊໂນ່ ປະທານກຸ່ມທຸລະກິດລູກຄ້າລາຍຍ່ອຍ ແລະ ລູກຄ້າບຸກຄົນ ທະນາຄານກຸງສີອາຍຸດທະຍາ ຈໍາກັດ ( ມະຫາຊົນ ) ກ່າວວ່າ: ຜ່ານມາການຄ້າລະຫວ່າງ ລາວ – ໄທ ມີມູນຄ່າເພີ່ມຂຶ້ນຕໍ່ເນື່ອງ. ດັ່ງນັ້ນ, ທະນາຄານກຸງສີ ຈຶ່ງນໍາເອົານະວັດຕະກໍາທາງການເງິນມາໃຊ້ ເພື່ອສະໜັບສະໜູນທຸລະກິດການຄ້າລະຫວ່າງສອງປະເທດ ໂດຍໄດ້ເປີດຕົວຜະລິດຕະພັນໂອນເງິນລະຫວ່າງປະເທດ ( Krungsri Blockchain Interledger ) ທີ່ຈະຊ່ວຍອໍານວຍຄວາມສະດວກໃຫ້ກັບຜູ້ປະກອບການ ລາວ – ໄທ ໃຫ້ສາມາດໂອນເງິນຊໍາລະຄ່າບໍລິການຕ່າງໆທີ່ເປັນເງິນໂດລາ ແລະ ເງິນບາດ.

ປັດຈຸບັນ ທະນາຄານກຸງສີອາຍຸດທະຍາ ມີສາຂາຢູ່ໃນ ສປປ ລາວ 2 ແຫ່ງ ຄື: ສາຂາວຽງຈັນ, ສາຂາສະຫວັນນະເຂດ ແລະ ຍັງດໍາເນີນທຸລະກິດເຊົ່າສິນເຊື່ອລົດ ແລະ ສິນເຊື່ອຜ່ອນຊໍາລະໃຫ້ແກ່ລູກຄ້າທົ່ວໄປໃນລາວ ພາຍໃຕ້ຊື່ ບໍລິສັດ ກຸງສີລິດຊິ້ງ ທີ່ມີອັດຕາການເຕີບໂຕຂອງທຸລະກິດຢ່າງຕໍ່ເນື່ອງໃນໄລຍະ 5 ປີຜ່ານມາ.

ທ່ານກ່າວຕື່ມວ່າ: ສໍາລັບຜະລິດຕະພັນໂອນເງິນລະຫວ່າງປະເທດຂອງທະນາຄານກຸງສີ ໄດ້ສ້າງການປ່ຽນແປງຄັ້ງສໍາຄັນທາງການເງິນສໍາລັບທຸລະກິດ ລາວ – ໄທ ແລະ ທະນາຄານເອງ ກໍໄດ້ຮັບຄວາມໄວ້ວາງໃຈຈາກກຸ່ມລູກຄ້າຢູ່ໄທ ແລະ ຕ່າງປະເທດ ທີ່ຮ່ວມໃຊ້ຜະລິດຕະພັນໂອນເງິນຂອງກຸງສີ ອັນສົ່ງຜົນໃຫ້ກຸງສີເປັນທະນາຄານອັນດັບຕົ້ນໆທີ່ໄດ້ຮັບການອະນຸມັດຈາກທະນາຄານແຫ່ງປະເທດໄທ ໃນການພັດທະນານະວັດຕະກຳທີ່ນໍາເຕັກໂນໂລຊີດັ່ງກ່າວມາໃຊ້ໃນລະບົບທະນາຄານ.

ພິທີເປີດຕົວຜະລິດຕະພັນໂອນເງິນລະຫວ່າງປະເທດຂອງທະນາຄານກຸງສີ ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລາ 2019 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງຜູ້ຕາງໜ້າຈາກທະນາຄານ ແຫ່ງ ສປປ ລາວ, ມີບັນດາຜູ້ບໍລິຫານ, ຫົວໜ້າສາຂາ ແລະ ຜູ້ປະກອບການເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: KPL ]